ກູບາ ຍາມໃດກໍມີເຈດຕະນາດີໃນການແກ້ໄຂຄວາມບໍ່ລົງລອຍກັນ ຜ່ານການເຈລະຈາ
ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ສະເໜີໃຫ້ທ່ານ ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບການຂອງກູບາ ໃນໄລຍະມໍ່ໆມານີ້?
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາຫວຽດນາມ: ວັນທີ 29 ມັງກອນ 2026, ທ່ານປະທານາທິບໍດີອາເມລິກາ ໄດ້ເຊັນດໍາລັດ, ອະນຸຍາດໃຫ້ອາເມລິກາ ຈັດວາງພາສີອາກອນການຄ້າສໍາລັບສິນຄ້ານໍາເຂົ້າຈາກບັນດາປະເທດທີ່ສະໜອງນໍ້າມັນເຊື້ອໄຟແກ່ກູບາ. ດໍາລັດສະບັບນີ້ໄດ້ຍູ້ແຮງຄໍາສັ່ງປິດລ້ອມ, ຂວໍ້າບາດເສດຖະກິດຕໍ່ກັບກູບາ ຂຶ້ນສູ່ລະດັບທີ່ບໍ່ເຄີຍມີມາກ່ອນ, ເປັນການສ້າງວົງປິດລ້ອມດ້ານພະລັງງານຢ່າງຮອບດ້ານ ເພື່ອບີບຮັດພື້ນຖານເສດຖະກິດຂອງກູບາ. ພ້ອມກັນນັ້ນແມ່ນໄພນາບຂູ່ຂອງອາເມລິກາ ກ່ຽວກັບການນໍາໃຊ້ກໍາລັງອາວຸດໃສ່ກູບາ. ສະພາບການດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງການດໍາລົງຊີວິດຂອງປະຊາຊົນກູບາ ຍ້ອນຜົນສະທ້ອນອັນໜັກໜ່ວງເຖິງການຜະລິດໄຟຟ້າ, ຂົນສົ່ງ, ຜະລິດສິນຄ້າ ແລະສະໜອງບໍລິການ, ພິເສດແມ່ນໃນຂົງເຂດທາງການແພດ.
ນັກຂ່າວ: ໃນສະພາບການປັດຈຸບັນ, ພັກ, ລັດ ກູບາ ໄດ້ ແລະພວມຜັນຂະຫຍາຍມາດຕະການໃດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍຮຽນທ່ານທູດ?
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ: ຕໍ່ໜ້າສະພາບການນັ້ນ, ພັກ, ລັດ ກູບາ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອນໍາໃຊ້ນ້ຳມັນເຊື້ອໄຟຢ່າງສົມເຫດສົມຜົນ, ດັດປັບການເຄື່ອນໄຫວດ້ານແຮງງານ ແລະການສຶກສາ, ຈໍາກັດການໄປມາ ແລະສົ່ງເສີມການເຮັດວຽກທາງໄກ, ດ້ວຍເປົ້າໝາຍຮັບປະກັນການຮັກສາການເຄື່ອນໄຫວຂອງປະເທດໃນເງື່ອນໄຂພິເສດ. ຄຽງຂ້າງນັ້ນ, ບັນດາບຸລິມະສິດແຖວໜ້າທີ່ຕ້ອງໄດ້ກໍານົດແມ່ນເພີ່ມທະວີການຜະລິດສະບຽງອາຫານພາຍໃນປະເທດ, ພິເສດແມ່ນຢູ່ໃນລະດັບທ້ອງຖິ່ນ, ພ້ອມທັງສົ່ງເສີມວິວັດການຫັນປ່ຽນພະລັງງານໄປສູ່ບັນດາແຫຼ່ງພະລັງງານທົດແທນ.
    |
 |
|
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: ສະຖານທູດກູບາ ປະຈໍາຫວຽດນາມ |
ອີກດ້ານໜຶ່ງ, ບັນດາມາດຕະການກໍພວມໄດ້ຈັດຕັ້ງປະຕິບັດ ເພື່ອແນໃສ່ເພີ່ມສິດເປັນເຈົ້າຕົນເອງຂອງວິສາຫະກິດ ແລະອໍານາດການປົກຄອງທ້ອງຖິ່ນ; ປັບປຸງກົງຈັກການຈັດຕັ້ງລັດ ແລະລັດຖະບານ ຄືນໃໝ່; ສືບຕໍ່ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການລົງທຶນໂດຍກົງຈາກຕ່າງປະເທດ ແລະບັນດາຮູບແບບການຮ່ວມສໍາພັນດ້ານເສດຖະກິດລະຫວ່າງພາກລັດ ແລະພາກເອກະຊົນ, ສົ່ງເສີມການເຄື່ອນໄຫວດໍາເນີນທຸລະກິດຂອງປະຊາຊົນກູບາ ທີ່ພວມດໍາລົງຊີວິດຢູ່ຕ່າງປະເທດ. ໄປຄຽງຄູ່ກັນນັ້ນ, ລະດັບຄວາມພ້ອມໃຫ້ແກ່ໜ້າທີ່ປ້ອງກັນຊາດ ກໍໄດ້ຮັບການຍົກສູງຂຶ້ນ ເພື່ອຮັບມືກັບຄວາມສ່ຽງທີ່ອາດຈະເກີດການບຸກໂຈມຕີທາງທະຫານຂຶ້ນ.
ນັກຂ່າວ: ຫວ່າງມໍ່ໆມານີ້, ທ່ານ Miguel Díaz-Canel ປະທານປະເທດ ກູບາ ໄດ້ແຈ້ງວ່າ ວົງການເຈົ້າໜ້າທີ່ ກູບາ ໄດ້ດໍາເນີນການເຈລະຈາກັບຜູ້ຕາງໜ້າ ລັດຖະບານອາເມລິກາ ເພື່ອຊອກຫາມາດຕະການຮັດແຄບຄວາມແຕກຕ່າງລະຫວ່າງສອງປະເທດ ຜ່ານການເຈລະຈາ. ທ່ານ Oscar Pérez Oliva ຮອງນາຍົກລັດຖະມົນຕີກູບາ ໃຫ້ຮູ້ວ່າ ກູບາ ພ້ອມແລ້ວທີ່ຈະສ້າງຕັ້ງການພົວພັນທາງການຄ້າທີ່ລຸລ່ວງກັບວິສາຫະກິດຂອງອາເມລິກາ, ກໍຄືກັບປະຊາຄົມຊາວກູບາ ທີ່ພວມດໍາລົງຊີວິດຢູ່ອາເມລິກາ ແລະລູກຫຼານຂອງເຂົາເຈົ້າ. ສະເໜີທ່ານທູດ ແບ່ງປັນຕື່ມອີກກ່ຽວກັບຂໍ້ມູນເຫຼົ່ານີ້?
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ: ລັດຖະບານກູບາ ຍາມໃດກໍສະແດງໃຫ້ເຫັນຄວາມເຈດຕະນາດີໃນການແກ້ໄຂຄວາມບໍ່ລົງລອຍກັນກັບອາເມລິກາ ຜ່ານການເຈລະຈາ, ບົນພື້ນຖານຄວາມເຄົາລົບນັບຖື, ສະເໝີພາບ ແລະບໍ່ສ້າງຄວາມເສຍຫາຍຕໍ່ອະທິປະໄຕຂອງປະເທດ, ເພື່ອຊອກຫາມາດຕະການໃຫ້ແກ່ຄວາມບໍ່ລົງລອຍກັນຢ່າງສີວິໄລ, ມີການໄປມາຫາສູ່ ແລະສອດຄ່ອງກັບກົດໝາຍສາກົນ. ໃນຫຼາຍປີຜ່ານມາ, ໃນສະຖານະການອື່ນ, ສອງຝ່າຍ ໄດ້ດໍາເນີນການແລກປ່ຽນ ແລະບັນລຸໄດ້ຂໍ້ຕົກລົງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັບໃຊ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ກ່ຽວຂ້ອງເຖິງນະໂຍບາຍໃໝ່ທີ່ໄດ້ປະກາດອະນຸຍາດໃຫ້ຊາວກູບາ ທີ່ດໍາລົງຊີວິດຢູ່ຕ່າງປະເທດ, ບໍ່ພຽງແຕ່ຢູ່ອາເມລິກາ ສາມາດເຂົ້າຮ່ວມການເຄື່ອນໄຫວເສດຖະກິດພາຍໃນປະເທດໂດຍກົງກວ່າອີກ, ມາດຕະການເຫຼົ່ານີ້ ເພື່ອແນໃສ່ເປີດກວ້າງແຫຼ່ງເງິນລົງທຶນ, ຊຸກຍູ້ການຫັນພື້ນຖານເສດຖະກິດແຫ່ງຊາດໃຫ້ມີຄວາມຂະຫຍັນຂັນເຄື່ອນ ແລະເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມຊາວ ກູບາ ອາໄສຢູ່ຕ່າງປະເທດ. ພ້ອມກັນນັ້ນ, ກູບາ ໄດ້ຢັ້ງຢືນຄວາມພ້ອມໃນການຊຸກຍູ້ການຄ້າກັບວິສາຫະກິດອາເມລິກາ. ເຖິງຢ່າງໃດກໍຕາມ, ຍ້ອນຄໍາສັ່ງຂວໍ້າບາດເສດຖະກິດຂອງອາເມລິກາ ເປັນປັດໄຈກີດຂວາງການຮ່ວມສໍາພັນນີ້.
ການໜູນຊ່ວຍຢ່າງທັນການ ແລະແທດຈິງ
ນັກຂ່າວ: ທ່ານທູດ ສາມາດແບ່ງປັນກ່ຽວກັບນໍ້າໃຈສາມັກຄີພິເສດລະຫວ່າງສອງປະເທດຫວຽດນາມ ແລະກູບາ, ໂດຍສະເພາະແມ່ນໃນສະພາບການ ປັດຈຸບັນ?
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຮັກສາຄວາມສາມັກຄີ, ຢຶດດໝັ້ນໃນການສະໜັບສະໜູນ ແລະຄວາມສັດຊື່ບໍລິສຸດຕໍ່ກັບພາລະກິດຂອງປະຊາຊົນກູບາ ໃນການຕໍ່ສູ້ໃຫ້ຢຸດຕິຄໍາສັ່ງປິດລ້ອມ, ຂວໍ້າບາດ, ຜ່ານການກະທໍາດ້ານການເມືອງ ແລະການທູດຢ່າງແຂງແຮງ, ສະເໝີຕົ້ນສະເໝີປາຍ, ກໍຄືບັນດາຄໍາຕັດສິນໜູນຊ່ວຍດ້ານວັດຖຸຢ່າງທັນການ ແລະແທດຈິງ. ການປະກອບສ່ວນເຫຼົ່ານີ້ ໄດ້ຮັບການຕີລາຄາສູງທີ່ສຸດຈາກພັກ, ລັດ ແລະປະຊາຊົນກູບາ ທຸກຖ້ວນໜ້າ.
ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນກຸມພາ 2026 ຂອງສະຫາຍ Bruno Rodríguez Parrilla ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະເປັນທູດພິເສດຂອງພັກ, ລັດກູບາ, ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືສອງຝ່າຍທີ່ດີງາມ. ການນໍາຂັ້ນສູງ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ນໍ້າໃຈສາມັກຄີ ແລະພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍກູບາ ຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ.
ນັກຂ່າວ: ຕາມທ່ານທູດ, ຫວຽດນາມ ແລະກູບາ ຕ້ອງສຸມໃສ່ຂົງເຂດຮ່ວມມືໃດໃນໄລຍະຈະມາເຖິງ ເພື່ອຮັດແໜ້ນນໍ້າໃຈສາມັກຄີພິເສດລະຫວ່າງສອງປະເທດກວ່າອີກ?
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ: ໃນໄລຍະຈະມາເຖິງ, ກູບາ ແລະຫວຽດນາມ ຈະສືບຕໍ່ປັບປຸງການພົວພັນມິດຕະພາບແບບພິເສດ ແລະຄວາມສາມັກຄີທີ່ເປັນມູນເຊື້ອ, ມຸ່ງໄປເຖິງໄລຍະຮ່ວມມືຮອບດ້ານຢູ່ໃນລະດັບສູງໃໝ່, ມີປະສິດທິຜົນ, ແທດຈິງ ແລະຍືນຍົງໃນທຸກຂົງເຂດ. ວິວັດການນີ້ ໄດ້ຮັບການຊຸກຍູ້ຜ່ານກົນໄກຮ່ວມມືທີ່ຫຼາກຫຼາຍຮູບແບບ, ມີປະສິດທິຜົນ ເຊິ່ງໄດ້ຮັບການສ້າງຕັ້ງມາແລ້ວ, ດ້ວຍການພົວພັນລະຫວ່າງສອງພັກ ຮັກສາບົດບາດກໍານົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ.
ມີວິສາຫະກິດຫວຽດນາມຫຼາຍແຫ່ງ ຍັງສືບຕໍ່ລົງທຶນເຂົ້າພື້ນຖານເສດຖະກິດກູບາ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃນປັດຈຸບັນ. ພິເສດ, ບັນດາໂຄງການໃນຂົງເຂດຜະລິດເຂົ້າສານ ແມ່ນມີຄວາມໝາຍສໍາຄັນ, ປະກອບສ່ວນແທດຈິງເຂົ້າໃນການຮັບປະກັນອະທິປະໄຕ ແລະຄວາມໝັ້ນຄົງດ້ານສະບຽງອາຫານຂອງກູບາ, ຜ່ານການນໍາໃຊ້ວິທີການຄຸ້ມຄອງ ແລະຖ່າຍທອດເຕັກໂນໂລຊີ. ຫວຽດນາມ ກໍພວມປະກອບສ່ວນແກ້ໄຂສະພາບຂາດແຄນໄຟຟ້າຢູ່ ກູບາ, ພ້ອມທັງໜູນຊ່ວຍວິວັດການຫັນປ່ຽນໂຄງປະກອບດ້ານພະລັງງານ, ຜ່ານການຜັນຂະຫຍາຍໂຄງການໂຮງງານໄຟຟ້າແສງຕາເວັນ ຂະໜາດ 80MW ຢູ່ແຂວງ Mayabeque.
ຄຽງຂ້າງນັ້ນ, ການສ້າງຕັ້ງຫວ່າງແລ້ວນີ້ຂອງວິສາຫະກິດຮ່ວມທຸລະກິດ ກູບາ-ຫວຽດນາມ ໃນຂົງເຂດຜະລິດ ແລະດໍາເນີນທຸລະກິດກ່ຽວກັບຜະລິດຕະພັນການຢາຊີວະພາບກູບາ, ຕັ້ງຢູ່ເຂດອຸດສາຫະກໍາສູງ ຮວ່າລາກ, ຮ່າໂນ້ຍ ໄດ້ສ້າງແຮງຂັບເຄື່ອນອັນສໍາຄັນຊຸກຍູ້ການພັດທະນາຂອງຂະແໜງເຕັກໂນໂລຊີຊີວະວິທະຍາກູບາ, ພ້ອມທັງປະກອບສ່ວນຍົກສູງຄຸນນະພາບການເບິ່ງ ແຍງດູແລສຸຂະພາບໃຫ້ແກ່ ປະຊາຊົນສອງປະເທດ.
ນັກຂ່າວ: ພາຍຫຼັງໜຶ່ງປີກວ່າ ທີ່ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ກູບາ ປະຈໍາຫວຽດນາມ, ທ່ານ ທູດ ຈົ່ງແບ່ງປັນຄວາມຮູ້ສຶກຂອງຕົນ ກ່ຽວກັບ ປະເທດ, ຊາວຫວຽດນາມ?
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ: ພາຍຫຼັງໜຶ່ງປີກວ່າ ນັບແຕ່ໄດ້ມາຮັບໜ້າທີ່ການທູດຢູ່ຮ່າໂນ້ຍ ແມ່ນຄວາມເປັນກຽດທີ່ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະປະຊາຊົນກູບາ ໃນຖານະເປັນເອກອັກຄະລັດຖະທູດ, ຂ້າພະເຈົ້າ ສາມາດຢັ້ງຢືນດ້ວຍຄວາມເອກອ້າງທະນົງໃຈວ່າ ຄວາມນິຍົມນັບຖື ແລະຄວາມເຄົາລົບຂອງຂ້າພະເຈົ້າ ທີ່ມີຕໍ່ປະຊາຊົນຫວຽດນາມ ແມ່ນນັບມື້ນັບເລິກເຊິ່ງຂຶ້ນກວ່າເກົ່າ. ຂ້າພະເຈົ້າ ຮູ້ສຶກສະເທືອນໃຈຕໍ່ອາລົມຈິດອັນຈິງໃຈ, ອົບອຸ່ນ ທີ່ປະຊາຊົນຫວຽດນາມ ຢູ່ທຸກແຖບຖິ່ນຂອງປະເທດ, ຂອງຫຼາຍຮຸ່ນຄົນ ແລະຊັ້ນຄົນທີ່ແຕກຕ່າງກັນ ໄດ້ສະຫງວນໃຫ້ແກ່ປະຊາຊົນກູບາ. ເຂົາເຈົ້າ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ນໍ້າໃຈສາມັກຄີປະຫວັດສາດຂອງກູບາ, ພ້ອມທັງຖືຄໍາເວົ້າອັນອະມະຕະຂອງຜູ້ນໍາ Fidel Castro “ເພື່ອຫວຽດນາມ, ກູບາ ຍອມເສຍສະຫຼະເລືອດເນື້ອຂອງຕົນ” ຄື ທິດນໍາຂອງຕົນເອງ.
ໃນຊຸມເດືອນຜ່ານມາ, ຂ້າພະເຈົ້າ ຮູ້ສຶກໄດ້ເຖິງຄຸນຄ່າມະນຸດສະທໍາພິເສດ ເຊິ່ງປະຊາຊົນຫວຽດນາມ ຮັກສາໄວ້ໃນໄລຍະປະຫວັດສາດອັນສະຫງ່າອົງອາດຂອງຊາດ. ນັ້ນແມ່ນຈິດໃຈດຸໝັ່ນຂະຫຍັນພຽນ, ເຈດຈໍານົງຍຶດໝັ້ນ, ຄວາມອົງອາດກ້າຫານ, ນໍ້າໃຈຮັກຊາດອັນເລິກເຊິ່ງ, ຊີວິດທາງດ້ານຈິດໃຈທີ່ອຸດົມສົມບູນ, ເຄົາລົບນັບຖືບັນພະບຸລຸດ, ພ້ອມກັບການຕິດພັນອັນໝັ້ນແກ່ນກັບມູນເຊື້ອ ແລະສີສັນວັດທະນະທໍາຂອງຊາດ. ພ້ອມກັນນັ້ນ, ຂ້າພະເຈົ້າ ກໍເຫັນປະຈັກຕາຄວາມພະຍາຍາມອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ກໍຄືຄວາມຄາດຫວັງກໍ່ສ້າງປະເທດ ໃຫ້ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະຜາສຸກ ໃນສັງກາດພັດທະນາໃໝ່ຂອງຊາດ.
ນັກຂ່າວ: ຂໍຂອບໃຈທ່ານ ທູດ!
ໂດຍ: ໄຊຊະນະ