ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນການປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ.

ນັກຂ່າວ: ຂໍທ່ານລັດຖະມົນຕີ ໃຫ້ຮູ້ຄວາມໝາຍ ແລະໝາກຜົນສຳຄັນຂອງການປະຕິບັດງານຢູ່ລາວ ໃນໄລຍະຜ່ານມາຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ?

ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໂດຍໄດ້ຮັບຄໍາເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການຢ້ຽມຢາມທາງລັດຖະກິດ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ; ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ  ໃນລະຫວ່າງວັນທີ 1-2 ທັນວາ. ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ພົບປະກັບບັນດາສະຫາຍການນຳລາວ; ຢ້ຽມຢາມບັນດາສະຫາຍອະດີດເລຂາທິການໃຫຍ່, ປະທານປະເທດລາວ.

leftcenterrightdel
ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຫງວຽນຮົ່ງ

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ແລະຄະນະຜູ້ແທນຂອງພັກ, ລັດຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດການນໍາໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ.  ການເຄື່ອນໄຫວທີ່ພິເສດສຸດນັ້ນແມ່ນທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີບົດກ່າວປາໄສສໍາຄັນຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ໄດ້ຖ່າຍທອດສົດໃຫ້ປະຊາຊົນໃນປະເທດລາວທຸກຖ້ວນໜ້າຮັບຊົມ. ການຢ້ຽມຢາມຄັ້ງນີ້ກໍ່ດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ການຢ້ຽມຢາມໄດ້ປະສົບຜົນສໍາເລັດຢ່າງຈົບງາມ ແລະການນຳສອງພັກ, ສອງລັດ ລ້ວນແຕ່ເຫັນດີເປັນເອກະພາບວ່ານີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ.

ຜົນສຳເລັດຂອງການຢ້ຽມຢາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນຫຼາຍຂີດໝາຍພົ້ນເດັ່ນ. ທີໜຶ່ງ, ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ຫວຽດນາມ-ລາວ ແລະການຖືເປັນສໍາຄັນເຊິ່ງກັນ ແລະກັນຕໍ່ບັນດາຜົນງານຂອງສອງພັກ, ສອງລັດ. ການນໍາ ແລະປະຊາຊົນລາວ ມີຄວາມສະເທືອນໃຈທີ່ສຸດ ແລະຕີລາຄາວ່ານີ້ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງຈາກບັນດາສະຫາຍ, ອ້າຍນ້ອງຫວຽດນາມ. ຄວາມເຄົາລົບຮັກແພງ ເຊິ່ງ ພັກ, ລັດ ແລະປະຊາຊົນລາວ ສະຫງວນໃຫ້ຫວຽດນາມ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານການຕ້ອນຮັບຢ່າງສົມກຽດ, ອົບອຸ່ນນັບແຕ່ສະໜາມບິນຈົນໄປຮອດທຸກບ່ອນທີ່ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ.

ທີສອງ, ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ສອງພັກ, ສອງລັດໄດ້ເຫັນດີນຳການພົວພັນຂຶ້ນສູ່ລະດັບສູງໃໝ່. ນັບແຕ່ກ່ອນມາຮອດປະຈຸບັນ, ຫວຽດນາມ ແລະລາວ ຍັງຊຸກຍູ້ການພົວພັນຕາມທິດນຳທີ່ວ່າ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ”, ແຕ່ມາໃນປັດຈຸບັນ, ການພົວພັນລະຫວ່າງສອງປະເທດໄດ້ຮັບການຍົກສູງຂຶ້ນດ້ວຍປັດໄຈໃໝ່ແມ່ນ “ຄວາມຜູກພັນຍຸດທະສາດ”. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວິໄສທັດຮ່ວມ, ການກໍານົດທິດຮ່ວມ ແລະຄວາມມານະພະຍາຍາມລວມຂອງສອງຊາດໃນບັນດາບັນຫາຍຸດທະສາດໃນໄລຍະໃໝ່.

ໝາກຜົນສຳຄັນທີສາມ ແມ່ນບົນພື້ນຖານການກໍານົດທິດຍຸດທະສາດໃໝ່, ນັ້ນແມ່ນໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫັນທິດທາງຮ່ວມມືຍຸດທະສາດໃຫ້ເປັນລະອຽດ, ໃນນັ້ນການຮ່ວມມືດ້ານການເມືອງເປັນປາຍແຫຼມ, ເປັນເຂັມທິດຂອງການພົວພັນ ຫວຽດນາມ-ລາວ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຂອງສອງປະເທດເພື່ອຮັບໃຊ້ການພັດທະນາ...

ເນື່ອງໃນໂອກາດນີ້, ພັກ, ລັດລາວ ໄດ້ປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ທ່ານເລຂາທິການໃຫຍ່ ໂຕເລິມ ເຊິ່ງເປັນຫຼຽນສູງສຸດຂອງ ສປປ ລາວ ເພື່ອເປັນການຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ມີຕໍ່ການພົວພັນ ລາວ-ຫວຽດນາມ.

ນັກຂ່າວ: ດ້ວຍໝາກຜົນອັນພົ້ນເດັ່ນດັ່ງກ່າວ, ຕາມທ່ານລັດຖະມົນຕີແລ້ວ, ໃນໄລຍະຈະມາເຖິງ, ສອງປະເທດ ແລະພິເສດແມ່ນຫວຽດນາມ ຈະຕ້ອງເຮັດຫຍັງແດ່ເພື່ອຜັນຂະຫຍາຍໃນຕົວຈິງ?

ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມປະຫວັດສາດໃນຄັ້ງນີ້ໄດ້ເປີດໜ້າປະຫວັດສາດໃໝ່, ຍົກລະດັບການພົວພັນລະຫວ່າງສອງພັກ, ສອງລັດຂຶ້ນສູ່ລະດັບຍຸດທະສາດໃໝ່, ດ້ວຍເນື້ອໃນໃໝ່, ການພົວພັນຜູກພັນຍຸດທະສາດ ແລະມີທິດທາງການຮ່ວມມືລະອຽດທີ່ສຸດ. ໃນວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະລາວ ໄດ້ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ. ນັ້ນແມ່ນທິດທາງສຳຄັນທີ່ສຸດເພື່ອຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຫຼ້າສຸດຂອງສອງພັກ.

ໃນໄລຍະຈະມາເຖິງ, ຫວຽດນາມ ແລະລາວ ຕ້ອງສືບຕໍ່ຮັກສາ ແລະພັດທະນາຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”. ນັ້ນແມ່ນພື້ນຖານກຳລັງແຮງສໍາຄັນແຖວໜ້າສໍາລັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງທັງຫວຽດນາມ ແລະລາວ; ແມ່ນກົດເກນປະຫວັດສາດທີ່ຂາດບໍ່ໄດ້, ພາວະວິໄສໃນຂະບວນການພັດທະນາຂອງສອງພັກ, ສອງລັດ.

ພາຍຫຼັງການພົບປະລະຫວ່າງສອງພັກ ກໍຄືກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ, ຄະນະເລຂາທິການ, ລັດຖະບານຫວຽດນາມ ຈະປະກາດໃຊ້ແຜນການຢ່າງລະອຽດເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້. ບົນພື້ນຖານນັ້ນ, ບັນດາຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຕ້ອງຊາບຊຶມເນື້ອໃນຈິດໃຈ ແລະສືບຕໍ່ຫັນການປະຕິບັດຂໍ້ຕົກລົງເປັນລະອຽດ. ພວກເຮົາໄດ້ມີວິໄສທັດຍຸດທະສາດໃໝ່, ຮຽກຮ້ອງໃຫ້ມີຄວາມຮັບຮູ້ໃນລະດັບໃໝ່ກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ໄດ້ມີທິດທາງ ແລະຈະມີແຜນການຮ່ວມມືລະອຽດ. ນີ້ແມ່ນບາດກ້າວບຸກທະລຸຢ່າງແຂງແຮງເພື່ອຊຸກຍູ້ຜັນຂະຫຍາຍປະຕິບັດການຮ່ວມມືໃຫ້ແທດຈິງໃນໄລຍະຈະມາເຖິງ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ