ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ, ປີ 2025 ໄດ້ສິ້ນສຸດລົງ, ຫວນຄືນໜຶ່ງປີທີ່ຜ່ານມາ, ສະຫາຍ ຕີລາຄາຄືແນວໃດກ່ຽວກັບບັນດາຜົນງານ, ຂີດໝາຍພົ້ນເດັ່ນ ທີ່ປະເທດຫວຽດນາມ ບັນລຸໄດ້?

ທ່ານ ໂຕເລິມ ເລຂາທິການໃຫຍ່: ປີ 2025 ແມ່ນປີທີ່ຜ່ານຜ່າການທົດສອບນາໆປະການ, ແຕ່ກໍແມ່ນປີທີ່ໜ້າຄິດຫງໍາ ແລະເອກອ້າງທະນົງໃຈ. ໂລກ ສືບຕໍ່ເຫັນປະຈັກຕາການຜັນແປທີ່ວ່ອງໄວ, ສັບສົນ, ຄາດເດົາໄດ້ຍາກ; ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ຮ້າຍແຮງຂຶ້ນກວ່າເກົ່າ; ສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ ໄດ້ສົ່ງຜົນກະທົບຮອບດ້ານເຖິງໜ້າທີ່ປົກປັກຮັກສາປະເທດຊາດ. ບັນດາ “ປັດໄຈທີ່ບໍ່ເອື້ອອໍານວຍ” ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫວຽດນາມ, ສ້າງຄວາມຫຍຸ້ງຍາກຈໍານວນບໍ່ໜ້ອຍໃຫ້ແກ່ວຽກງານນໍາພາ, ຊີ້ນໍາ ແລະບໍລິຫານພັດທະນາປະເທດ. ໃນສະພາບການນັ້ນ, ສິ່ງທີ່ໜ້າຮັບຮູ້ແມ່ນພວກເຮົາໄດ້ຮັກສາສະຖຽນລະພາບການເມືອງ-ສັງຄົມ, ຮັກສາທ່າພັດທະນາເສດຖະກິດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ພ້ອມທັງສືບຕໍ່ສ້າງພື້ນຖານອັນສໍາຄັນໃຫ້ແກ່ໄລຍະທາງພັດທະນາຕໍ່ໜ້າ. ສາມາດຢັ້ງຢືນໄດ້ວ່າ ປະເທດ ຫວຽດນາມ ໄດ້ຜ່ານປີ 2025 ດ້ວຍຄຸນທາດ, ດ້ວຍຄວາມສາມັກຄີ ແລະດ້ວຍຈິດໃຈເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ. ພາບ: ສໍານັກຂ່າວສານຫວຽດນາມ.

ເຖິງວ່າໄດ້ຮັບຜົນກະທົບທີ່ບໍ່ດີຈາກພາຍນອກ ກໍຕາມ, ແຕ່ ພວກເຮົາ ຍັງສາມາດຮັກສາສະຖຽນລະພາບມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນ ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຫຼາຍແຜນນະໂຍບາຍໃຫຍ່ ໄດ້ຫັນເປັນລະບຽບການ, ຫຼາຍຈຸດອຸດຕັນ ໄດ້ຮັບການແກ້ໄຂ, ຫຼາຍລັດຖະ ນະໂຍບາຍທີ່ມີລັກສະນະບຸກທະລຸ ໄດ້ຜັນຂະຫຍາຍ, ໃນນັ້ນຈຸດພົ້ນເດັ່ນ ແມ່ນການປະຕິວັດການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງຂອງລະບົບການ ເມືອງໃຫ້ກະທັດຮັດ, ປະຕິບັດຮູບແບບການປົກຄອງທ້ອງຖິ່ນສອງຂັ້ນ; ບຸກທະລຸດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ຫັນເປັນດີຈີຕອນ... ນີ້ແມ່ນໝາກຜົນຂອງຂະບວນວິວັດແຫ່ງການສະສົມກໍາລັງແຮງພາຍໃນ, ຍຶດໝັ້ນການປະຕິຮູບ, ປ່ຽນແປງໃໝ່ໃນຫຼາຍປີຜ່ານມາ.

ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາໄວ້; ອະທິປະໄຕ, ຜົນປະໂຫຍດຂອງປະເທດ, ຂອງຊາດ ໄດ້ຮັບປະກັນ; ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໄດ້ຮັບການຮັກສາ. ການພົວພັນຕ່າງປະເທດ ສືບຕໍ່ແມ່ນຈຸດພົ້ນເດັ່ນ, ປະກອບສ່ວນຮັກສາສະພາບ ແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ. ຫວຽດນາມ ສືບຕໍ່ຢັ້ງຢືນເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ສາມາດເວົ້າໄດ້ວ່າ ທ່າ ແລະກໍາລັງແຮງຂອງປະເທດ ສືບຕໍ່ໄດ້ຮັບການປັບປຸງ, ຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ບັນດາຜົນງານຂອງປີ 2025 ເປັນພື້ນຖານອັນສໍາຄັນ ເພື່ອໃຫ້ພວກເຮົາ ກ້າວເຂົ້າສູ່ປີໃໝ່ 2026 ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນກວ່າ, ບັນຍາ ກາດ - ຈິດໃຈໃໝ່ ແລະການຕັດສິນໃຈໃໝ່, ພ້ອມແລ້ວທີ່ຈະຫັນເປົ້າໝາຍໃຫຍ່ ເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ວາງອອກໃຫ້ປະກົດຜົນ ເປັນຈິງ.

ນັກຂ່າວ: ບັນດາໝາກຜົນທີ່ບັນລຸໄດ້ ໃນປີ 2025 ເປັນໜ້າເຄົາລົບນັບຖື, ຮຽນທ່ານ ເລຂາທິການໃຫຍ່, ບົດບາດການນໍາພາຂອງພັກ ໄດ້ສະແດງ ອອກໃຫ້ເຫັນຄືແນວໃດ ໃນຖານະທີ່ເປັນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ?

ທ່ານ ໂຕເລິມ ເລຂາທິການໃຫຍ່: ຫວນຄືນບັນດາໝາກຜົນທີ່ປະເທດ ບັນລຸໄດ້ໃນປີ 2025, ສາມາດຢັ້ງຢືນວ່າ ນັ້ນແມ່ນການເຕົ້າໂຮມຂອງຂະບວນວິ ວັດການນໍາພາທີ່ອົດທົນ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ ແລະຄວາມເຫັນດີເຫັນພ້ອມຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ.

ໃນສະພາບແວດລ້ອມທີ່ສະດວກ, ຄວາມຫຍຸ້ງຍາກ, ສິ່ງທົດສອບທີ່ສະຫຼັບກັນ, ສິ່ງສໍາຄັນທີ່ສຸດແມ່ນພວກເຮົາ ຮັກສາໄດ້ບົດບາດນໍາພາຂອງພັກ, ຮັກສາລະບຽບວິໄນ, ການກໍານົດທິດ ແລະຄວາມເຊື່ອໝັ້ນໃນສັງຄົມ, ນັ້ນແມ່ນພື້ນຖານ, ບ່ອນອີງ ເພື່ອຜ່ານຜ່າສິ່ງທົດສອບ, ແມ່ນປັດໄຈຕັດສິນທຸກໄຊຊະນະ. ພັກເຮົາ ໄດ້ຍຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ; ຍຶດໝັ້ນເສັ້ນທາງປ່ຽນແປງໃໝ່; ບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ, ບໍ່ຫຼົງທິດຕໍ່ການຜັນແປທີ່ສັບສົນຂອງສະພາບການໂລກ. ໃນທຸກສະຖານະການ, ຍິ່ງຫຍຸ້ງຍາກນັ້ນ ຍິ່ງຕ້ອງຮັກສາຫຼັກການ, ຮັກສາລະບຽບວິໄນ, ຮັກສາບົດບາດການນໍາພາຂອງພັກ. ພ້ອມກັນນັ້ນຕ້ອງຫຼີກເວັ້ນຄໍາພີຕາຍຕົວ, ຫຼີກເວັ້ນການລອກແບບ; ຕ້ອງຮູ້ຈັກສືບທອດ, ເພີ່ມເຕີມ ແລະພັດທະນາຢ່າງປະດິດສ້າງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ໃນແຕ່ລະໄລຍະປະຫວັດສາດ.

ປັດໄຈໜຶ່ງທີ່ສໍາຄັນ ແມ່ນວຽກງານກໍ່ສ້າງ, ປັບປຸງພັກ ສືບຕໍ່ໄດ້ຮັບການຍູ້ແຮງ, ເຂົ້າສູ່ແທດຈິງ, ປະກອບສ່ວນປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ພັກ ແລະລະບອບ. ການຮັກສາລະບຽບວິໄນຢ່າງເຂັ້ມງວດ; ເດັດດ່ຽວຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ, ການຟຸມເຟືອຍ, ສິ່ງຫຍໍ້ທໍ້; ຕ້ານປະກົດການຮູບແບບ, ເວົ້າບໍ່ໄປຄຽງຄູ່ກັບການກະທໍາ ໄດ້ສ້າງການຫັນ ປ່ຽນຢ່າງຈະແຈ້ງໃນຖັນແຖວພະນັກງານ, ສະມາຊິກພັກ...

ນັກຂ່າວ: ຂໍຮຽນ ທ່ານ ເລຂາທິການໃຫຍ່, ປີ 2026, ພວກເຮົາ ຕ້ອງສຸມໃສ່ປະຕິບັດໜ້າທີ່, ມາດຕະການຈຸດສຸມໃດແດ່ ຕັ້ງແຕ່ປີທໍາອິດຂອງອາຍຸການ ໃໝ່?

ທ່ານ ໂຕເລິມ ເລຂາທິການໃຫຍ່: ປີ 2026 ມີຄວາມໝາຍສໍາຄັນພິເສດ, ເປັນປີເປີດສາກໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ໃນສະພາບການນັ້ນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ ແມ່ນຕ້ອງກະທໍາຢ່າງຂ້ຽວຂາດ, ເຮັດວຽກຢ່າງມີຈຸດສຸມ ແລະສ້າງການຫັນປ່ຽນຢ່າງຈະແຈ້ງ. ພຶດຕິກໍາຕົວຈິງ ໄດ້ຊີ້ໃຫ້ເຫັນວ່າ ຄວາມຄາດຫວັງເປັນຈິງໄດ້ ກໍ່ຕໍ່ເມື່ອ ໄດ້ຫັນເປັນລະອຽດດ້ວຍລະບຽບວິໄນ, ຄວາມຮັບຜິດຊອບ ແລະປະສິດທິພາບໃນການຈັດຕັ້ງປະຕິບັດ.

leftcenterrightdel
ຕາງໜ້າກົມການເມືອງ ສະໄໝທີ XIV ມອບຊໍ່ດອກໄມ້ອວຍພອນສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV. ພາບ: ສໍານັກຂ່າວສານຫວຽດນາມ.

ອີກໜ້າທີ່ໜຶ່ງທີ່ມີຄວາມໝາຍເປັນຂໍກຸນແຈ ນັ້ນແມ່ນການສືບຕໍ່ກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມາດນໍາພາຢ່າງຄົບຖ້ວນ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ເພີ່ມທະວີການກວດກາ, ຕິດຕາມ, ຍົກສູງຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ໂດຍສະເພາະແມ່ນຜູ້ນໍາໜ້າ. ສັງກາດໃໝ່ຮຽກຮ້ອງຕ້ອງມີຈິນຕະນາການໃໝ່, ວິທີເຮັດໃໝ່, ແຕ່ກ່ອນອື່ນໝົດແມ່ນຕ້ອງມີຖັນແຖວພະນັກງານ ທີ່ມີຈັນຍາບັນ, ມີຄວາມຮູ້ຄວາມສາມາດ ແລະຄວາມຮັບຜິດຊອບສູງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປຸກລຸກຄວາມຄາດຫວັງບືນຕົວຂຶ້ນໃນປະຊາຊົນຫວຽດນາມ ແຕ່ລະຄົນ.

ເພື່ອເຮັດໄດ້ສິ່ງນັ້ນ, ຄື ປະທານ ໂຮ່ຈີມິນ ເຄີຍຕັກເຕືອນວ່າ: “ແຕ່ລະຄົນ, ແຕ່ລະຂະແໜງ, ແຕ່ລະບ່ອນຕ້ອງພະຍາຍາມເຮັດຫຼ້ອນໜ້າທີ່, ແນ່ນອນວ່າ ປີໃໝ່ ຈະຍາດໄດ້ໄຊຊະນະອັນຍິ່ງໃຫຍ່”. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຖ້າຕັ້ງແຕ່ຕົ້ນອາຍຸການ, ທຸກຂັ້ນ, ທຸກຂະແໜງ, ແຕ່ລະທ້ອງຖິ່ນ ຈະມີກະທໍາຢ່າງຂ້ຽວຂາດ, ເຮັດວຽກສຸດກົກສຸດປາຍ, ເສີມຂະຫຍາຍນໍ້າໃຈສາມັກຄີ ແລະຄວາມຄາດຫວັງອຸທິດຕົນ ປີ 2026 ຈະເປັນປີສ້າງທ່ວງທ່າອັນສໍາຄັນ, ນໍາປະເທດ ກ້າວຂຶ້ນໃນສັງກາດໃໝ່ ຢ່າງໝັ້ນຄົງ.

ນັກຂ່າວ: ເນື່ອງໃນໂອກາດປີໃໝ່ 2026 ແລະຕ້ອນຮັບລະດູບານໃໝ່ ປີມະເມຍ 2026, ທ່ານ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນ ກາງ ມີຄໍາຕັກເຕືອນຫຍັງບໍ່ ເຖິງພະນັກງານ, ນັກຮົບໃນກອງທັບປະຊາຊົນຫວຽດນາມ?

ທ່ານ ໂຕເລິມ ເລຂາທິການໃຫຍ່: ຂ້າພະເຈົ້າ ຮັບຮູ້ ແລະຕີລາຄາສູງຄວາມມານະພະຍາຍາມສູ້ຊົນຢ່າງທົນທານ, ມີຄວາມຮັບຜິດຊອບສູງ ພ້ອມດ້ວຍ ບັນດາໝາກຜົນອັນສໍາຄັນ ເຊິ່ງ ອົງຄະນະພັກກອງທັບ ແລະທົ່ວກອງທັບ ບັນລຸໄດ້ໃນປີຜ່ານມາ. ກອງທັບປະຊາຊົນຫວຽດນາມ ຍາມໃດກໍຮັກສາຄຸນ ທາດການເມືອງ, ສາມັກຄີ, ເປັນເອກະພາບ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບ ມອບໝາຍຢ່າງມີໄຊ, ຢັ້ງຢືນບົດບາດ ເປັນກໍາລັງຫຼັກແຫຼ່ງ, ເສົາຄໍ້າອັນໝັ້ນ ແກ່ນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ກຽມພ້ອມສູ້ຮົບ ແລະຕີເອົາຊະນະ ສັດຕູທີ່ເຂົ້າມາຮຸກຮານທຸກໂຕ. ຮູບພາບພະນັກງານ, ນັກຮົບກອງທັບ ພ້ອມແລ້ວທີ່ຈະມີໜ້າຢູ່ບ່ອນທີ່ສໍາຄັນ, ບ່ອນທີ່ຫຍຸ້ງຍາກລໍາບາກ, ອັນຕະລາຍ ເພື່ອປົກປ້ອງຊີວິດ, ຊັບສິນຂອງປະຊາຊົນ ແລະເຮັດ ວຽກງານຂົນຂວາຍປະຊາຊົນ ສືບຕໍ່ສ່ອງແສງໃຫ້ເຫັນຄຸນທາດທະຫານລຸງໂຮ່, ຮັດແໜ້ນການພົວພັນສາມັກຄີ, ຜູກພັນຢ່າງໃກ້ຊິດລະຫວ່າງທະຫານ ແລະປະຊາຊົນ, ປັບປຸງ “ທ່າສະໜາມໃນໃຈປະຊາຊົນ” ຢ່າງໝັ້ນແກ່ນ, ເປັນກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທໍາການຜະລິດ ຢ່າງແທ້ຈິງ.

ກ້າວສູ່ປີ 2026, ປີທໍາອິດໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດອົງຄະນະພັກກອງທັບ ຄັ້ງທີ XII ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຂ້າພະເຈົ້າ ຫວັງວ່າ ອົງຄະນະພັກກອງທັບ ແລະທົ່ວກອງທັບ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ຄຸນທາດການເມືອງ ແລະຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ. ໃນສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການທີ່ວາງອອກຕໍ່ກັບກອງທັບ ນັບມື້ນັບສູງ, ໜ້າທີ່ນັບມື້ນັບໜັກໜ່ວງ, ຂ້າພະເຈົ້າ ຫວັງວ່າ ອົງຄະນະພັກກອງທັບ ຈະສືບຕໍ່ເປັນແກນສານນໍາພາທີ່ໂດດເດັ່ນ, ມີຄວາມສາມັກຄີ, ເປັນເອກະພາບສູງ; ນໍາພາກອງທັບ ບໍ່ພຽງແຕ່ປະຕິບັດສໍາເລັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດ ເປັນຢ່າງດີ ເທົ່ານັ້ນ ຫາກຍັງນໍາໜ້າໃນການສ້າງລະບຽບວິໄນ, ລະບຽບແບບແຜນ, ການເປັນແບບຢ່າງກ່ຽວກັບຄວາມຮັບຜິດຊອບ, ແບບແຜນການເຮັດວຽກ ແລະຈິດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ເນື່ອງໃນໂອກາດຕ້ອນຮັບປີໃໝ່ ປີມະເມຍ 2026, ຕາງໜ້າການນໍາພັກ ແລະລັດ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງແຕ່ລະຄອບ ຄົວຫວຽດນາມ ຢູ່ທຸກແຖບຖິ່ນຂອງປະເທດຊາດ ແລະພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ຢູ່ດີມີແຮງ, ຈະເລີນຮັ່ງມີ; ອວຍພອນໃຫ້ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການ ມອບໝາຍຢ່າງດີເດັ່ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍມູນເຊື້ອວິລະຊົນ, ເຈດຈໍານົງພິລະອາດຫານ ແລະຄວາມຄາດຫວັງຢາກອຸທິດສ່ວນ, ບັນດາສະ ຫາຍ ຈະສືບຕໍ່ສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ໃນສັງກາດໃໝ່ຂອງຊາດ.

ອວຍພອນໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວພ້ອມກັບການເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງຂອງກອງທັບ ປະຊາຊົນຫວຽດນາມ ວິລະຊົນ!

ນັກຂ່າວ: ຂອບໃຈ ທ່ານ ເລຂາທິການໃຫຍ່!

ໂດຍ: ໄຊຊະນະ