ທີີ່ການປຶກສາຫາລືທາງໄກ, ຮອງລັດຖະມົນຕີສອງທ່ານໄດ້ແບ່ງປັນກ່ຽວກັບສະພາບການຮັບມື ແລະຄວບຄຸມພະຍາດໂຄວິດ-19, ມາດຕະການກໍາລັງຜັນຂະຫຍາຍເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດ ແລະຮັບປະກັນຊີວິດສັງຄົມ. ສອງຝ່າຍກໍ່ກວດກາຄືນ, ຕີລາຄາຂົງເຂດການຮ່ວມມືສອງຝ່າຍ, ປຶກສາຫາລືມາດຕະການເພື່ອແນໃສ່ນໍາການພົວພັນຮ່ວມມືມິດຕະພາບຫວຽດນາມ-ອູຣູໄກວ ສືບຕໍ່ເປີດກວ້າງ ແລະເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ຍືນຍົງໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງເມື່ອເງື່ອນໄຂເອື້ອອຳນວຍ, ຮັກສາກົນໄກຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນ ແລະປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດສອງປະເທດ, ສົ່ງເສີມການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດສອງປະເທດພາຍໃຕ້ຫຼາຍຮູບການ. ຮອງລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຫັນການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃຫ້ເປັນລະອຽດ, ມຸ່ງເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993-2023).

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນສືບຕໍ່ສົມທົບທັດສະນະ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍ ເຊິ່ງຫວຽດນາມ ແລະອູຣູໄກວ ເປັນສະມາຊິກ.

ໂດຍ: ເກື່ອງດັ້ງ