ນຳພາປະເທດຜ່ານຜ່າວິກິດຄວາມເປັນຄວາມຕາຍ
ນັບແຕ່ກາງທົດສະວັດ 1980, ໂລກມີການຜັນແປ. ລະບົບສັງຄົມນິຍົມຕົກເຂົ້າສູ່ວິກິດການຮອບດ້ານ. ແລະແລ້ວສິ່ງທີ່ບໍ່ມີໃຜປາດຖະໜາ ແລະມີຄົນພຽງແຕ່ຈັກຄົນໜຶ່ງທີ່ຄາດຄິດເຖິງເລື່ອງນັ້ນ, ຈົນຮອດຕົ້ນຊຸມປີ 90 ຂອງສະຕະວັດທີ 20, ລະບົບດັ່ງກ່າວນັ້ນຖືກລົ້ມລະລາຍ. ນັບແຕ່ໂຊວຽດ, ບັນດາປະເທດອື່ນໆກໍ່ລົ້ມລະລາຍຕາມກັນໄປ. ໃນຄາວນັ້ນ, ຜູ້ຄົນຢູ່ທົ່ວທຸກຫົນແຫ່ງຕ່າງກໍ່ເວົ້າກ່ຽວກັບເຫດການດັ່ງກ່າວ. ຈາກນັ້ນພວກເຂົາກໍ່ເລີ່ມຄາດເດົາກັນໄປຕ່າງໆນາໆວ່າ ຫວຽດນາມ ກໍ່ຈະມີຊາຕະກຳດຽວກັນຄືແນວນັ້ນ. ແຕ່ດ້ວຍຄວາມພາກພູມໃຈ ຫວຽດນາມ ໄດ້ຢືນຢູ່ຢ່າງໝັ້ນຄົງ, ຍິ່ງໄປກວ່ານັ້ນ, ຍັງບືນຕົວຂຶ້ນ, ຜ່ານຜ່າອຸປະສັກທີ່ຫຍຸ້ງຍາກລຳບາກທັງໝົດ.
    |
 |
|
ເຂດວາງສະແດງກ່ຽວກັບການກໍ່ສ້າງພັກ ແລະລະບົບການເມືອງຂອງນະຄອນຮ່າໂນ້ຍ ຢູ່ທີ່ງານວາງສະແດງຜົນງານຂອງປະເທດ: “80 ປີແຫ່ງການເດີນທາງເພື່ອເອກະລາດ-ເສລີພາບ-ຄວາມຜາສຸກ”. ພາບ: ແທັງມິງ |
ຈົນຮອດລະດູບານໃໝ່ນີ້, ລະດູບານໃໝ່ປີມະເມຍ, ພາຍຫຼັງຫວນຄືນ 40 ປີ, ພວກເຮົາເອກອ້າງທະນົງໃຈກ່ຽວກັບຄວາມກ້າວໜ້າທີ່ໂດດເດັ່ນຂອງຕົນ ເພື່ອກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ, ເພື່ອປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ ຄືຄວາມມຸ່ງມາດປາດຖະໜາຂອງລຸງໂຮ່ ທີ່ແສນເຄົາລົບຮັກ ແລະຄວາມມຸ່ງມາດປາດຖະໜາຂອງທົ່ວປວງຊົນທັງຊາດ.
ຖ້າວ່າບໍ່ມີການນຳພາຢ່າງຖືກຕ້ອງຂອງພັກ ນັ້ນພາບລວມຂອງປະເທດທີ່ພວກເຮົາເຫັນໃນປະຈຸບັນຄົງເປັນໄປບໍ່ໄດ້. ກ່ອນອື່ນໝົດ, ພັກ ໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຖືກຕ້ອງ. ແນວທາງນັ້ນໄດ້ນຳເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ເດືອນທັນວາ 1986), ພັກ ໄດ້ສ້າງ ແລະປັບປຸງທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່ເທື່ອລະກ້າວ. ແນວທາງນີ້ແມ່ນການສັງລວມເອົາທັດສະນະ, ເປົ້າໝາຍ, ວິໄສທັດ, ການກຳນົດທິດພັດທະນາ ແລະປົກປັກຮັກສາປະເທດຢ່າງໝັ້ນຄົງເຂັ້ມແຂງ; ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ; ຢຶດໝັ້ນເປົ້າໝາຍ ເຊິ່ງພັກ ໄດ້ວາງອອກແຕ່ປີ 1930; ກຳນົດຮູບແບບສັງຄົມນິຍົມຫວຽດນາມ ດ້ວຍ 3 ເສົາຄ້ຳພື້ນຖານ: ເສດຖະກິດຕະຫຼາດ; ລັດແຫ່ງອໍານາດນິຕິບັນຍັດ; ພື້ນຖານປະຊາທິປະໄຕ; ຈາກນັ້ນຕັດສິນໃຈປະຕິບັດ “ສິ່ງທີ່ປາດຖະໜາສຸດທ້າຍ” ຂອງລຸງໂຮ່ ໃນ “ພິໄນກໍາ”: “ສ້າງສາປະເທດຫວຽດນາມ ສັນຕິພາບ, ເປັນເອກະພາບ, ເອກະລາດ, ປະຊາທິປະໄຕ ແລະຮັ່ງມີເຂັ້ມແຂງ ຢ່າງມີໄຊ ແລະປະກອບສ່ວນເໝາະສົມເຂົ້າໃນພາລະກິດປະຕິວັດໂລກ”.
ຕັ້ງໜ້າ, ເປັນເຈົ້ານການເຊື່ອມໂຍງເຂົ້າກັບສາກົນ
ຕະຫຼອດໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ປະເທດຫວຽດນາມ ບໍ່ເຄີຍມີອິດທິພົນຊື່ສຽງສາກົນຄືແບບນີ້ມາກ່ອນ. ພັກ ໄດ້ປະຕິບັດຕາມອຸດົມການຂອງລຸງໂຮ່: ຫວຽດນາມ ຢາກເປັນເພື່ອນມິດກັບທຸກປະເທດປະຊາທິປະໄຕ, ບໍ່ສ້າງສັດຕູກັບໃຜທັງໝົດ.
    |
 |
|
ພາບແຕ້ມໂຄສະນາຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ເລຢຸຍແຄັງ |
ໃນ 40 ປີ ຜ່ານມາ, ພັກ ໄດ້ວາງອອກ ແລະນຳພາປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາຢ່າງສະເໝີຕົ້ນສະເໝີປາຍ; ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງ, ຮ່ວມມືກັບສາກົນບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ມີຄວາມຮັບຜີດຊອບໃນປະຊາຄົມສາກົນ ເພື່ອຜົນປະໂຫຍດຂອງຊາດ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມໃນໂລກ.
ຫວຽດນາມ ໄດ້ສ້າງ ແລະຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ, ຖືກຳລັງແຮງພາຍໃນມີລັກສະນະຕັດສິນ, ກຳລັງແຮງພາຍນອກແມ່ນສຳຄັນ, ເປີດກວ້າງການພົວພັນສາກົນບົນຈິດໃຈຄົບຄ້າສະມາຄົມຢ່າງກວ້າງຂວາງເພື່ອພັດທະນາກວ່າອີກ.
ໂດຍ: ແສງເດືອນ