* ທີ່ການພົບປະ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການເຈລະຈາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະຜ່ານທຸກຊ່ອງທາງ, ສ້າງພື້ນຖານແກ່ການຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ພະລັງງານ-ນໍ້າມັນອາຍແກັສ, ກະສິກຳ, ການຄົມມະນາຄົມຂົນສົ່ງ, ໂລຈິດສະຕິກ, ການສຶກສາ-ບໍາລຸງກໍ່ສ້າງ, ວັດທະນະທໍາ, ການທ່ອງທ່ຽວ, ວິທະຍາສາດ- ເຕັກໂນໂລຊີ, ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ. ສອງຝ່າຍຢືນຢັນຄວາມຕັດສິນໃຈຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ກາຍເປັນປາຍແຫຼມ, ນຳໜ້າໃນການຮ່ວມມືສອງຝ່າຍ; ຈັດຕັ້ງປະຕິບັດສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບສະຫະພັນເສດຖະກິດ ອາຊີ-ເອີລົບ ຢ່າງມີປະສິດທິຜົນ, ເປີດກວ້າງຕະຫຼາດໃຫ້ຫຼາຍກວ່າອີກແກ່ສິນຄ້າສົ່ງອອກປະເພດຕ່າງໆຂອງກັນ, ຊຸກຍູ້ການເຄື່ອນໄຫວລົງທຶນສອງຝ່າຍ. ສອງຝ່າຍ ໄດ້ຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານພະລັງງານ- ນ້ຳມັນອາຍແກັສ ລະຫວ່າງສອງປະເທດໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Mikhail Mishustin ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ. ພາບ: qdnd.vn

ການນຳສອງປະເທດ ເນັ້ນໜັກວ່າ: ການຮ່ວມມືດ້ານພະລັງງານ-ນ້ຳມັນອາຍແກັສ ແມ່ນຂົງເຂດແບບດັ້ງເດີມ, ເປັນສັນຍາລັກແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດ ແລະຢັ້ງຢືນຄວາມຕັດສິນໃຈຍົກລະດັບຂົງເຂດການຮ່ວມມືຍຸດທະສາດນີ້, ຜັນຂະຫຍາຍປະຕິບັດໂຄງການຮ່ວມມືຫຼັກແຫຼ່ງຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບຈະຄົ້ນຄວ້າ, ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານໃໝ່, ພະລັງງານສະອາດ, ພະລັງງານທົດແທນໂດຍໄວ, ປະກອບສ່ວນເຂົ້າໃນການຫັນເປັນສີຂຽວ ແລະພັດທະນາແບບຍືນຍົງ. ການນຳສອງປະເທດ ສະແດງຄວາມຊົມເຊີຍຕໍ່ການລົງນາມສັນຍາລະຫວ່າງລັດຖະບານຫວຽດນາມ ກັບລັດຖະບານ ສະຫະພັນ ລັດເຊຍ ວ່າດ້ວຍການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ຫວຽດນາມ; ຖືນີ້ແມ່ນບາດກ້າວສຳຄັນຂອງການຮ່ວມມືສອງຝ່າຍໃນຂົງເຂດພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ; ສະແດງຄວາມເຊື່ອໝັ້ນວ່າ ນີ້ແມ່ນໂຄງການທີ່ເປັນສັນຍາລັກໃໝ່ໃຫ້ແກ່ນໍ້າໃຈມິດຕະພາບລະຫວ່າງ ຫວຽດນາມ - ລັດເຊຍ. ສອງຝ່າຍຍັງຕີລາຄາສູງເລື່ອງສອງປະເທດ ລົງນາມໃນຂໍ້ຕົກລົງການຮ່ວມມືຫຼາຍສະບັບໃນຂົງເຂດພະລັງງານ-ນ້ຳມັນອາຍແກັສ, ການຄົມມະນາຄົມຂົນສົ່ງລະຫວ່າງວິສາຫະກິດຂອງສອງປະເທດໃນຂອບເຂດການຢ້ຽມຢາມ. ຜ່ານນັ້ນ ຜັນຂະຫຍາຍປະຕິບັດອະນຸສັນຍາ ແລະສັນຍາລະຫວ່າງລັດຖະບານ ທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການປະຈຸບັນ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ສອງນາຍົກລັດຖະມົນຕີ ເຫັນດີເປັນເອກະພາບຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ ຄວນກາຍເປັນເສົາຄ້ຳຮ່ວມມືໃໝ່ທີ່ແທ້ຈິງ; ເຫັນດີຊຸກຍູ້ການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນໃນຂອບເຂດ ປີ 2026 ກ່ຽວກັບວິທະຍາສາດ ແລະ ການສຶກສາ ...

ພາຍຫຼັງການພົບປະສອງຝ່າຍ, ທ່ານ ຟ້າມມິງຈິ໊ງ ແລະ ທ່ານ Mikhail Mishustin ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານ ສະຫະພັນ ລັດເຊຍ ວ່າດ້ວຍການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ຫວຽດນາມ.

* ທີ່ການພົບປະກັບທ່ານນາງ Valentina Matviyenko, ປະທານສະພາສູງລັດເຊຍ, ການນໍາສອງທ່ານ ເຫັນດີສືບຕໍ່ເສີມຂະຫຍາຍບົດບາດຂອງສອງສະພາແຫ່ງຊາດ, ສົມທົບກັນຕິດຕາມກວດກາການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງລັດຖະບານ ໃນຂົງເຂດເສດຖະກິດ, ການຄ້າ, ພະລັງງານ-ນ້ຳມັນອາຍແກສ, ວິທະຍາສາດ-ເຕັກໂນໂລຊີສູງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບໍາລຸງສ້າງຊັບພະຍາກອນມະນຸດ ແລະພື້ນຖານໂຄງລ່າງ; ໜູນຊ່ວຍແກ້ໄຂຂໍ້ຕິດຂັດດ້ານນິຕິກໍາ ແນໃສ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ແລະເຊື່ອມຕໍ່ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Valentina Matviyenko ປະທານສະພາສູງລັດເຊຍ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສອງຝ່າຍຍັງແລກປ່ຽນກ່ຽວກັບການເພີ່ມທະວີການສົມທົບກັນ ຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື, ພັດທະນາແບບຍືນຍົງ. ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສະພາແຫ່ງຊາດ ສະຫະພັນລັດເຊຍ ສືບຕໍ່ຮັກສາຫຼັກໝັ້ນທີ່ພາວະວິໄສ, ດຸ່ນດ່ຽງ, ສະໜັບສະໜູນຫຼັກໝັ້ນ ແລະທັດສະນະຂອງຫວຽດນາມ ແລະອາຊຽນ ໃນການແກ້ໄຂບັນຫາທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍ ວ່າດ້ວຍທະເລປີ 1982 (UNCLOS).

* ຕອນບ່າຍວັນທີ 23 ມີນາ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gennady Andreyevich Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Gennady Andreyevich Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງພັກກອມມູນິດຂອງສອງປະເທດ ຈະເພີ່ມທະວີການແລກປ່ຽນບົດຮຽນໃນຂົງເຂດກໍ່ສ້າງ, ປັບປຸງພັກ; ກໍ່ສ້າງອົງການຈັດຕັ້ງພັກ ໃຫ້ເໝາະສົມກັບສະພາບການຂອງແຕ່ລະປະເທດ. ພ້ອມກັນນັ້ນ, ສອງພັກຕ້ອງເພີ່ມທະວີການແລກປ່ຽນທິດສະດີ, ວິໄສທັດຜ່ານບັນດາເວທີປາໄສ, ດ້ວຍເປົ້າໝາຍລວມແມ່ນເພື່ອເອກະລາດ, ອິດສະຫຼະພາບຂອງແຕ່ລະປະເທດ, ກໍ່ສ້າງຊີວິດການເປັນຢູ່ທີ່ອີ່ມໜໍາສໍາລານ, ຜາສຸກໃຫ້ແກ່ປະຊາຊົນ, ປະກອບສ່ວນປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ໂດຍ: ທູຈາງ