ປີມະເມຍ 1930 - ຈຸດເລີ່ມປ່ຽນຊາຕະກໍາຂອງຊາດ

ບໍ່ແມ່ນເລື່ອງບັງເອີນທີ່ປະຫວັດສາດໄດ້ເລືອກເອົາປີມະເມຍ ເປັນຈຸດຜັນປ່ຽນຫຼາຍຄັ້ງ. ເລິກໆຢູ່ໃນນັ້ນແມ່ນການເຕົ້າໂຮມຂອງເງື່ອນໄຂພາວະວິໄສ, ອັດຕະວິໄສ; ຂອງຄວາມຄາດຫວັງຂອງຊາດ, ຄຸນທາດ, ສະຕິປັນຍາການນຳພາຂອງພັກ ແລະກຳລັງແຮງຂອງປະຊາຊົນ. ຈາກນັ້ນສ້າງ “ບາດກ້າວກະໂດດຂັ້ນ” ກ່ຽວກັບຈິນຕະນາການ, ວິໄສທັດ ແລະເສັ້ນທາງພັດທະນາຂອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: ຈ້ອງຫາຍ.

ລະດູບານໃໝ່ ປີມະເມຍ 1930, ພັກກອມມູນິດຫວຽດນາມ ໄດ້ກຳເນີດຂຶ້ນ, ເປັນຂີດໝາຍບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດ. ນີ້ບໍ່ພຽງແຕ່ແມ່ນເຫດການການເມືອງເທົ່ານັ້ນ ຫາກຍັງແມ່ນການເລືອກເຟັ້ນທີ່ມີລັກສະນະຈຳເປັນຂອງປະຫວັດສາດ, ສິ້ນສຸດສະພາບວິກິດການກ່ຽວກັບແນວທາງກູ້ຊາດທີ່ແກ່ຍາວມາຫຼາຍທົດສະວັດ.

ການກຳເນີດຂອງພັກ ແມ່ນການບັນຈຸຍອດແຍ້ຂອງຂະບວນການຮັກຊາດ, ການເຕີບໃຫຍ່ຂະຫຍາຍຕົວກ່ຽວກັບສະຕິດ້ານການເມືອງຂອງຊົນຊັ້ນກຳມະກອນ ແລະປະຊາຊົນທຸກຊັ້ນຄົນ, ພິເສດແມ່ນການໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນເງື່ອນໄຂລະອຽດຂອງຫວຽດນາມ ຢ່າງມີຫົວຄິດປະດິດສ້າງ. ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນທາງດ້ານແນວຄິດ, ການຈັດຕັ້ງ ແລະແນວທາງ, ພັກ ແລະລຸງໂຮ່ ໄດ້ແກ້ໄຂບັນຫາຫຼັກແຫຼ່ງຂອງການປະຕິວັດຫວຽດນາມ ຢ່າງຖືກຕ້ອງ: ກຳນົດເສັ້ນທາງປົດປ່ອຍຊາດຕິດພັນກັບສັງຄົມນິຍົມ; ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນ; ກຳນົດບົດບາດການນຳພາຂອງກຳລັງນຳໜ້າທີ່ມີທິດສະດີວິທະຍາສາດ, ເປົ້າໝາຍຊັດເຈນ, ວິທີການປະຕິວັດທີ່ເໝາະສົມ...

ດັ່ງນັ້ນ, ປີມະເມຍ 1930 ຈຶ່ງກາຍເປັນປີ “ເລີ່ມຕົ້ນຂອງທຸກໄຊຊະນະ” ເປັນຂີດໝາຍປະຫວັດສາດກຳນົດເສັ້ນທາງພັດທະນາຂອງຊາດຫວຽດນາມ ໃນຕະຫຼອດສະຕະວັດທີ 20 ແລະສືບຕໍ່ເຍືອງແສງສະຫວ່າງໃຫ້ແກ່ປະຈຸບັນ, ອະນາຄົດ.

ປີມະເມຍ 1954 - ຈຸດສູງຂອງຄຸນທາດ, ສະຕິປັນຍາຫວຽດນາມ

ພາຍຫຼັງ 24 ປີທີ່ສ້າງຕັ້ງພັກ, ປະຫວັດສາດພັດໄດ້ບັນທຶກປີມະເມຍ ອີກປີໜຶ່ງໄວ້ - ປີມະເມຍ 1954 ດ້ວຍໄຊຊະນະດ້ຽນບຽນຝູ, ຈຸດສູງຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພ້ອມທັງແມ່ນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດການທະຫານ ຫວຽດນາມ ແລະໂລກ.

ໄຊຊະນະດ້ຽນບຽນຝູ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສຳລັບຄຸນທາດແຫ່ງການນຳພາອັນສະຫຼາດສ່ອງໃສຂອງພັກ. ຕັດສິນໃຈປ່ຽນທິດນຳຈາກ “ຕີໄວ, ຊະນະໄວ” ໄປສູ່ການ “ຕີແນ່ນອນ, ກ້າວເດີນແນ່ນອນ” ສະແດງອອກໃຫ້ເຫັນຈິນຕະນາການທາງການທະຫານຢ່າງມີວິທະຍາສາດ, ໄຫວພິບ.

leftcenterrightdel
ບັນຍາກາດທີ່ພິທີເປີດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ຈ້ອງຫາຍ.

ເບື້ອງຫຼັງຂອງໄຊຊະນະດ້ານການທະຫານແມ່ນສິ່ງທີ່ມະຫັດສະຈັນກ່ຽວກັບພະລາທິການ ແລະການຈັດຕັ້ງສົງຄາມປະຊາຊົນ: ແຮງງານເກນຫຼາຍໝື່ນຄົນ; ລົດຖີບຂົນເຄື່ອງຫຼາຍໝື່ນຄັນ; ສະບຽງອາຫານຫຼາຍໝື່ນໂຕນ, ອາວຸດໄດ້ຂົນສົ່ງດ້ວຍເຈດຈຳນົງ, ຄວາມເຊື່ອໝັ້ນ,  ນ້ຳໃຈຮັກຊາດ. ນັ້ນແມ່ນກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດທີ່ໄດ້ເຕົ້າໂຮມພາຍໃຕ້ຄັນທຸງແຫ່ງການນຳພາຂອງພັກ.

ໄຊຊະນະດ້ຽນບຽນຝູ ໄດ້ປະກອບສ່ວນເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າໃນຂອບເຂດທົ່ວໂລກຖືກລົ້ມລະລາຍ, ຢືນຢັນສັດຈະທຳ: ຊາດນ້ອຍໆຊາດໜຶ່ງແຕ່ວ່າມີຄວາມເປັນທຳ, ມີແນວທາງທີ່ຖືກຕ້ອງ, ມີການນຳພາຢ່າງສະຫຼາດສ່ອງໃສນັ້ນສາມາດຕີເອົາຊະນະອິດທິກຳລັງຮຸກຮານທີ່ເຂັ້ມແຂງແຮງກ້າໄດ້ຢ່າງສົມບູນ.

ປີມະເມຍ 2026-ຄວາມຄາດຫວັງພັດທະນາໃນສັງກາດໃໝ່

ກ້າວເຂົ້າສູ່ປີມະເມຍ 2026, ປະເທດກ້າວສູ່ໄລຍະພັດທະນາໃໝ່, ຕິດພັນກັບເຫດການການເມືອງສຳຄັນ: ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ປະສົບຜົນສໍາເລັດຢ່າງຈົບງາມ. ໃນສະພາບການໂລກມີການຜັນແປໄວ, ສັບສົນ, ຄາດເດົາໄດ້ຍາກ, ຄວາມໝາຍຂອງປີມະເມຍ 2026 ຍິ່ງມີຄວາມໝາຍເລິກເຊິ່ງ.

ພາຍຫຼັງດຳເນີນກິດຈະການປ່ຽນແປງໃໝ່ມາເປັນເວລາ 4 ທົດສະວັດ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານ, ສ້າງພື້ນຖານສຳຄັນໃຫ້ແກ່ໄລຍະພັດທະນາທີ່ສູງກວ່າ. ເຖິງຢ່າງໃດກໍ່ຕາມ, ປະເທດກໍ່ພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ທີ່ມີລັກສະນະທົ່ວໂລກ: ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຮຽກຮ້ອງຕ້ອງການພັດທະນາໄວ ແລະຍືນຍົງ...

ໃນສະພາບການດັ່ງກ່າວ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ມີຄວາມໝາຍກໍານົດທິດຍຸດທະສາດຍາວນານ: ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ; ຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາເສດຖະກິດສີຂຽວ, ເສດຖະກິດພູມປັນຍາ; ພ້ອມທັງສືບຕໍ່ກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ.

ດັ່ງນັ້ນ, ປີມະເມຍ 2026 ຈຶ່ງເປັນຈຸດເລີ່ມຕົ້ນໃຫ້ແກ່ໄລຍະທາງພັດທະນາໃໝ່, ຫັນຄວາມຄາດຫວັງຂອງຫວຽດນາມ ຢາກໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ. ນັບແຕ່ປີມະເມຍ 1930 ຈົນຮອດປີມະເມຍ 1954 ແລະປະຈຸບັນແມ່ນປີມະເມຍ 2026, ປະຫວັດສາດໄດ້ຊີ້ໃຫ້ເຫັນຄວາມໝາຍໂລ່ງລຽນ: ບາດກ້າວເດີນໃຫຍ່ຂອງຊາດລ້ວນແຕ່ຕິດພັນກັບພູມປັນຍາ, ຄຸນທາດຂອງພັກ; ດ້ວຍຄວາມຄາດຫວັງເອກະລາດ, ເສລີພາບ ແລະພັດທະນາແບບຍືນຍົງຂອງຊາດຫວຽດນາມ.

ໂດຍ: ແສງເດືອນ