leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 15 ກັນຍາ, ກະຊວງການຕ່າງປະເທດຫວຽດນາມ ອອກແຈ້ງການໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ Miguel Díaz-Canel ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ຈະນໍາໜ້າຄະນະຜູ້ແທນຂັ້ນສູງພັກ ແລະລັດຫວຽດນາມ ໄປຢ້ຽມຢາມກູບາ ຢ່າງເປັນທາງການ ແຕ່ວັນທີ 18-20 ກັນຍາ 2021.

ຫຼັງຈາກນັ້ນ, ແຕ່ວັນທີ 21-24 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະດໍາເນີນບາງການເຄື່ອນໄຫວສອງຝ່າຍຢູ່ ສະຫະລັດ ອາເມລິກາ.

ໂດຍ: ໄຊຊະນະ