ທ່ານ Vyacheslav Volodin ຢືນຢັນວ່າ ລັດເຊຍ ຖືຫວຽດນາມເປັນເພື່ອນມິດທີ່ເປັນມູນເຊື້ອ, ເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າຢູ່ພາກພື້ນອາຊີ-ປາຊີຟິກ; ດູມາແຫ່ງຊາດລັດເຊຍ ພ້ອມແລ້ວທີ່ຈະສົມທົບກັນກັບຝ່າຍຫວຽດນາມ ເພື່ອຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ. ສະພາແຫ່ງຊາດລັດເຊຍ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການສ້າງ ແລະສ້າງກອບນິຕິກໍາໃຫ້ການຮ່ວມມືສອງຝ່າຍໃຫ້​ສົມ​ບູນ​ແບບ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ-ການຄ້າ, ພະລັງງານ, ການສຶກສາ-ບໍາລຸງສ້າງ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ການຢ້ຽມຢາມລັດເຊຍ ຄັ້ງນີ້ ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ມີຄວາມໝາຍສຳຄັນ ເພື່ອແນໃສ່ການຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Vladimir Putin ປະທານາທິບໍດີລັດເຊຍ; ເຫັນດີເປັນເອກະພາບບາງກໍານົດທິດໃຫຍ່ເພື່ອຍົກລະດັບການຮ່ວມມືລະຫວ່າງຫວຽດນາມ-ລັດເຊຍ ຢ່າງຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດໃນສັງກາດໃໝ່ ແລະແລກປ່ຽນມາດຕະການທີ່ລະອຽດເພື່ອເຮັດໃຫ້ທຸກຂົງເຂດທີ່ຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະຫະພັນລັດເຊຍ ຕ້ອນຮັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການພົບປະ, ສອງຝ່າຍຢືນຢັນວ່າ ໃນໄລຍະຜ່ານມາ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດພັດທະນາຢ່າງດີງາມ; ສະພາແຫ່ງຊາດສອງປະເທດ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມມືຢ່າງມີປະສິດທິຜົນພາຍໃນທັງຂອບເຂດສອງຝ່າຍ ແລະຫຼາຍຝ່າຍ, ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ພິເສດແມ່ນການຈັດຕັ້ງວາລະປະຊຸມຜັດປ່ຽນກັນຂອງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາ.

ສອງຝ່າຍເຊື່ອໝັ້ນວ່າ ສະພາແຫ່ງຊາດສອງຝ່າຍຈະສືບຕໍ່ສ້າງເງື່ອນໄຂທີ່ສະດວກເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ; ເຊື່ອໝັ້ນວ່າ ບັນດາອົງການນິຕິບັນຍັດສອງປະເທດໃນອາຍຸການໃໝ່ຈະຍາມໃດກໍ່ຄຽງ​ບ່າ​ຄຽງ​ໄຫຼ່, ຮ່ວມເດີນທາງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກລະດັບການພົວພັນ ຫວຽດນາມ-ສະ​ຫະ​ພັນ​ລັດ​ເຊຍ ໃນສັງກາດໃໝ່ຂອງການຮ່ວມມື.

* ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ສະ​ຫະ​ພັນ​ລັດ​ເຊຍ.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ Dmitry Nikolayevich Chernyshenko ຮອງນາຍົກລັດຖະມົນຕີລັດເຊຍ ໄດ້ເນັ້ນໜັກວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ເປັນມູນເຊື້ອຂອງສະຫະພັນລັດເຊຍ, ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຂງແຮງ. ລັດເຊຍ ຍາມໃດກໍ່ຮັກສາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ Dmitry Nikolayevich Chernyshenko ສະແດງຄວາມປາດຖະໜາຢາກບັນດາວິສາຫະກິດລັດເຊຍ ເອົາໃຈໃສ່ຕະຫຼາດຫວຽດນາມ ຫຼາຍກວ່າ. ໂດຍເນັ້ນໜັກເຖິງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທີ່ທັງສອງຝ່າຍມີທ່າແຮງ ແລະສາມາດເປີດກວ້າງການຮ່ວມມື, ຄື: ພື້ນຖານໂຄງລ່າງໂທລະຄົມມະນາຄົມ, ການທ່ອງທ່ຽວ, ພະລັງງານ, ການສຶກສາ ແລະບໍາລຸງສ້າງ, ທ່ານຮອງນາຍົກລັດຖະມົນຕີລັດເຊຍ ເຊື່່ອໝັ້ນວ່າ ບັນດາຂະແໜງ, ວິສາຫະກິດສອງປະເທດຈະມີໂຄງການຮ່ວມມືພັດທະນາໃນອະນາຄົດຫຼາຍກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ-ສະຫະລັດລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ຫວຽດນາມ-ສະຫະພັນລັດເຊຍ ແມ່ນສອງປະເທດເພື່ອນມິດ, ຄູ່ຮ່ວມມືທີ່ເປັນມູນເຊື້ອ ແລະການພົວພັນລະຫວ່າງສອງປະເທດນັບມື້ນັບດີງາມ. ພັກ, ລັດຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ຄວນພັດທະນາຢ່າງແຂງແຮງກວ່າ ເພື່ອໃຫ້ສົມກັບການພົວພັນອັນດີງາມທາງດ້ານການເມືອງ, ການທູດລະຫວ່າງສອງປະເທດ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຫວັງວ່າວິສາຫະກິດສອງປະເທດຈະຄົ້ນຄວ້າ, ນຳໃຊ້ກາລະໂອກາດການລົງທຶນໃນປະເທດຂອງກັນ ແລະກັນເປັນຢ່າງດີ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນແບບພິເສດລະຫວ່າງສອງປະເທດ, ກໍຄືປະກອບສ່ວນເຂົ້າໃນການຊຸກຍູ້ເສດຖະກິດຂອງແຕ່ລະປະເທດພັດທະນາ.

ປະຈຸບັນ, ບັນດາວິສາຫະກິດຫວຽດນາມ ລົງທຶນໄປຍັງ ລັດເຊຍ ປະມານ 2 ຕື້ໂດລາສະຫະລັດ, ບັນດາວິສາຫະກິດລັດເຊຍ ລົງທຶນໄປຍັງ ຫວຽດນາມ ປະມານ 1 ຕື້ໂດລາສະຫະລັດ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວັງວ່າ ບັນດາວິສາຫະກິດລັດເຊຍ ຈະລົງທຶນຫຼາຍຂຶ້ນຢູ່ຫວຽດນາມ ໃນຂົງເຂດທີ່ຫວຽດນາມ ໃຫ້ບຸລິມະສິດ, ຄື: ພະລັງງານ; ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດີຈີຕອນ; ບັນດາຂະແໜງທີ່ມີລັກສະນະພື້ນຖານ, ຄື: ສາທາລະນະສຸກ, ການສຶກສາ; ການພັດທະນາພື້ນຖານໂຄງລ່າງ, ໃນນັ້ນມີິພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງສີຂຽວ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ...

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ເວທີປາໄສຈະເປີດຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດສອງປະເທດຮ່ວມມືຢ່າງແຂງແຮງກວ່າ, ນຳພາ ແລະແຜ່ຂະຫຍາຍໄປສູ່ທຸລະກິດອື່ນໆ, ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ຊຸກຍູ້ການພັດທະນາເສດຖະກິດແຕ່ລະປະເທດຢ່າງໄວ ແລະ ຍືນຍົງກວ່າ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມຫໍພິພິທະພັນພະລັງງານປະລະມານູ ແລະສູນຄວບຄຸມລະບົບລົດໄຟໃຕ້ດິນ Moscow.

ໂດຍ: ຈາງຫງວຽນ