ໂດຍຮັບຮູ້ຄໍາຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງພູມປັນຍາ ແລະຈິດໃຈຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ນະຄອນ, ປະເທດ. ແບ່ງປັນກ່ຽວກັບຄວາມເສຍຫາຍ, ຄວາມຫຍຸ້ງຍາກອັນໃຫຍ່ຫຼວງ ເຊິ່ງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ ໄດ້ຜ່ານຜ່າໃນຊຸມວັນພະຍາດໂຄວິດ-19 ລະບາດ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຄວາມຕັດສິນໃຈດ້ານການເມືອງ, ຈິດໃຈຮັບຜິດຊອບ, ຄວາມມານະພະຍາຍາມຂອງອໍານາດການປົກຄອງ, ເຈດຈໍານົງບືນຕົວຂຶ້ນຂອງປະຊາຊົນນະຄອນເພື່ອຜ່ານຜ່າໂລກລະບາດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນສະຖານະການທີ່ພະຍາດໂຄວິດ-19 ກຳລັງຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຊີວິດສັງຄົມຂອງບາງປະເທດໃນໂລກ, ນະຄອນໂຮ່ຈີມິນ ຕ້ອງຫັນເປັນລະອຽດຍຸດທະສາດ “ເປົ້າໝາຍຄວບຄູ” ເປັນຍຸດທະສາດ, ເປົ້າໝາຍໜ້ອຍ, ແຕ່ລະໄລຍະເພື່ອໃຫ້ຄະນະພັກ, ອໍານາດການປົກຄອງສາມາດຜັນຂະຫຍາຍຢ່າງມີປະສິດທິຜົນ.

ທ່ານປະທານປະເທດ ຖືວ່າ, ນະຄອນໂຮ່ຈີມິນ ແມ່ນໃຈກາງເສດຖະກິດໃຫຍ່ທີ່ສຸດຂອງທົ່ວປະເທດ, ດັ່ງນັ້ນ ນະຄອນຕ້ອງເລີ່ມຕົ້ນການຟື້ນຟູຢ່າງແຮງ, ມີແບບມີແຜນ, ລວມມີການລົງທຶນ, ການໃຊ້ສອຍ, ການສົ່ງອອກ, ໃນນັ້ນຕ້ອງຟື້ນຟູລະບົບຕ່ອງໂສ້ການສະໜອງ ແລະດຶງດູດກໍາລັງແຮງງານຢ່າງໄວ ເພື່ອຟື້ນຟູການຜະລິດ. ສືບຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອສ້າງນະຄອນທີ່ເປັນແບບຢ່າງ, ພັດທະນາດ້ວຍລະດັບຄວາມໄວສູງ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະບັນດາສະມາຊິກສະພາແຫ່ງຊາດ ຫົວໜ່ວຍທີ 10 ໄດ້ພົບປະຜູ້ມີສິດເລືອກຕັ້ງເມືອງ ກູຈີ, ເມືອງ ຮວ໊ກມົນ (ນະຄອນໂຮ່ຈີມິນ).

ໂດຍ: ເກື່ອງດັ້ງ