ທ່ານເລຂາທິການໃຫຍ່  ຫາກໍ່ສິ້ນສຸດການໄປຢ້ຽມຢາມ ແລະເຂົ້າຮ່ວມພິທິເປີດກອງປະຊຸມສະພາສັນຕິພາບກ່ຽວກັບກາຊາ ທີ່ວໍຊິງຕັນ ດີຊີ (ສະຫະລັດອາເມລິກາ) (ໃນລະຫວ່າງວັນທີ 18-20 ກຸມພາ 2026), ຕາມຄຳເຊີນຂອງທ່ານ Donald Trump ປະທານາທິບໍດີອາເມລິກາ, ປະທານສະພາສັນຕິພາບ ກ່ຽວກັບກາຊາ.

ການເຂົ້າຮ່ວມຂອງການນໍາລະດັບສູງສຸດອີກຄັ້ງໜຶ່ງໄດ້ຢືນຢັນຢ່າງຈະແຈ້ງເຖິງບົດບາດ ແລະທີ່ຕັ້ງທີ່ນັບມື້ນັບເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນບັນດາບັນຫາທົ່ວໂລກ, ພ້ອມທັງຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະລັດອາເມລິກາ ເປັນອັນລະອຽດໃນຈຸດເວລາທີ່ສຳຄັນ, ໃນຂະນະທີ່ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມຄາດຫວັງທີ່ເພີ່ມຄວາມໄວ ແລະບຸກທະລຸ.

ການໄປຢ້ຽມຢາມ ແລະເຮັດວຽກຂອງທ່ານ ໂຕເລິມ  ບໍ່ພຽງແຕ່ເປັນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງໃນຕົ້ນປີໃໝ່ເທົ່ານັ້ນ, ຫາກຍັງເປັນສັນຍາລັກທີ່ມີຊີວິດຊີວາຂອງ "ທີ່ຕັ້ງໃໝ່" ແລະເປີດ "ກໍາລັງໜູນໃໝ່" ໃຫ້ແກ່ໄລຍະພັດທະນາຂອງຫວຽດນາມ ໃນສັງກາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.

ມີຄວາມໝັ້ນໃຈ, ເປັນເຈົ້າຕົນເອງໃນຂອບເຂດທົ່ວໂລກ

ສະພາສັນຕິພາບກ່ຽວກັບກາຊາ ແມ່ນກົນໄກສົມທົບກັບສະຫະປະຊາຊາດ ເພື່ອແນໃສ່ປະສານງານການຊ່ວຍເຫຼືອມະນຸດສະທຳ, ການກໍ່ສ້າງຄືນໃໝ່ ແລະສ້າງພາກພື້ນໃຫ້ມີສະຖຽນລະພາບ. ເຂົ້າຮ່ວມສະພາດັ່ງກ່າວ, ສະມາຊິກໄດ້ປະກອບສ່ວນມາດຕະການທີ່ລະອຽດເພື່ອແນໃສ່ຢຸດຕິການປະທະກັນ, ຟື້ນຟູສັນຕິພາບ, ຄວາມໝັ້ນຄົງ, ກໍ່ສ້າງຄືນໃໝ່, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃນເຂດກາຊາ ແລະປະຕິບັດວິວັດການທາງການເມືອງທີ່ຮອບດ້ານ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມສະພາສັນຕິພາບກ່ຽວກັບກາຊາ ຕາມຄຳເຊີນຂອງທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມສະພາສັນຕິພາບກ່ຽວກັບກາຊາ ດ້ວຍຄວາມໝັ້ນໃຈ ແລະເປັນເຈົ້າການ. ຈິດໃຈຂອງ "ຄວາມໝັ້ນໃຈ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ" ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານເລື່ອງຫວຽດນາມ ເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນຫາທີ່ສັບສົນຄືກາຊາ, ໃນຂະນະທີ່ຍັງຮັກສາຫຼັກການ, ພ້ອມທັງມີວິທີເຂົ້າເຖິງຢ່າງມີໄຫວພິບ. ຫວຽດນາມ ບໍ່ໄດ້ເລືອກຢືນຢູ່ຂ້າງຝ່າຍໃດຝ່າຍໜຶ່ງໃນການແກ່ງແຍ້ງອຳນາດ, ແຕ່ຢືນຢູ່ເພື່ອສັນຕິພາບ, ສະຖຽນລະພາບ ແລະຜົນປະໂຫຍດລວມຂອງປະຊາຄົມສາກົນ.

ຍ້ອນຄວາມສົມດຸນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ, ຍ້ອນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ ແລະແທດຈິງເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບນີ້ເອງ, ຫວຽດນາມ ຈຶ່ງໄດ້ຮັບຄວາມເຄົາລົບນັບຖື ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ການມີໜ້າ ແລະການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຢູ່ເວທີປາໄສປຶກສາຫາລືກ່ຽວກັບຈຸດເຄັ່ງຮ້ອນທີ່ສັບສົນຄື ກາຊາ ຍັງເປັນໂອກາດເພື່ອໃຫ້ຫວຽດນາມ ປັບປຸງ ແລະເປີດກວ້າງການພົວພັນກັບບັນດາຄູ່ຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໃນສະພາບການໂລກທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ.

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: "ຜ່ານການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍທີ່ສຳຄັນນີ້, ພວກເຮົາໄດ້ສະແດງໃຫ້ເຫັນເຖິງເຈດຕະນາດີ ແລະຄວາມມານະພະຍາຍາມປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບຢູ່ພາກພື້ນຕາເວັນອອກກາງ. ການໄປຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ກໍ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຂອງຫວຽດນາມ ກັບປະເທດເຈົ້າພາບ ແລະບັນດາຄູ່ຮ່ວມມືສາກົນ, ໃນນັ້ນມີບັນດາປະເທດຕາເວັນອອກກາງ".

ກໍາຫຼັງໜູນໃໝ່ໃຫ້ແກ່ການບືນຕົວຂຶ້ນຂອງຫວຽດນາມ

ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ທ່ານເລຂາທິການໃຫຍ່ ໄດ້ມີການພົບປະກັບການນຳຂອງຫຼາຍປະເທດ. ພິເສດ, ແມ່ນກັບປະເທດເຈົ້າພາບ, ທ່ານເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ, ຕ້ອນຮັບຜູ້ຕາງໜ້າການຄ້າສະຫະລັດອາເມລິກາ - ທ່ານ Jamieson Greer ເອກອັກຄະລັດຖະທູດ, ມີການໂອ້ລົມທາງໂທລະສັບກັບສະມາຊິກລັດຖະສະພາສະຫະລັດອາເມລິກາ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມສະພາສັນຕິພາບກ່ຽວກັບກາຊາ ຕາມຄຳເຊີນຂອງທ່ານ Donald Trump  ປະທານາທິບໍດີສະຫະລັດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຈຸດເວລາທີ່ສຳຄັນເມື່ອເສດຖະກິິດ 4.0 ທົ່ວໂລກມີບົດບາດສຳຄັນຍິ່ງ, ສັນຍາ, ຂໍ້ຕົກລົງການຮ່ວມມືໃນຂົງເຂດຫຼັກແຫຼ່ງ ຄື: ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ການບິນ, ສາທາລະນະສຸກ... ດ້ວຍຍອດມູນຄ່າ 37,2 ຕື້ໂດລາສະຫະລັດ, ແມ່ນພະຍານຫຼັກຖານທີ່ຈະແຈ້ງໃຫ້ແກ່ການເປັນເຈົ້າການຂອງຫວຽດນາມ ໃນການດຸ່ນດ່ຽງການຄ້າລະຫວ່າງຫວຽດນາມ - ສະຫະລັດອາເມລິກາ. ສິ່ງທີ່ສຳຄັນກວ່ານັ້ນ, ນີ້ແມ່ນໄມ້ງັດເພື່ອໃຫ້ສະຫະລັດອາເມລິກາ ຮັບຮູ້ຫວຽດນາມ ວ່າເປັນ "ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ" ແລະ "ລູກຄ້າຍຸດທະສາດ."

ໝາກຜົນຂອງການຢ້ຽມຢາມ ແລະເຮັດວຽກຂອງທ່ານເລຂາທິການໃຫຍ່ ຢູ່ວໍຊິງຕັນ ແມ່ນການຫັນລັດຖະນະໂຍບາຍໃຫຍ່ຂອງພັກກອມມູນິດຫວຽດນາມ ເປັນອັນລະອຽດຢ່າງສະເໝີຕົ້ນສະເໝີປາຍ, ເດັດຂາດ, ເປັນການຖ່າຍທອດສານກ່ຽວກັບຫວຽດນາມ ທີ່ກຳລັງກ້າວເຂົ້າສູ່ຂອບເຂດທົ່ວໂລກ ດ້ວຍຄຸນທາດ, ວິໄສທັດ ແລະຄວາມຄາດຫວັງຢາກບືນຕົວຂຶ້ນ; ຫວຽດນາມ ບໍ່ພຽງແຕ່ເຊື່ອມໂຍງເພື່ອການພັດທະນາເທົ່ານັ້ນ ຫາກຍັງປະກອບສ່ວນເພື່ອພ້ອມກັນພັດທະນາ ອີກດ້ວຍ.

ຄຽງຂ້າງນັ້ນ, ການຢ້ຽມຢາມກໍ່ເປີດໂອກາດຮ່ວມມືໃໝ່ກ່ຽວກັບເສດຖະກິດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະການຫັນເປັນສີຂຽວ. "ການເຊື່ອມຕໍ່ຍຸດທະສາດ" ເຫຼົ່ານີ້ ອາດຈະກາຍເປັນກໍາລັງໜູນທີ່ແທດຈິງໃຫ້ແກ່ໄລຍະພັດທະນາໃໝ່ຂອງຫວຽດນາມ.

ໂດຍ: ຈາງຫງວຽນ