ສ້າງແຮງຂັບເຄື່ອນໃໝ່ໃຫ້ການຮ່ວມມື ຫວຽດນາມ-ອີຢູ
ກປ.ອອນໄລ - ວັນທີ 24 ມີນາ, ທ່ານ ເລຮວ່າຍຈູງ, ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Jozef Sikela ຂ້າຫຼວງໃຫຍ່ສະຫະພາບເອີລົບ (ອີຢູ) ຮັບຜິດຊອບວຽກງານຄູ່ຮ່ວມມືສາກົນ ທີ່ພວມຢ້ຽມຢາມຫວຽດນາມ ແລະເປັນປະທານຮ່ວມເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນປະຕູທົ່ວໂລກ ຫວຽດນາມ-ອີຢູ (GGBIF).
ທີ່ການພົບປະສອງຝ່າຍ, ທ່ານລັດຖະມົນຕີ ເລຮວ່າຍຈູງ ສະເໜີວ່າສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງການສົມທົບແນໃສ່ຜັນຂະຫຍາຍເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນເສົາຄໍ້າການຮ່ວມມືໃໝ່ດ້ານວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກໍາ. ທ່ານລັດຖະມົນຕີ ກໍ່ສະເໜີສອງຝ່າຍຂຸດຄົ້ນສັນຍາການຄ້າເສລີ ອີຢູ-ຫວຽດນາມ (EVFTA) ໃຫ້ມີປະສິດທິຜົນກວ່າ ເພື່ອເປີດກວ້າງຂອບເຂດການຮ່ວມມືດ້ານເສດຖະກິດ, ການຄ້າ; ສະເໜີ ອີຢູ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ, ຍົກເລີກ “ບັດເຫຼືອງ” IUU ສຳລັບສິນທະເລຫວຽດນາມ, ນຳ ຫວຽດນາມ ໃຫ້ອອກຈາກບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືດ້ານພາສີ.
    |
 |
|
ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Jozef Sikela ຂ້າຫຼວງໃຫຍ່ສະຫະພາບເອີລົບ (ອີຢູ) ຮັບຜິດຊອບວຽກງານຄູ່ຮ່ວມມືສາກົນ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານຂ້າຫຼວງໃຫຍ່ Jozef Sikela ຢືນຢັນວ່າ ຈະປະສານສົມທົບກັບອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເສົາຄໍ້າການຮ່ວມມືໃໝ່ໃນຂອບເຂດຂໍ້ລິເລີ່ມ “ປະຕູທົ່ວໂລກ” (Global Gateway) ໃຫ້ມີປະສິດທິຜົນ; ເພີ່ມທະວີການລະດົມແຫຼ່ງກໍາລັງດ້ານການເງິນ, ພິເສດແມ່ນການເງິນສີຂຽວ, ພ້ອມທັງຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະໜູນຊ່ວຍດ້ານເຕັກນິກແນໃສ່ຊ່ວຍໃຫ້ຫວຽດນາມ ຫັນເປົ້າໝາຍພັດທະນາໃນໄລຍະຍາວໃຫ້ປະກົດຜົນເປັນຈິງ; ສົມທົບກັນຜັນຂະຫຍາຍ EVFTA ໃຫ້ມີປະສິດທິຜົນ, ເປັນພື້ນຖານສຳຄັນເພື່ອຊຸກຍູ້ດ້ານການຄ້າ ແລະການລົງທຶນສອງຝ່າຍພັດທະນາຢ່າງແຂງແຮງ, ດຸ່ນດ່ຽງ ແລະຍືນຍົງກວ່າໃນໄລຍະຈະມາເຖິງ.
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ; ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງຫວຽດນາມ, ຊຸກຍູ້ ແລະເຮັດໃຫ້ການພົວພັນອາຊຽນ-ອີຢູ ເລິກເຊິ່ງກວ່າອີກ.
ໂດຍ: ໄຊນີດາ