ໄຂກອງປະຊຸມຄັ້ງທີ 2, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV
ກປ.ອອນໄລ - ໃນຕອນເຊົ້າຂອງວັນທີ 23 ມີນາ, ກອງປະຊຸມຄັ້ງທີ 2, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ໄດ້ໄຂຂຶ້ນທີ່ນະຄອນຫຼວງ ຮ່າໂນ້ຍ.
ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ໃນຫ້ອງປະຊຸມ. ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ກ່າວຄໍາເຫັນເປີດພິທີ ແລະເປັນປະທານກອງປະຊຸມ. ສະຫາຍ ເຈິ່ນແທັງເໝິນ, ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ໄດ້ຕາງໜ້າກົມການເມືອງ ຄວບຄຸມກອງປະຊຸມ.
    |
 |
|
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນໄຂກອງປະຊຸມຄັ້ງທີ 2, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງພິທີໄຂກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ຈັດກອງປະຊຸມສະເພາະ ເພື່ອໃຫ້ຄໍາເຫັນວຽກງານພະນັກງານກ່ຽວກັບການນຳສະເໜີບຸກຄະລາກອນບັນດາຕໍາແໜ່ງການນຳຂອງບັນດາອົງການລັດ ອາຍຸການ 2026-2031; ເລືອກຕັ້ງເພີ່ມເຕີມກຳມະການຄະນະກໍາມະການກວດກາສູນກາງ.
ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ກຸ່ມ ເພື່ອປຶກສາຫາລື ແລະໃຫ້ຄໍາເຫັນກ່ຽວກັບບັນດາເນື້ອໃນ: (1) ສຳເລັດຮູບແບບການຄຸ້ມຄອງອົງການສື່ມວນຊົນແຫ່ງຊາດ, ສະພາມະຫາບັນດິດວິທະຍາສາດສັງຄົມ ແລະວິທະຍາສາດເຕັກໂນໂລຊີໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. (2) ລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະຄະນະເລຂາທິການ ສະໄໝທີ XIV. (3) ວາລະເຮັດວຽກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.
    |
 |
|
ວາລະໄຂກອງປະຊຸມຄັ້ງທີ 2, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນຕອນບ່າຍ, ສູນກາງ ແລະບັນດາຜູ້ແທນໄດ້ເຮັດວຽກຢູ່ໃນຫໍປະຊຸມ ເພື່ອສືບຕໍ່ປຶກສາຫາລື ແລະໃຫ້ຄໍາເຫັນກ່ຽວກັບບັນດາເນື້ອໃນ: 1) ສໍາເລັດຮູບແບບການຄຸ້ມຄອງອົງການສື່ມວນຊົນແຫ່ງຊາດ, ສະພາມະຫາບັນດິດວິທະຍາສາດສັງຄົມ ແລະວິທະຍາສາດເຕັກໂນໂລຊີ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. (2) ລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະຄະນະເລຂາທິການ ສະໄໝທີ XIV. (3) ວາລະເຮັດວຽກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.
ຫຼັງຈາກນັ້ນ, ສູນກາງ ແລະບັນດາຜູ້ແທນໄດ້ເຮັດວຽກຢູ່ກຸ່ມ, ປຶກສາຫາລືກ່ຽວກັບບັນດາເນື້ອໃນ: (1) ລະບຽບການວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກຂອງຄະນະບໍລິຫານງານສູນກາງພັກ. (2) ລະບຽບການວ່າດ້ວຍການກວດກາ, ຕິດຕາມກວດກາ ແລະການປະຕິບັດລະບຽບວິໄນຂອງພັກຂອງຄະນະບໍລິຫານງານສູນກາງພັກ. (3) ລະບຽບການເຮັດວຽກຂອງຄະນະກຳມະການກວດກາສູນກາງ ສະໄໝທີ XIV. (4) ລະບຽບການກ່ຽວກັບວຽກງານການເມືອງ, ແນວຄິດໃນພັກ.
ໂດຍ: ແຕ່ງ ແສງມະນີ