ໃນການຕິດຕາມໄປນໍາທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດສາກົນ ຄັ້ງທີ 6 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ນະຄອນເຊີແນວ, ປະເທດສະວິດ (ໃນລະຫວ່າງວັນທີ 27-30 ກໍລະກົດ 2025), ພວກຂ້າພະເຈົ້າ ໄດ້ຮັບຮູ້ເຖິງຄວາມສຳຄັນຂອງການທູດລັດຖະສະພາ ແລະບົດບາດນັບມື້ນັບພົ້ນເດັ່ນຂອງຫວຽດນາມ ໃນບັນດາເຫດການສາກົນຍ້ອນຫຼັກໝັ້ນຮັກຫອມສັນຕິພາບ, ເຄົາລົບກົດໝາຍສາກົນ, ເຄົາລົບຄວາມແຕກຕ່າງ, ຊຸກຍູ້ລັດທິຫຼາຍຝ່າຍ, ເປັນເຈົ້າການປູກຝັງ “ແນວພັນແຫ່ງມິດຕະພາບ” ເພື່ອຈາກນັ້ນຊອກຫາມາດຕະການແກ້ໄຂບັນຫາທົ່ວໂລກ.
ກອງປະຊຸມບັນດາປະທານສະພາແຫ່ງຊາດສາກົນ ແມ່ນກົນໄກຂອງສະຫະພັນລັດຖະສະພາສາກົນ (IPU) ບົນພື້ນຖານການຮ່ວມມືຢ່າງແໜ້ນແຟ້ນກັບສະຫະປະຊາຊາດ, ໄດ້ຈັດຂຶ້ນ 5 ປີເທື່ອໜຶ່ງ ແລະປຽບເໝືອນເປັນ “ກອງປະຊຸມສຸດຍອດຂອງນັກສ້າງກົດໝາຍ” ທົ່ວໂລກ. ກອງປະຊຸມຄັ້ງທີ 6 ຢູ່ເຊີແນວ ມີຂະໜາດໃຫຍ່ທີ່ຫາຍາກ, ໄດ້ເຕົ້າໂຮມເອົາຫົວໜ້າຄະນະຜູ້ແທນລັດຖະສະພາຂອງ 115 ປະເທດສະມາຊິກ IPU, ໃນນັ້ນມີປະທານສະພາແຫ່ງຊາດ 102 ທ່ານ ແລະຮອງປະທານສະພາແຫ່ງຊາດ 33 ທ່ານ. ຫົວຂໍ້ຂອງກອງປະຊຸມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ນັ້ນແມ່ນ: “ໂລກກຳລັງວຸ່ນວາຍ: ການຮ່ວມມືລັດຖະສະພາ ແລະລັດທິຫຼາຍຝ່າຍເພື່ອສັນຕິພາບ, ຄວາມຍຸຕິທຳ ແລະວັດທະນາຖາວອນໃຫ້ປະຊາຊົນໝົດທຸກຄົນ”. ການມີໜ້າຂອງການນຳລັດຖະສະພາຂັ້ນສູງຈາກທຸກທະວີບຢູ່ກອງປະຊຸມ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງປະຊາຄົມສາກົນຕໍ່ບົດບາດນັບມື້ນັບເພີ່ມຂຶ້ນຂອງລັດຖະສະພາ ໃນການບໍລິຫານທົ່ວໂລກເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງຄວາມຈັບອົກຈັບໃຈ ແລະອິດທິພົນຊື່ສຽງນັບມື້ນັບເພີ່ມຂຶ້ນຂອງກົນໄກລັດຖະສະພາຫຼາຍຝ່າຍໃນສະພາບການລັດທິຫຼາຍຝ່າຍກຳລັງຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ ແລະມີບົດກ່າວປາໄສສໍາຄັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມບັນດາປະທານສະພາແຫ່ງຊາດສາກົນ ຄັ້ງທີ 6 ໃນວັນທີ 29 ກໍລະກົດ 2025. ພາບ: ຫວູ໋ຢຸງ |
ໃນຂອບເຂດການເຈລະຈາຫຼາຍດ້ານນັ້ນ, ການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນໍາໂດຍ ເຈິ່ນແທັງເໝິນ ໄດ້ສ້າງຂີດໝາຍຢ່າງຈະແຈ້ງ. ປຶກສາຫາລືຢູ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຊີ້ແຈ້ງບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນທີ່ມວນມະນຸດພວມປະເຊີນໜ້າ, ນັບແຕ່ການປະທະກັນດ້ວຍກຳລັງອາວຸດ, ການແກ້ງແຍ້ງດ້ານຍຸດທະສາດ, ການປ່ຽນແປງຂອງດິນຟ້າອາກາດ... ບັນຫາເຫຼົ່ານີ້ປະເທດດຽວບໍ່ສາມາດແກ້ໄຂໄດ້. ບົນເນື້ອໃນຈິດໃຈນັ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ: ສັນຕິພາບ, ຄວາມຍຸຕິທຳ ແລະວັດທະນາຖາວອນສາມາດສ້າງຂຶ້ນໄດ້ກໍ່ຕໍ່ເມື່ອທຸກໆປະເທດບໍ່ວ່າໃຫຍ່ ຫຼືນ້ອຍ, ລ້ວນແຕ່ເຄົາລົບກົດໝາຍສາກົນ, ຮ່ວມມືກັນບົນພື້ນຖານຄວາມສະເໝີພາບ ແລະຖືເອົາຜົນປະໂຫຍດຂອງປະຊາຊົນເປັນໃຈກາງ. ການເຈລະຈາແທນໃຫ້ແກ່ການປະທະກັນ - ນັ້ນແມ່ນເສັ້ນທາງດຽວເພື່ອສ້າງຄວາມເຊື່ອໝັ້ນ ແລະຈິດໃຈຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ ແລະຊົນຊາດ.
ທີ່ເຊີແນວ, ບົດກ່າວຄໍາເຫັນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາຜູ້ແທນທີ່ເຂົ້າຮ່ວມ ແລະຫາງສຽງສາກົນ. ສານຂອງຜູ້ນຳໜ້າອົງການນິຕິບັນຍັດຫວຽດນາມ ທັງມີພຶດຕິກຳຕົວຈິງ, ທັງມີມະນຸດສະທຳ, ໄດ້ສ່ອງແສງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຂອງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາຂອງຫວຽດນາມ. ຫວຽດນາມ ໄດ້ຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມແຕກຕ່າງຂອງລະບອບລະບຽບການ, ຜົນປະໂຫຍດ ຫຼື ລະດັບການພັດທະນາແມ່ນຕົວຈິງພາວະວິໄສ, ແຕ່ການເຈລະຈາ ແລະການຮ່ວມມືຍາມໃດກໍ່ແມ່ນທາງເລືອກທີ່ຖືກຕ້ອງທີ່ສຸດເພື່ອຫຼີກລ່ຽງການສູ້ຢັນກັນ, ຫຼຸດຜ່ອນການປະທະກັນ ແລະເປີດໂອກາດພັດທະນາຮ່ວມກັນ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມພິທີຕ້ອນຮັບຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດສາກົນ ຄັ້ງທີ 6, ໃນວັນທີ 29 ກໍລະກົດ 2025. ພາບ: ຫວູ໋ຢຸງ |
ຄວາມມີໄມຕີຈິດ ແລະຄວາມໄວ້ວາງໃຈທີ່ເພື່ອນມິດສາກົນສະຫງວນໃຫ້ຫວຽດນາມ ແມ່ນຍ້ອນສານຫວຽດນາມທີ່ສົ່ງເຖິງເວທີປາໄສລັດຖະສະພາທົ່ວໂລກໄດ້ຮັບການສ່ອງແສງ ແລະຢືນຢັນຈາກປະຫວັດສາດອັນຍາວນານຂອງຊາດຫວຽດນາມ, ດ້ວຍພຶດຕິກຳຕົວຈິງໃນການພັດທະນາ ແລະການເຊື່ອມໂຍງຂອງຫວຽດນາມ.
ພຶດຕິກຳຕົວຈິງໃນ 4 ທົດສະວັດຂອງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໄດ້ສະແດງໃຫ້ເຫັນວ່າການພົວພັນຕ່າງປະເທດບໍ່ພຽງແຕ່ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເທົ່ານັ້ນ, ຫາກຍັງເປີດກວ້າງຂົງເຂດພັດທະນາ, ຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນອີກດ້ວຍ.
ຫວຽດນາມ ແມ່ນປະເທດທີ່ເຄີຍໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກສົງຄາມ, ຖືກປິດລ້ອມ, ຂວໍ້າບາດ ແລະຕົກຢູ່ໃນທ່າໂດດດ່ຽວ, ແຕ່ມາໃນປະຈຸບັນໄດ້ສ້າງການພົວພັນທາງການທູດກັບ 195 ປະເທດ ແລະສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານຂຶ້ນໄປກັບ 40 ປະເທດ, ໃນນັ້ນມີປະເທດກໍາມະການປະຈຳການທັງໝົດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດອາຊຽນ, G7 ແລະ 17/20 ພື້ນຖານເສດຖະກິດຂອງກຸ່ມ G20. ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຢູ່ຫຼາຍກົນໄກຫຼາຍຝ່າຍທີ່ສຳຄັນ; ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ 2 ສະໄໝ. ສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ IPU-132 ປະສົບຜົນສໍາເລັດໃນປີ 2015... ທັງໝົດເຫຼົ່ານັ້ນລ້ວນແຕ່ສະແດງໃຫ້ເຫັນວິທີເຂົ້າເຖິງທີ່ສະເໝີຕົ້ນສະເໝີປາຍ, ຄື: ເຊີດຊູການເຈລະຈາ, ເຄົາລົບກົດໝາຍສາກົນ ແລະການຮ່ວມມືຢ່າງສະເໝີພາບ.
ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດສາກົນ ຄັ້ງທີ 6 ແລະການໄປປະຕິບັດງານຢູ່ຕ່າງປະເທດຫຼາຍຄັ້ງຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃນໄລຍະຜ່ານມາໄດ້ຢືນຢັນຢ່າງຈະແຈ້ງວ່າ: ການທູດລັດຖະສະພາແມ່ນປາຍແຫຼມສຳຄັນໃນແນວທາງການພົວພັນຕ່າງປະເທດຮອບດ້ານຂອງຫວຽດນາມ, ປະກອບສ່ວນຍົກສູງຖານະບົດບາດຂອງຊາດ ແລະແຜ່ຂະຫຍາຍຄຸນຄ່າສາກົນ ເຊິ່ງ ຫວຽດນາມ ຍຶດໝັ້ນມາໂດຍຕະຫຼອດ: ສັນຕິພາບແມ່ນອີງໃສ່ກົດໝາຍສາກົນ, ການຮ່ວມມືແມ່ນບົນພື້ນຖານຄວາມສະເໝີພາບ ແລະການພັດທະນາ, ຖືປະຊາຊົນເປັນໃຈກາງ. ນັ້ນບໍ່ພຽງແຕ່ແມ່ນສານຂອງມື້ນີ້ເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາໄລຍະຍາວຂອງຫວຽດນາມ ຕໍ່ກັບຄວາມເປັນລະບຽບຂອງສາກົນທີ່ມີຄວາມຍຸຕິທໍາ, ຍືນຍົງ ແລະມີມະນຸດສະທຳກວ່າ ອີກດ້ວຍ.
ໂດຍ: ເຈິ່ນຮວ່ຽນ