leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານນາງ Men Sam An, ຮອງປະທານພັກປະຊາຊົນກໍາປູເຈຍ, ປະທານສະພາແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສຳລັບສາຍພົວພັນມິດຕະພາບກັບກໍາປູເຈຍ, ສະໜັບສະໜູນ ກໍາປູເຈຍ ພັດທະນາສັນຕິພາບ, ສະຖຽນລະພາບ. ທ່ານເລຂາທິການໃຫຍ່ ໂຕເລິມ ແຈ້ງໃຫ້ຮູ້ວ່າ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ກອງປະຊຸມຄັ້ງທຳອິດ ຂອງສະພາແຫ່ງຊາດ ຊຸດທີ XV ຈະສຳເລັດການແຕ່ງຕັ້ງຕຳແໜ່ງການນຳ, ປັບປຸງກົງຈັກອຳນາດການປົກຄອງທຸກຂັ້ນໃຫ້ສົມບູນແບບ ແລະຕັ້ງໜ້າຜັນຂະຫຍາຍມະຕິ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ທີ່ໄດ້ວາງອອກ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາງ Men Sam An, ຮອງປະທານພັກປະຊາຊົນກໍາປູເຈຍ, ປະທານສະພາແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ Men Sam An ອວຍພອນຫວຽດນາມ ໄດ້ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ປະສົບຜົນສໍາເລັດ; ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນອັນໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ ແລະຖືນັ້ນແມ່ນບັນດາຜົນງານຂອງກຳປູເຈຍ. ພ້ອມທັງຢືນຢັນວ່າ, ອົງການແນວໂຮມກໍາປູເຈຍ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການໂຄສະນາໃຫ້ແກ່ລຸ້ນໜຸ່ມກ່ຽວກັບຄຸນຄ່າປະຫວັດສາດການພົວພັນລະຫວ່າງສອງປະເທດ. ທ່ານນາງ Men Sam An ແບ່ງປັນການຕີລາຄາຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການພົວພັນສອງປະເທດພັດທະນານັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ການຮ່ວມມືດ້ານເສດຖະກິດນັບມື້ນັບແໜ້ນແຟ້ນ ແລະຍັງມີຄວາມສາມາດບົ່ມຊ້ອນພັດທະນາ, ບັນລຸວົງເງິນການຄ້າ 20 ຕື້ໂດລາສະຫະລັດ ໂດຍໄວ ກໍ່ຄືຕີລາຄາສູງສອງປະເທດເພີ່ມທະວີການພົບປະແລກປ່ຽນປະຊາຊົນ; ຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ສາທາລະນະສຸກ, ການສຶກສາ-ກໍ່ສ້າງ, ເປັນຕົ້ນແມ່ນການຮ່ວມມືລະຫວ່າງບັນດາແຂວງຕິດຈອດກັບຊາຍແດນ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາງ Men Sam An ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງມີປະສິດທິຜົນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ; ຢືນຢັນວ່າ, ນໍ້າໃຈມິດຕະພາບ ຫວຽດນາມ-ກໍາປູເຈຍ ມີລັກສະນະພິເສດ ແລະລໍ້າຄ່າ, ຕ້ອງສືບຕໍ່ໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາໃຫ້ຄົນລຸ້ນຫຼັງ.

ໂດຍ: ເຈິ່ນຮວ່ຽນ