ຫວຽດນາມ ຍາມໃດກໍຈົດຈໍາຕໍ່ການຊ່ວຍເຫຼືອຂອງລັດເຊຍ ແລະເພື່ອນມິດສາກົນ

ພາຍຫຼັງຮັບຟັງທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ແລະທ່ານ ໂດ໋ຊວນຮວ່າງ ປະທານສະຫະພັນບັນດາອົງການຈັດຕັ້ງຊາວຫວຽດນາມ ຢູ່ສະຫະພັນລັດເຊຍ, ທ່ານນາງ ຫງວຽນທິຫາຍແອັງ ນັກຄົ້ນຄວ້າທີ່ມະຫາວິທະຍາໄລຄຸ້ມຄອງລັດ ແຫ່ງລັດເຊຍ, ຜູ້ຕາງໜ້າບັນດາອົງການຈັດຕັ້ງຊາວຫວຽດນາມ ແລະຜູ້ຕາງໜ້າວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ສະຫະພັນລັດເຊຍ ລາຍງານ, ທ່ານ ຟ້າມມິງຈີ້ງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ສະຖານທູດ, ບັນດາອົງການຈັດຕັ້ງຊາວຫວຽດນາມ, ວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ບັນລຸໄດ້ໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຂົ້າຮ່ວມການພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ. ພາບ: qdnd.vn

ຕາງໜ້າການນໍາພັກ, ລັດ ແລະທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ຟ້າມມິງຈີ້ງ ໄດ້ສົ່ງຄໍາພອນໄຊອັນປະເສີດມາຍັງປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ; ອວຍພອນພໍ່ແມ່ປະຊາຊົນ ມີຊີວິດທີ່ມ່ວນຊື່ນ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ; ສືບຕໍ່ປະກອບສ່ວນຢ່າງແທດຈິງ ເຂົ້າໃນການພັດທະນາຂອງລັດເຊຍ, ຫວຽດນາມ ແລະການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ; ຫວັງວ່າ ພໍ່ແມ່ປະຊາຊົນ ສືບຕໍ່ສາມັກຄີ, ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະກອບສ່ວນກໍ່ສ້າງບ່ອນທີ່ຕົນເອງດໍາລົງຊີວິດໃຫ້ພັດທະນາ, ມຸ່ງໄປເຖິງບ້ານເກີດເມືອງນອນ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍນັບຖືຢ່າງສູງ, ຈົດຈໍາ, ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດເຊຍ ກໍຄື ເພື່ອນມິດສາກົນຕໍ່ຫວຽດນາມ.

ເຊື່ອມຕໍ່ຈາກພື້ນທີ່ພັດທະນາເຖິງວັດທະນະທໍາ

ເວົ້າເຖິງຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄວາມປາດຖະໜາຢາກຍູ້ແຮງການຮ່ວມມືກັບລັດເຊຍ ໃນທຸກຂົງເຂດ ທີ່ ລັດເຊຍ ມີທ່າແຮງ. ຍົກຕົວຢ່າງກ່ຽວກັບການຮ່ວມມືໃນຂົງເຂດພັດທະນາລົດໄຟໃຕ້ດິນ, ທ່ານ ນາຍົກລັດຖະມົນຕີ ຖືວ່າ ມີຈໍານວນບໍ່ຫຼາຍປະເທດໃນໂລກ ມີລະບົບລົດໄຟໃຕ້ດິນທີ່ດີ ຄືຢູ່ລັດເຊຍ. ນີ້ແມ່ນຂົງເຂດທີ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະບັນດາຕົວເມືອງໃຫຍ່ຂອງຫວຽດນາມ ສາມາດຍູ້ແຮງການຮ່ວມມືກັບລັດເຊຍ.

leftcenterrightdel
 

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະສະມາຊິກໃນຄະນະ ຖ່າຍຮູບກັບພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ພາບ: qdnd.vn

ບໍ່ພຽງແຕ່ເຊື່ອມຕໍ່ກ່ຽວກັບພື້ນທີ່ພັດທະນາ, ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກເຖິງການເຊື່ອມຕໍ່ດ້ານວັດທະນະທໍາ, ມະນຸດອີກດ້ວຍ. ເພາະວ່າ ລັດເຊຍ ມີພື້ນຖານວັດທະນະທໍາທີ່ຍິ່ງໃຫຍ່, ນັບແຕ່ວັນນະຄະດີ ຈົນເຖິງຈິດຕະກໍາ; ໃນຂະນະນັ້ນ ຫວຽດນາມ ກໍມີວັດທະນະທໍາພື້ນເມືອງທີ່ອຸດົມສົມບູນ, ຖືວັດທະນະທໍາ ເປັນຈິດວິນຍານຂອງຊາດ, ເປັນກໍາລັງແຮງພາຍໃນ.

ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ສືບຕໍ່ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ວັດທະນະທໍາ ກໍຄືການພົວພັນມິດຕະພາບ, ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ ແລະປະສິດທິຜົນລະຫວ່າງສອງປະເທດ.

ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ພັກ, ລັດຫວຽດນາມ ຍາມໃດກໍກໍານົດປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມບັນດາເຜົ່າຫວຽດນາມ ໄດ້; ມີນະໂຍບາຍເອົາໃຈໃສ່, ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ມໍ່ໆມານີ້, ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍໃໝ່ກ່ຽວກັບວິຊາ, ສັນຊາດ, ການຈົດທະບຽນສຳມະໂນຄົວ, ຊື້ຂາຍອະສັງຫາລິມະຊັບຕາມທິດສະດວກກວ່າໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ພ້ອມທັງມີນະໂຍບາຍດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນເມື່ອປະເທດ ເພື່ອເຮັດວຽກ.

ທ່ານນາຍົກລັດຖະມົນຕີ ຮັບຮູ້ບັນດາຄໍາສະເໜີຂອງພໍ່ແມ່ປະຊາຊົນ; ຢັ້ງຢືນວ່າ ຈະແລກປ່ຽນກັບການນໍາຂັ້ນສູງຂອງປະເທດເພື່ອນ ກ່ຽວກັບການສະເໜີໃຫ້ລັດເຊຍ ເພີ່ມທະວີສະຖານະພາບທາງດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽງໃຈດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກ...

ໂດຍ: ໄຊຊະນະ