ໃນນັ້ນ, ຮູບພາບຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍເສື້ອທີ່ປຽກເຫື່ອເປັນປະຈໍາຂອງລາວ ແມ່ນໄດ້ມີໜ້າຢູ່ໂຄງການຈຸດສຸມຕະຫຼອດນັ້ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ.
ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຖືການກໍ່ສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດເປັນໜຶ່ງໃນສາມຂອດບຸກທະລຸຍຸດທະສາດ ແລະພື້ນຖານໂຄງລ່າງຄົມມະນາຄົມເປັນເສົາຄ້ຳທີ່ສຳຄັນເພື່ອພັດທະນາປະເທດຊາດ. ມະຕິດັ່ງກ່າວໄດ້ວາງເປົ້າໝາຍໃຫຍ່, ລະອຽດທີ່ສຸດກ່ຽວກັບການພັດທະນາພື້ນຖານໂຄງລ່າງ. ໃນອາຍຸການຜ່ານມາ, ເປົ້າໝາຍພັດທະນາພື້ນຖານໂຄງລ່າງໄດ້ປະຕິບັດສໍາເລັດຢ່າງດີເລີດດ້ວຍລະດັບຄວາມໄວທີ່ຫາຍາກ, ໃນສະພາບການທີ່ມີການຜັນແປຫຼາຍຢ່າງ, ສິ່ງທ້າທາຍອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ, ກໍ່ໃຫ້ເກີດຜົນຮ້າຍຢ່າງໜັກໜ່ວງ ເຊັ່ນ: ພະຍາດໂຄວິດ-19 ໄດ້ເຮັດໃຫ້ໂລກ ແລະຫວຽດນາມ ຢຸດສະງັກ, ຕໍ່ຈາກນັ້ນກໍ່ແມ່ນສົງຄາມ, ການປະທະກັນຢູ່ບາງພາກພື້ນ, ສົງຄາມການຄ້າ, ການເໜັງຕີງຂອງລາຄາວັດສະດຸ, ວັດຖຸອຸປະກອນ, ໄພພິບັດທາງທຳມະຊາດຂະໜາດໃຫຍ່ຜິດປົກກະຕິ...
ໃນປີ 2023, ພາກເໜືອຕົກເຂົ້າສູ່ສະພາບການຂາດແຄນໄຟຟ້າ, ກາຍເປັນອຸປະສັກຕໍ່ການເຕີບໂຕ, ນັກລົງທຶນຂະໜາດໃຫຍ່ຫຼາຍຄົນເກີດຄວາມລັ່ງເລໃຈເມື່ອລົງທຶນເຂົ້າຫວຽດນາມ ຍ້ອນມີຄວາມກັງວົນກ່ຽວກັບການຂາດແຄນໄຟຟ້າເຮັດໃຫ້ການຜະລິດຢຸດສະງັກ. ຄວາມຕ້ອງການອັນຮີບດ່ວນວາງອອກແມ່ນ "ການສ້າງສາຍສົ່ງໄຟຟ້າແຮງສູງ" ເພີ່ມເຕີມຕາມແກນເໜືອ-ໃຕ້ ເພື່ອດັດສົມການສະໜອງໄຟຟ້າລະຫວ່າງເຂດ, ພາກ. ນັບຕັ້ງແຕ່ສຳເລັດການຕິດຕັ້ງສາຍສົ່ງໄຟຟ້າແຮງສູງ 500kV ແກນເໜືອ-ໃຕ້ ວົງຈອນ 2 ແລະເລີ່ມໃຊ້ງານ ໃນວັນທີ 23 ກັນຍາ 2005, ໃນຕະຫຼອດໄລຍະເວລາປະມານ 18 ປີ, ຫວຽດນາມ ບໍ່ມີໂຄງການຕິດຕັ້ງສາຍສົ່ງໄຟຟ້າແຮງສູງ ແກນເໜືອ-ໃຕ້ຂະໜາດໃຫຍ່ຕື່ມອີກ. ຈັ່ງຊັ້ນ, ທ່ານນາຍົກລັດຖະມົນຕີ ຈຶ່ງຮຽກຮ້ອງໃຫ້ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500kV ແກນເໜືອ-ໃຕ້, ວົງຈອນ 3, ນັບແຕ່ ກວາງແຈັກ (ເມື່ອກ່ອນແມ່ນແຂວງກວາງບິ່ງ) ໄປຫາໂຟໂນ໊ຍ (ແຂວງຮືງອຽນ), ເຊິ່ງມີລວງຍາວ 519 ກິໂລແມັດ, ເພື່ອແກ້ໄຂຄວາມຈຳເປັນຕ້ອງການໄຟຟ້າໃຫ້ແກ່ພື້ນເສດຖະກິດໃນທັນທີ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກວດກາຄວາມຄືບໜ້າຢູ່ສະຖານທີ່ກໍ່ສ້າງໂຄງການສະໜາມບິນສາກົນ ລອງແທ່ງ. ພາບ: qdnd.vn |
ເປົ້າໝາຍຂອງຫວຽດນາມ ແມ່ນສ້າງທາງດ່ວນໃຫ້ໄດ້ 3.000 ກິໂລແມັດ ໃນປີ 2025 ເຊິ່ງເປັນສິ່ງທ້າທາຍໃຫຍ່, ເບິ່ງຄືວ່າ ເກີນກຳລັງ, ເປັນໄປບໍ່ໄດ້. ເພາະວ່າຮອດປີ 2010, ທົ່ວປະເທດສ້າງທາງດ່ວນໄດ້ແຕ່ 89 ກິໂລແມັດ ເທົ່ານັ້ນ. ໃນລະຫວ່າງປີ 2011-2020, ທົ່ວປະເທດໄດ້ສຳເລັດການກໍ່ສ້າງທາງດ່ວນເພີ່ມເຕີມອີກ 1.074 ກິໂລແມັດ ເພີ່ມລວງຍາວທາງດ່ວນຂອງທົ່ວປະເທດ ໃນປີ 2020 ເປັນ 1.163 ກິໂລແມັດ. ໃນເວລານັ້ນ, ທາງດ່ວນຍັງບໍ່ຕໍ່ເນື່ອງ, ຂາດການເຊື່ອມຕໍ່ລະຫວ່າງເຂດ, ສ່ວນຫຼາຍແມ່ນຢູ່ເຂດເສດຖະກິດຈຸດສຸມຈຳນວນໜຶ່ງ.
ດ້ວຍຄວາມຕັດສິນໃຈປະຕິບັດເປົ້າໝາຍນັ້ນໃຫ້ໄດ້, ລັດຖະບານໄດ້ສ້າງຕັ້ງຄະນະຊີ້ນຳຂອງລັດກ່ຽວກັບໂຄງການກໍ່ສ້າງສຳຄັນຂອງຊາດ, ເຊິ່ງແມ່ນຈຸດໃຈກາງຂອງຂະແໜງຂົນສົ່ງ, ໂດຍແມ່ນ ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເປັນປະທານ. ຄະນະຊີ້ນຳດັ່ງກ່າວໄດ້ຈັດກອງປະຊຸມ 22 ຄັ້ງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງໂຄງການຢ່າງທັນເວລາ. ໃນກອງປະຊຸມຄະນະຊີ້ນຳ, ທ່ານນາຍົກລັດຖະມົນຕີ ຍາມໃດກໍ່ເນັ້ນໜັກເຖິງທິດນໍາທີ່ວ່າ: "ພັກໄດ້ຊີ້ນຳ, ລັດຖະບານໄດ້ເຫັນດີເປັນເອກະພາບ, ສະພາແຫ່ງຊາດໄດ້ເຫັນດີເຫັນພ້ອມ, ປະຊາຊົນສະໜັບສະໜູນ, ປະເທດຊາດລໍຄອຍ, ເພື່ອນມິດສາກົນຊ່ວຍເຫຼືອນັ້ນ, ມີແຕ່ປຶກສາຫາລືກ່ຽວກັບການກ້າວໄປຂ້າງໜ້າ, ບໍ່ແມ່ນປຶກສາຫາລືກ່ຽວກັບການຖອຍຫຼັງ".
ລັດຖະບານ, ນາຍົກລັດຖະມົນຕີ ໄດ້ສຸມໃສ່ການນຳພາ, ຊີ້ນໍາໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງດ້ວຍການປ່ຽນແປງຈິນຕະນາການ, ວິທີເຮັດຢ່າງແຂງແຮງ: ລົງທຶນຢ່າງມີຈຸດສຸມ, ຈຸດໃຈກາງ, ຕັດຫຼາຍໂຄງການອອກ ເພື່ອສຸມແຫຼ່ງກຳລັງໃສ່ໂຄງການຈຸດສຸມ, ຈຸດໃຈກາງ ແລະສຳຄັນ; ແກ້ໄຂສິ່ງກີດຂວາງ, ຂໍ້ຕິດຂັດທາງດ້ານລະບອບລະບຽບການ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດໃນການຄຸ້ມຄອງ ໃຫ້ແກ່ທ້ອງຖິ່ນຫຼາຍກວ່າ; ເປັນຄັ້ງທຳອິດທີ່ແຜນແມ່ບົດແຫ່ງຊາດໄດ້ຮັບການອະນຸມັດ, ສ້າງຂົງເຂດພັດທະນາໃໝ່ໃຫ້ແກ່ປະເທດ; ປຸກລະດົມຂະບວນການຮັກຊາດຢ່າງເລິກເຊິ່ງກວ້າງຂວາງເພື່ອສ້າງບັນຍາກາດ ແລະຈິດໃຈທີ່ຕັດສິນໃຈໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ. ໃນເດືອນສິງຫາ 2024, ເມື່ອໂຄງການຕິດຕັ້ງສາຍສົ່ງໄຟຟ້າແຮງສູງ 500kV ແກນເໜືອ-ໃຕ້, ວົງຈອນ 3 ຈາກ ກວາງແຈັກ-ໂຟໂນ໊ຍ ຫາກໍ່ສຳເລັດ, ທ່ານນາຍົກລັດຖະມົນຕີ ໄດ້ປຸກລະດົມບັ້ນແຂ່ງຂັນ 500 ເວັນ ແລະຄືນໃນທັນທີເພື່ອໃຫ້ບັນລຸເປົ້າໝາຍທົ່ວປະເທດມີທາງດ່ວນ 3.000 ກິໂລແມັດ.
ໃນນາມທີ່ເປັນຜູ້ລົງມືເຮັດ, ຕິດແທດກັບຮາກຖານ, ບໍ່ວ່າຈະເປັນມື້ພັກ, ຊົ່ວໂມງພັກຜ່ອນ, ໂອກາດງານບຸນ, ບຸນເຕັດ, ທ່ານນາຍົກລັດຖະມົນຕີ ມັກຈະໄປຮອດສະໜາມ, ສະຖານທີ່ກໍ່ສ້າງທີ່ຫຍຸ້ງຍາກລຳບາກ ເພື່ອກຳໄດ້ສະພາບການຕົວຈິງ, ຢ້ຽມຢາມ, ກວດກາ, ປຸກລະດົມສົ່ງເສີມ, ໃຫ້ກຳລັງໃຈພະນັກງານ, ກຳມະກອນ, ພ້ອມທັງຈັດກອງປະຊຸມທັນທີດ້ວຍການເຂົ້າຮ່ວມຂອງທ້ອງຖິ່ນ, ກົມກອງກໍ່ສ້າງ, ຊີ້ນໍາແກ້ໄຂບັນດາຂໍ້ຕິດຄັດດ້ານກົນໄກ, ນະໂຍບາຍຕ່າງໆຢ່າງທັນການ. ທ່ານນາຍົກລັດຖະມົນຕີ ຍາມໃດກໍ່ເນັ້ນໜັກວ່າ ຕ້ອງກໍ່ສ້າງດ້ວຍຈິດໃຈ "ຜ່ານແດດ, ຜ່ານຝົນ", "ຍາດເວລາກິນ, ຍາດເວລານອນ", ຈັດຕັ້ງການເຮັດວຽກ 24/7, ແບ່ງເປັນ 3 ຝຽນ, 4 ທີມໝູນວຽນກັນເພື່ອຮັບປະກັນໃຫ້ໂຄງການກໍ່ສ້າງຍາມໃດກໍ່ມີຜູ້ເຮັດວຽກ.
ໝາກຜົນແມ່ນໃນອາຍຸການຜ່ານມາ, ລະບົບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຂອງປະເທດໄດ້ມີບາດກ້າວບຸກທະລຸ. ມີໂຄງການຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ, ເປັນໂຄງການ "ທຳອິດ" ແລະໂຄງການໃໝ່ທີ່ມີ "ຄວາມໝາຍປະຫວັດສາດ".
ໃນຊຸມເດືອນທ້າຍ ປີ 2025, ຕໍ່ໜ້າສະພາບການທີ່ພາຍຸ, ນໍ້າຖ້ວມໄພທຳມະຊາດໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນຢູ່ບາງແຂວງພາກກາງ, ເຊິ່ງເຮັດໃຫ້ຫຼາຍຄົນບໍ່ມີເຮືອນຢູ່ອາໄສ, ທ່ານນາຍົກລັດຖະມົນຕີ ໄດ້ປຸກລະດົມ "ບັ້ນເຄື່ອນໄຫວ ກວາງຈຸງ" ເພື່ອສ້າງ, ສ້ອມແປງເຮືອນຢູ່ຢ່າງວ່ອງໄວໃຫ້ບັນດາຄອບຄົວທີ່ມີເຮືອນຖືກເປ່ເພຈາກພາຍຸ, ນໍ້າຖ້ວມ. ເປົ້າໝາຍຂອງບັ້ນເຄື່ອນໄຫວແມ່ນສ້າງເຮືອນໃໝ່ໃຫ້ໄດ້ເກືອບ 1.600 ຫຼັງ ແລະສ້ອມແປງເຮືອນໃຫ້ໄດ້ຫຼາຍກວ່າ 34.700 ຫຼັງພາຍໃນເວລາປະມານສອງເດືອນ, ຮັບປະກັນໃຫ້ປະຊາຊົນມີເຮືອນຢູ່ເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດ. ບາງເທື່ອນີ້ອາດແມ່ນຄວາມໄວໃນການແກ້ໄຂໄພທຳມະຊາດ ໂດຍມີຈໍານວນບໍ່ຫຼາຍປະເທດໃນໂລກ ສາມາດເຮັດໄດ້.
ໂຄງການຂະໜາດໃຫຍ່, ຄົບຊຸດ, ທັນສະໄໝຫຼາຍໂຄງການ, ມີຄວາມໝາຍສໍາຄັນຍິ່ງທາງດ້ານເສດຖະກິດ-ສັງຄົມ ໄດ້ລົງທຶນກໍ່ສ້າງ ແລະສໍາເລັດໃນເວລາສັ້ນບັນລຸສະຖິຕິ, ໄດ້ປະກອບສ່ວນເຂົ້າໃນການປ່ຽນແປງໂສມໜ້າຂອງປະເທດໂດຍໄວ, ເປີດຂົງເຂດພັດທະນາໃໝ່ໃຫ້ທຸກເຂດ, ພາກໃນທົ່ວປະເທດ. ສິ່ງທີ່ຍັງຄົງຢູ່ໃນໃຈຂອງປະຊາຊົນແມ່ນຄວາມຮູ້ສຶກທີ່ເກີດຈາກເສື້ອຂອງທ່ານນາຍົກລັດຖະມົນຕີ ທີ່ປຽກຊຸ່ມໄປດ້ວຍນ້ຳເຫື່ອ ແລະຂີ້ຝຸ່ນຈາກສະຖານທີ່ກໍ່ສ້າງ - ຮູບພາບທີ່ພົ້ນເດັ່ນຂອງການນໍາທີ່ມີຄວາມຮັບຜິດຊອບ, ໃກ້ຊິດຕິດແທດກັບໜ້າທີ່ວຽກງານໃນໄລຍະເພີ່ມຄວາມໄວໃນການພັດທະນາພື້ນຖານໂຄງລ່າງທີ່ສໍາຄັນຂອງປະເທດຫວຽດນາມ.
ໂດຍ: ຈາງຫງວຽນ