leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn

ສູນກາງພັກ ແລະບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບເນື້ອໃນດັ່ງນີ້: (1) ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2026-2030; ແຜນການການເງິນແຫ່ງຊາດ 5 ປີ ໄລຍະ 2026-2030; ແຜນການລົງທຶນພາກລັດ ໄລຍະກາງ ໄລຍະ 2026-2030; ແຜນການກູ້ຢືມ, ຊໍາລະໜີ້ສາທາລະນະ 5 ປີ ໄລຍະ 2026-2030. (2) ກ່ຽວກັບການສ້າງຕັ້ງນະຄອນ ດົ່ງນາຍ ເປັນນະຄອນຂຶ້ນກັບສູນກາງ. (3) ສະຫຼຸບ 20 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 5 ສະໄໝທີ X ກ່ຽວກັບການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຂອງພັກ. (4) ສະຫຼຸບ 20 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 3 ສະໄໝທີ  X ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ກັບວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ.

leftcenterrightdel
ບັນດາຜູ້ແທນລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.

ສູນກາງພັກ ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນດັ່ງກ່າວ ແລະລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ສະຫາຍເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນປິດກອງປະຊຸມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ.  ພາບ: qdnd.vn

ຄະນະບໍລິຫານງານສູນກາງພັກ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຕັດສິນໃຈປະຕິບັດມະຕິກອງປະຊຸມ ຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະບັນດາຕົວເລກຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ ປີ 2026 ຢ່າງມີໄຊ; ຮ່ວມແຮງຮ່ວມໃຈ, ຕັດສິນໃຈ, ເດັດດຽວຂ້ຽວຂາດ ເພື່ອ ຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະຜາສຸກຂອງປະຊາຊົນ. 

ໂດຍ: ແສງເດືອນ