ຫວຽດນາມ ເພີ່ມທະວີການຮ່ວມມືກັບທ້ອງຖິ່ນຂອງຝລັ່ງ
ກປ.ອອນໄລ - ທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດ ຢືນຢັນຄວາມສາມາດບົ່ມຊ້ອນການຮ່ວມມືອັນໃຫຍ່ຫຼວງລະຫວ່າງຫວຽດນາມ ແລະພາກພື້ນ Marseille ໃນຂົງເຂດທ່າທະເລ, ພະລັງງານ, ນະວັດຕະກໍາ ແລະພົບປະແລກປ່ຽນວັດທະນະທໍາ.
ໃນລະຫວ່າງວັນທີ 19-23 ມີນາ, ທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ ມີການປະຕິບັດງານຢູ່ນະຄອນ Marseille ແລະແຂວງ Bouches-du-Rhone. ການຢ້ຽມຢາມເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງຫວຽດນາມ ກັບພາກພື້ນ Provence-Alpes-Cote d’Azur ໃນຂົງເຂດຕ່າງໆ, ຄື: ອໍານາດການປົກຄອງ, ເສດຖະກິດ, ລັດຖະສະພາ, ສື່ມວນຊົນ ແລະປະຊາຄົມ, ພ້ອມທັງຊຸກຍູ້ການຫັນການກໍານົດທິດການຮ່ວມມືຂັ້ນສູງເປັນໂຄງການທີ່ແທດຈິງເປັນລະອຽດ.
    |
 |
|
ເຈົ້າແຂວງ Bouches-du-Rhone Jacques ຕ້ອນຮັບເອກອັກຄະລັດຖະຫວຽດນາມ ປະຈໍາ ຝລັ່ງ ໄປຢ້ຽມຢາມ, ເຮັດວຽກຢູ່ທ້ອງຖິ່ນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຂົງເຂດການຮ່ວມມືໃຫ້ບຸລິມະສິດ, ຄື: ເສດຖະກິດທະເລ, logistics, ຄຸ້ມຄອງທ່າ, ໂຄງລ່າງຍຸດທະສາດ ແລະຄົມມະນາຄົມຕົວເມືອງ, ພ້ອມທັງເນັ້ນໜັກຄວາມສາມາດບົ່ມຊ້ອນການຮ່ວມມືໃນຂະແໜງເຕັກໂນໂລຢີສູງ, ໃນນັ້ນຝ່າຍຝລັ່ງ ຍົກທ່າແຮງໃຫ້ພົ້ນເດ່ັນກ່ຽວກັບເຕັກໂນໂລຢີນິວເຄຼຍ.
ແລກປ່ຽນກັບອໍານາດການປົກຄອງທ້ອງຖິ່ນ, ທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດສະເໜີເພີ່ມທະວີການເຊື່ອມຕໍ່ລະຫວ່າງສະຖາບັນຄົ້ນຄວ້າ, ວິສາຫະກິດຂອງທ້ອງຖິ່ນກັບລະບົບນິເວດເຕັກໂນໂລຢີຢູ່ ຫວຽດນາມ, ພິເສດໃນຂົງເຂດປັນຍາປະດິດ, ເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ, ພະລັງງານ ແລະເຕັກໂນໂລຢີດີຈີຕອນ. ການຮ່ວມມືບໍ່ເຕົ້າໂຮມສືບຕໍ່ໄດ້ເນັ້ນໜັກ, ດ້ວຍການກໍານົດທິດຊຸກຍູ້ການພົວພັນແຮກສ່ຽວລະຫວ່າງ Marseille ແລະບາງທ້ອງຖິ່ນຫວຽດນາມ, ພິເສດແມ່ນນະຄອນຫາຍຝ່ອງ.
ທ່ານເອກອັກຄະລັດຖະທູດ ສະແດງຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຂອງທ້ອງຖິ່ນໃນການເຂົ້າເຖິງ ແລະຂຸດຄົ້ນແຫຼ່ງເອກະສານຕ່າງໆຢູ່ສູນສຳເນົາແຫ່ງຊາດນອກປະເທດຢູ່ Aix-en-Provence. ທ່ານເອກອັກຄະລັດຖະທູດ ຢືນຢັນຄວາມສາມາດບົ່ມຊ້ອນການຮ່ວມມືອັນໃຫຍ່ຫຼວງລະຫວ່າງຫວຽດນາມ ແລະພາກພື້ນ Marseille ໃນຂົງເຂດຕ່າງໆ, ຄື: ທ່າທະເລ, logistics, ພະລັງງານ, ນະວັດຕະກໍາ ແລະພົບປະແລກປ່ຽນວັດທະນະທໍາ.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ສະຖານທູດຫວຽດນາມ ປະຈໍາ ຝລັ່ງ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະອຳນວຍຄວາມສະດວກ ເພື່ອໃຫ້ຂໍ້ລິເລີ່ມຮ່ວມມືຕ່າງໆລະຫວ່າງສອງຝ່າຍໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນນໍາການພົວພັນຫວຽດນາມ-ຝລັ່ງ ນັບມື້ນັບພັດທະນາອັນເລິກເຊິ່ງ, ແທດຈິງ ແລະຮອບດ້ານ.
ໂດຍ: ໄຊນີດາ