ຫວຽດນາມ ສະແດງໃຫ້ເຫັນບົດບາດນັບມື້ນັບຕັ້ງໜ້າ, ເປັນເຈົ້າການໃນອາຊຽນ
ກປ.ອອນໄລ - ຕອນບ່າຍວັນທີ 24 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ ແນໃສ່ແລກປ່ຽນກ່ຽວກັບການຮ່ວມມື ອາຊຽນ-ອັງກິດ ແລະການພົວພັນສອງຝ່າຍ ຫວຽດນາມ-ອັງກິດ.
ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ແລະທ່ານເອກອັກຄະລັດຖະທູດ Iain Frew ໄດ້ຫວນຄືນບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນ ອາຊຽນ-ອັງກິດ ໃນໄລຍະຜ່ານມາ, ພິເສດແມ່ນອັດຕາ 98,9% ໃນການຜັນຂະຫຍາຍແຜນການດໍາເນີນງານອາຊຽນ-ອັງກິດ ໄລຍະ 2022-2026; ເນັ້ນໜັກວ່າ ປີນີ້, ສອງຝ່າຍຈະສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາ ອາຊຽນ-ອັງກິດ (2021-2026), ຜ່ານນັ້ນສ້າງພະລັງແຮງຊຸກຍູ້ການຮ່ວມມື ອາຊຽນ-ອັງກິດ ໃນໄລຍະໃໝ່.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ. ພາບ: baoquocte.vn |
ທ່ານຮອງລັດຖະມົນຕີ ຢືນຢັນວ່າ ໃນຖານະເປັນປະເທດປະສານງານການພົວພັນ ອາຊຽນ-ອັງກິດ ໄລຍະ 2024-2027, ຫວຽດນາມ ພວມຕັ້ງໜ້າປະສານງານ, ຊຸກຍູ້ການສ້າງແຜນການດໍາເນີນງານ ອາຊຽນ-ອັງກິດ ໄລຍະ 2027-2031, ສຸມໃສ່ບັນດາຂົງເຂດຮ່ວມມືບຸລິມະສິດ, ຄື: ເສດຖະກິດ, ການເງິນ, ການຫັນເປັນສີຂຽວ, ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນະວັດຕະກໍາ, ການຮ່ວມມືທາງທະເລ... ກ່ຽວກັບການພົວພັນສອງຝ່າຍ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ຕີລາຄາສູງການໜູນຊ່ວຍຂອງ ອັງກິດ ສະຫງວນໃຫ້ຫວຽດນາມ ໃນການກໍ່ສ້າງສູນການເງິນສາກົນ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ; ພ້ອມທັງສະເໜີ ອັງກິດ ຕ້ັງໜ້າແບ່ງປັນບົດຮຽນກ່ຽວກັບການຫັນປ່ຽນພະລັງງານສະອາດ.
ສ່ວນທ່ານເອກອັກຄະລັດຖະທູດ Iain Frew ໄດ້ຕີລາຄາສູງບົດບາດປະສານງານການພົວພັນ ອາຊຽນ-ອັງກິດ ຂອງຫວຽດນາມ, ກໍ່ຄືບົດບາດນັບມື້ນັບຕັ້ງໜ້າ ແລະເປັນເຈົ້າການຂອງຫວຽດນາມ ໃນອາຊຽນ ແລະໃນເວທີສາກົນ, ພິເສດແມ່ນປະກອບສ່ວນເຂົ້າໃນການແກ້ໄຂບັນຫາພາກພື້ນ ແລະທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍ່ຢືນຢັນຄວາມພ້ອມສົມທົບກັບຫວຽດນາມ ຊຸກຍູ້ການຜັນຂະຫຍາຍຂົງເຂດບຸລິມະສິດທີ່ສອງຝ່າຍໄດ້ກຳນົດໄວ້.
ໂດຍ: ເຈິ່ນຮວ່ຽນ