ທີ່ການເຮັດວຽກ, ທ່ານ Viktorovich Mikhelson ປະທານກຸ່ມບໍລິສັດ ໄດ້ແນະນໍາກ່ຽວກັບປະຫວັດສາດຂອງ Novatek ແລະການກໍານົດທິດພັດທະນາຂອງກຸ່ມບໍລິສັດຢູ່ຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເຮັດວຽກກັບການນໍາກຸ່ມບໍລິສັດ Novatek. ພາບ: qdnd.vn

ທ່ານຍັງຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດພວມພັດທະນາໄວທີ່ສຸດໃນໂລກ, ເອົາໃຈໃສ່ເປັນສໍາຄັນການພັດທະນາຂົງເຂດພະລັງງານ ແລະ Novatek ປາດຖະໜາຢາກໄດ້ຮັບການສະໜັບສະໜູນໃນການຜັນຂະຫຍາຍການເຄື່ອນໄຫວເປີດກວ້າງການຮ່ວມມື, ລົງທຶນຢູ່ຫວຽດນາມ, ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ຕີລາຄາສູງໝາກຜົນຕ່າງໆເຊິ່ງ Novatek ບັນລຸໄດ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຕີລາຄາການເຄື່ອນໄຫວຂອງກຸ່ມບໍລິສັດທີ່ສອດຄ່ອງກັບການກໍານົດທິດ, ຍຸດທະສາດໃຫຍ່ຂອງຫວຽດນາມ, ດ້ວຍເປົ້າໝາຍເຕີບໂຕເສດຖະກິດແຕ່ 10%, ບັນລຸການປ່ອຍອາຍພິດລົງ 0 ໃນປີ 2050, ປະຕິບັດການຫັນປ່ຽນທີ່ສໍາຄັນ, ໃນນັ້ນການຫັນປ່ຽນພະລັງງານ.

ຕີລາຄາການຮ່ວມມືດ້ານພະລັງງານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ແມ່ນຈຸດພົ້ນເດ່ັນໃນການພົວພັນສອງຝ່າຍກວ່າ 50 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈຝ່າຍລັດເຊຍ ທີ່ໄດ້ລົງທຶນ, ຊ່ວຍເຫຼືອ, ອຳນວຍຄວາມສະດວກໃຫ້ຂະແໜງນໍ້າມັນອາຍແກັດຫວຽດນາມ ແລະກຸ່ມບໍລິສັດອຸດສາຫະກໍາ-ພະລັງງານແຫ່ງຊາດຫວຽດນາມ ພັດທະນາ, ກາຍເປັນກຸ່ມບໍລິສັດນາໆຊາດ.

leftcenterrightdel
ການນໍາກຸ່ມບໍລິສັດ Novatek ຕ້ອນຮັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ການເຮັດວຽກ. ພາບ: qdnd.vn

ຢືນຢັນສອງຝ່າຍມີຄວາມຕ້ອງການ ແລະແນວຄວາມຄິດການຮ່ວມມື, ທ່ານນາຍົກລັດຖະມົນຕີ ສະໜັບສະໜູນ Novatek ເປີດກວ້າງການ ເຄື່ອນໄຫວ, ລົງທຶນຢູ່ຫວຽດນາມ ບົນພື້ນຖານການກໍານົດກົດໝາຍ, ມີລັກສະນະເຖິງພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພື່ອນມິດທີ່ເປັນມູນເຊື້ອຫວຽດນາມ-ລັດເຊຍ ແລະໝາກຜົນການຮ່ວມມືຕ່າງໆທີ່ບັນລຸໄດ້ໃນຂົງເຂດພະລັງງານລະຫວ່າງສອງປະເທດ,...

leftcenterrightdel
ຄະນະການນໍາຂັ້ນສູງຫວຽດນາມ ທີ່ການເຮັດວຽກ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ສະເໜີ Novatek ສົມທົບກັນຢ່າງແໜ້ນແຟ້ນກັບທ້ອງຖິ່ນ, ອົງການຈັດຕ້ັງ ແລະລັດວິສາຫະກິດແຫ່ງຕ່າງໆໃນຂົງເຂດພະລັງງານ, ນໍ້າມັນອາຍແກັດຂອງຫວຽດນາມ, ຄື: Petrovietnam, ກຸ່ມບໍລິສັດໄຟຟ້າຫວຽດນາມ ແລະທັງວິສາຫະກິດພາກເອກະຊົນເພື່ອເຂົ້າຮ່ວມ, ຜັນຂະຫຍາຍໂຄງການຕ່າງໆ, ໃນນັ້ນມີການກໍ່ສ້າງສາງໃຫຍ່ຂອງ Novatek ຢູ່ຫວຽດນາມ.

ການນໍາ Novatek ສະແດງຄວາມເຫັນດີເປັນເອກະພາບສູງ ແລະໃຫ້ຮູ້ວ່າ ຈະຕັ້ງໜ້າແລກປ່ຽນສໍາລັບຄູ່ຮ່ວມມືຫວຽດນາມ ເພື່ອຊຸກຍູ້ໂຄງການ, ການເຄື່ອນໄຫວຮ່ວມມືຕ່າງໆເຊິ່ງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ມີຄໍາຄິດເຫັນ.

ໂດຍ: ໄຊນີດາ