ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ບັນດາຈຸດໃໝ່ທີ່ສໍາຄັນຂອງແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ແລະຄວາມໝາຍໃນສະພາບການປະຈຸບັນ?

ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ກ່ອນອື່ນໝົດ, ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຢືນຢັນ ແລະສືບທອດບັນດາເນື້ອໃນສຳຄັນຂອງການພົວພັນຕ່າງປະເທດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ. ນີ້ແມ່ນພື້ນຖານທີ່ໂລ່ງລ່ຽນຂອງການພົວພັນຕ່າງປະເທດໃນຫຼາຍທົດສະວັດຜ່ານມາ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງປະເທດ. ສືບທອດພື້ນຖານດັ່ງກ່າວ, ໃນສະພາບທີ່ປະເທດພວມມານະພະຍາຍາມສ້າງບາດກ້າວບຸກທະລຸເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກ ແລະປະຕິບັດສອງເປົ້າໝາຍ 100 ປີຢ່າງມີໄຊ, ແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ມີການພັດທະນາສໍາຄັນເພື່ອຮັບໃຊ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນສັງກາດໃໝ່ຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn

ໜຶ່ງແມ່ນ, ກອງປະຊຸມໃຫຍ່ໄດ້ເນັ້ນໜັກເຖິງເປົ້າໝາຍ “ພັດທະນາວຽກງານການພົວພັນຕ່າງປະເທດໃນສັງກາດໃໝ່ໃຫ້ເໝາະສົມກັບຂະໜາດປະຫວັດສາດ, ວັດທະນະທໍາ ແລະຖານະບົດບາດຂອງປະເທດ”.

ສອງແມ່ນ, ພັກ ໄດ້ເພີ່ມເຕີມທັດສະນະ “ເປັນເຈົ້າຕົນເອງທາງຍຸດທະສາດ” ແລະ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”. ນີ້ແມ່ນທັດສະນະຊີ້ນຳລວມ ແລະມີຄວາມສຳຄັນຍິ່ງຕໍ່ການພົວພັນຕ່າງປະເທດ. “ເປັນເຈົ້າຕົນເອງທາງຍຸດທະສາດ” ແລະ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຮັກສາການເປັນເຈົ້າການ, ເອກະລາດໃນການພົວພັນຕ່າງປະເທດ, ຮັບປະກັນຜົນປະໂຫຍດຂອງຊາດ-ຂອງປະເທດອັນໝັ້ນແກ່ນໃນໂລກທີ່ເຕັມໄປດ້ວຍການຜັນແປ.

ສາມແມ່ນ, ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຢືນຢັນການຍູ້ແຮງການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ, ພ້ອມກັບການເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜ້າທີ່ “ສຳຄັນຍິ່ງ ແລະເປັນປະຈໍາ”. ຕາມນັ້ນແລ້ວ, ການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນກາຍເປັນວິທີການທີ່ສຳຄັນ, ເປັນວຽກງານເຮັດເປັນປະຈຳ, ຕໍ່ເນື່ອງ ແລະມີຄວາມສຳຄັນແຖວໜ້າໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນຄົງເທົ່ານັ້ນ, ຫາກຍັງສ້າງສະພາບແວດລ້ອມ ແລະເງື່ອນໄຂສະດວກໃຫ້ແກ່ການພັດທະນາປະເທດຊາດ. ເນື້ອໃນດັ່ງກ່າວກໍ່ຢືນຢັນວ່າການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນແມ່ນພາລະກິດລວມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ແມ່ນໜ້າທີ່ຂອງທົ່ວລະບົບການເມືອງ, ຄວນມີການເຂົ້າຮ່ວມຢ່າງເປັນເຈົ້າການ, ສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດຂອງທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນ.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ ແລ້ວ, ວຽກງານການພົວພັນຕ່າງປະເທດ ຄວນສຸມໃສ່ໜ້າທີ່ຈຸດສຸມໃດແດ່ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍຍຸດທະສາດຂອງປະເທດໃນສັງກາດໃໝ່-ສັງກາດບືນຕົວຂຶ້ນຂອງຊາດ?

ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຮຽກຮ້ອງການເປັນເຈົ້າການ, ຄົບຊຸດ ແລະເດັດຂາດ, ເພື່ອຫັນປ່ຽນການກໍານົດທິດຍຸດທະສາດໃຫ້ເປັນໝາກຜົນລະອຽດໂດຍໄວ. ວຽກງານການພົວພັນຕ່າງປະເທດພາຍຫຼັງກອງປະຊຸມໃຫຍ່ແມ່ນມີບັນດາໜ້າທີ່ສຳຄັນດັ່ງນີ້:

ກ່ອນອື່ນໝົດ, ການຮັບຮູ້ຕ້ອງເປັນເອກະພາບໃນທົ່ວລະບົບການເມືອງກ່ຽວກັບພາລະກຳ, ເປົ້າໝາຍ ແລະໜ້າທີ່ຂອງການພົວພັນຕ່າງປະເທດຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIV, ພິເສດແມ່ນລັກສະນະ “ສຳຄັນຍິ່ງ ແລະເປັນປະຈໍາ”, ໃນທົ່ວລະບົບການເມືອງ. ການເຜີຍແຜ່ຄວນໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງນັບແຕ່ສູນກາງລົງໄປຮອດແຕ່ລະທ້ອງຖິ່ນ, ແຜ່ຂະຫຍາຍໃຫ້ບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 6 ລ້ານກວ່າຄົນ, ຜ່ານນັ້ນສ້າງພື້ນຖານຄວາມເຂົ້າໃຈໃຫ້ຖືກຕ້ອງ, ຄົບຖ້ວນ ແລະເລິກເຊິ່ງ, ເສີມຂະຫຍາຍກໍາລັງແຮງສັງລວມຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ສອງແມ່ນ, ຫັນແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ເປັນລະອຽດ, ເປັນລະບອບລະບຽບການໂດຍໄວ ດ້ວຍຈຸດສຸມແມ່ນປັບປຸງຂໍ້ກໍານົດຂອງພັກກ່ຽວກັບການຜັນຂະຫຍາຍການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນການສົມທົບຢ່າງຄົບຊຸດໃນທົ່ວລະບົບ. ບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຄວນເປັນເຈົ້າການສ້າງວິໄສທັດ ແລະໂຄງການດໍາເນີນງານໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ນໍາການກໍານົດທິດຍຸດທະສາດໃຫ້ເຂົ້າສູ່ການດໍາລົງຊີວິດຕົວຈິງໂດຍໄວ.

ສາມແມ່ນ, ກໍ່ສ້າງ ແລະຜັນຂະຫຍາຍຍຸດທະສາດການພົວພັນຕ່າງປະເທດຮອບດ້ານຢູ່ໃນລະດັບສູງໃໝ່, ເສີມຂະຫຍາຍກຳລັງແຮງສັງລວມຂອງທັງ 3 ເສົາຄໍ້າ ການທູດຂອງພັກ, ການທູດລັດ ແລະການທູດປະຊາຊົນ. ແຜ່ຂະຫຍາຍກຳລັງແຮງນີ້ມນວນ ແລະສີສັນວັດທະນະທໍາຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພົວພັນຕ່າງປະເທດ, ການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ ແລະຜົນປະໂຫຍດຂອງຊາດ.

ສີ່ແມ່ນ, ຈັດວາງແຫຼ່ງກໍາລັງໃຫ້ເໝາະສົມກັບວຽກງານການພົວພັນຕ່າງປະເທດ, ສົມກັບທ່າແຮງ ແລະກຳລັງໃໝ່ຂອງປະເທດ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່; ຍູ້ແຮງການຫັນເປັນດີຈີຕອນ ແລະການນຳໃຊ້ວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ຈິນຕະນາການ ແລະວິທີເຮັດວຽກຕາມທິດເປັນມືອາຊີບ, ທັນສະໄໝ.

ຫ້າແມ່ນ, ກໍ່ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ດ້ວຍກົງຈັກການຈັດຕັ້ງກະທັດຮັດ, ມີປະສິດທິພາບ, ປະສິດທິຜົນ ແລະຖັນແຖວພະນັກງານທັງມີຄວາມຮູ້ຄວາມສາມາດ, ທັງມີຄຸນສົມບັດສິນທໍາປະຕິວັດ. ເພີ່ມທະວີການບຳລຸງສ້າງຖັນແຖວນັກຊ່ຽວຊານ, ປ່ຽນແປງໃໝ່ວຽກງານການປະເມີນພະນັກງານ, ປັບປຸງກົນໄກການດຶງດູດ, ນຳໃຊ້, ເອົາໃຈໃສ່ເປັນພິເສດເຖິງການຍົກສູງກໍາລັງຄວາມສາມາດດ້ານການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນໃຫ້ຖັນແຖວພະນັກງານຂັ້ນຍຸດທະສາດ.

ຫົກແມ່ນ, ເພີ່ມທະວີການສົມທົບຢ່າງຄົບຊຸດ ແລະມີປະສິດທິຜົນລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະກຳລັງທີ່ເຮັດວຽກງານການພົວພັນຕ່າງປະເທດ, ພ້ອມກັບການເຂົ້າຮ່ວມຢ່າງເປັນເຈົ້າການຂອງວິສາຫະກິດ ແລະປະຊາຊົນ. ຍູ້ແຮງການທູດທ້ອງຖິ່ນ, ການທູດເຕັກໂນໂລຢີ, ການທູດສິ່ງແວດລ້ອມ... ເສີມຂະຫຍາຍບົດບາດຂອງປະຊາຊົນ, ທ້ອງຖິ່ນ ແລະວິສາຫະກິດ; ຍົກສູງຄວາມຮັບຜິດຊອບຂອງອົງການຜູ້ຕາງໜ້າຫວຽດນາມ ອາໄສຢູ່ຕ່າງປະເທດ ໃນການໜູນຊ່ວຍ, ເຊື່ອມຕໍ່ ແລະປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ