ທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນປະມຸກລັດຜູ້ທໍາອິດມາຢ້ຽມຢາມກູບາ ພາຍຫຼັງ ກູບາ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກອມມູນິດກູບາ ສໍາເລັດຜົນ. ນີ້ກໍ່ແມ່ນການຢ້ຽມຢາມກູບາ ຄັ້ງທໍາອິດຂອງການນໍາຂັ້ນສູງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດຂອງຫວຽດນາມ, ຖືເປັນສໍາຄັນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ກູບາ.

ໃນປະຫວັດສາດໂລກຍຸກປັດຈຸບັນ, ບໍ່ມີສາຍພົວພັນແບບພິເສດໃດຄືສາຍພົວພັນລະຫວ່າງຫວຽດນາມ-ກູບາ. ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດຍາມໃດກໍ່ຢັ້ງຢືນວ່າ ການພົວພັນຫວຽດນາມ-ກູບາ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ. ຫວຽດນາມ ແລະກູບາ ໄດ້ສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 2 ທັນວາ 1960. ເຖິງວ່າຢູ່ໄກກັນຫຼາຍແຕ່ສອງປະເທດຍາມໃດກໍ່ສາມັກຄີສະໜິດຕິດພັນ, ຄຽງບ່າຄຽງໄຫຼ່ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະພາລະກິດສ້າງສ້າ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ກູບາ ແມ່ນປະເທດນຳໜ້າໃນຂະບວນການສາກົນສະໜັບສະໜູນຫວຽດນາມ. ກົງກັນຂ້າມ, ຫວຽດນາມ ກໍ່ສະໜັບສະໜູນພາລະກິດເປັນທໍາຂອງພັກ, ລັດ ແລະປະຊາຊົນກູບາ ນີ້ແມ່ນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ. ຍາມໃດ ຫວຽດນາມ ກໍ່ເຄົາລົບ ແລະຈົດຈໍານໍ້າໃຈສາມັກຄີພ້ອມກັບການສະໜັບສະໜູນຢ່າງສຸດອົກສຸດໃຈ ເຊິ່ງ ກູບາ ສະຫງວນໃຫ້ແກ່ຫວຽດນາມ, ດ້ວຍຄໍາເວົ້າອະມະຕະຂອງຜູ້ນໍາກູບາ Fidel Castro: “ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະເສຍສະຫຼະເລືອດເນື້ອຂອງຕົນ”.

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ. 

ໃນຊຸມປີມໍ່ໆມານີ້, ເຖິງວ່າສະພາບການໂລກມີການຜັນແປຢ່າງໄວ ແລະສັບສົນກໍ່ຕາມແຕ່ສາຍພົວພັນສາມັກຄີທີ່ເປັນມູນເຊື້ອ, ການສະໜັບສະໜູນ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ ຍັງໄດ້ຮັບຄວາມເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ນັບແຕ່ການເມືອງ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກໍາ, ການກໍ່ສ້າງ, ການສຶກສາ ແລະສາທາລະນະສຸກ, ເຕັກໂນໂລຢີຊີວະສາດ, ຕະຫຼອດຮອດການຄົມມະນາຄົມ, ກິລາ-ກາຍຍະກໍາ... ຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ-19, ການນໍາຂັ້ນສູງ ແລະບັນດາກະຊວງ, ຂະແໜງການຂອງສອງປະເທດ ສືບຕໍ່ຮັກສາການແລກປ່ຽນທາງໄກ. ນອກນີ້, ສອງຝ່າຍຍັງຜັນຂະຫຍາຍບັນດາກົນໄກ, ຄື: ຄະນະກໍາມະການຮ່ວມມືລະຫວ່າງລັດຖະບານ, ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ, ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຢ່າງມີປະສິດທິຜົນ.

ກ່ຽວກັບການແລກປ່ຽນດ້ານການຄ້າ, ວົງເງິນການຄ້າສອງຝ່າຍປີ 2020 ບັນລຸ 178,5 ລ້ານໂດລາສະຫະລັດ, ໃນນັ້ນ, ສ່ວນຫຼາຍ ຫວຽດນາມ ສົ່ງອອກເກີນດຸນ. ສ່ວນກູບາ ນໍ້າເຂົ້າເຂົ້າສານຈາກຫວຽດນາມ ປະມານ 300.000-400.000 ໂຕນ/ປີ... ໃນວັນທີ 1 ເມສາ 2020, ສັນຍາການຄ້າຫວຽດນາມ-ກູບາ (ລົງນາມໃນວັນທີ 9 ພະຈິກ 2018) ມີຜົນສັກສິກຢ່າງເປັນທາງການດ້ວຍຫຼາຍຄໍາໝັ້ນສັນຍາບູລິມະສິດດ້ານການຄ້າໃໝ່, ນຳເອົາຜົນປະໂຫຍດມາໃຫ້ວິສາຫະກິດສອງປະເທດ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າສອງຝ່າຍ.

ໃນຂົງເຂດການທູດຫຼາຍຝ່າຍ, ຫວຽດນາມ ແລະກູບາ ຮັກສາການພົວພັນຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ. ຫວຽດນາມ ສະໜັບສະໜູນກູບາ ອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2021-2023; ຕັ້ງໜ້າຊຸກຍູ້, ໜູນຊ່ວຍກູບາ ເຊັນສົນທິສັນຍາໄມຕີຈິດ ແລະການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (ລົງນາມໃນວັນທີ 10 ພະຈິກ 2020). ຫວຽດນາມ ສະໜັບສະໜູນການຢຸດຕິຄຳສັ່ງປິດລ້ອມ, ຂວ້ຳບາດດ້ານເສດຖະກິດ-ການເງິນຕ້ານກູບາ ຢ່າງສະເໝີຕົ້ນສະເໝີປາຍ. ສ່ວນກູບາ ກໍ່ໄດ້ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.

ຫວນຄືນໄລຍະທາງຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າສາຍພົວພັນສາມັກຄີ, ສະໜິດຕິດພັນ, ສັດຊື່ບໍລິສຸດ ແລະໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ນັບມື້ນັບໜຽວແໜ້ນ, ເລິກເຊິ່ງ ແລະອົບອຸ່ນ. ໃນສະພາບສາຍພົວພັນສອງປະເທດກໍາລັງພັດທະນາຢ່າງຈົບງາມນັ້ນ, ການຢ້ຽມຢາມກູບາ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງພັກ ແລະລັດຫວຽດນາມ ແມ່ນໂອກາດເພື່ອໃຫ້ການນໍາຂັ້ນສູງສອງຝ່າຍແລກປ່ຽນ, ເປັນເອກະພາບຕໍ່ບັນດາມາດຕະການແນໃສ່ສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດ. ນີ້ແມ່ນເຫດການການເມືອງສໍາຄັນທີ່ສະແດງໃຫ້ເຫັນການສືບທອດ, ພັດທະນາການພົວພັນພິເສດຫວຽດນາມ-ກູບາ ໂດຍປະທານໂຮ່ຈີມິນ ແລະຜູ້ນໍາ Fidel Castro ເປັນຜູ້ກໍ່ຕັ້ງ ແລະການນໍາລຸ້ນຕ່າງໆ, ປະຊາຊົນສອງປະເທດເພີ່ມຄູນພູນສ້າງ.

ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສໍາຄັນເຂົ້າໃນການນໍາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ກູບາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະການພັດທະນາວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໂລກ.

ໂດຍ: ດັ້ງເກື່ອງ