ນີ້ແມ່ນຫຼຽນສູງສຸດຂອງ ສປປ ລາວ ທີ່ມອບໃຫ້ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີຜົນງານອັນໃຫຍ່ຫຼວງປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ.
ເຂົ້າຮ່ວມພິທີມີ ທ່ານ ໂຕເລີມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ; ແລະຄະນະຜູ້ແທນຂັ້ນສູງສອງປະເທດຫວຽດນາມ ແລະລາວ.
    |
 |
|
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ທ່ານ ໂຕເລີມ ເລຂາທິການໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
|
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ມອບຊໍ່ດອກໄມ້ອວຍພອນທ່ານ ໂຕເລີມ ເລຂາທິການໃຫຍ່ ທີ່ໄດ້ຮັບຫຼຽນຄຳແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລີມ ໄດ້ແບ່ງປັນຄວາມເປັນກຽດ ແລະສະເທືອນໃຈຫຼາຍທີ່ໄດ້ຮັບຫຼຽນຄຳແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງພັກ, ລັດ ແລະປະຊາຊົນລາວ. ນີ້ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງສຳລັບທ່ານເລຂາທິການໃຫຍ່ ກໍ່ເປັນຫຼັກຖານພະຍານອັນມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ, ສາຍພົວພັນໄດ້ກາຍເປັນສັນຍາລັກທີ່ເປັນແບບຢ່າງ, ຍືນຍົງຄົວຕົວກັບເວລາ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງ ເຊິ່ງຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດພາລະກິດແຫ່ງການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ ໃນປະຈຸບັນ.
    |
 |
|
ທ່ານ ໂຕເລີມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໄດ້ເນັ້ນໜັກວ່າ ນ້ຳໃຈສາມັກຄີນັ້ນໄດ້ກາຍເປັນກຳລັງແຮງອັນໃຫຍ່ຫຼວງທີ່ນຳມາສູ່ໄຊຊະນະອັນສະຫງ່າງາມ ແລະພື້ນຖານສັນຕິພາບ, ເອກະລາດຂອງພວກເຮົາໃນປະຈຸບັນ ແລະຈະສືບຕໍ່ນຳພາເພື່ອໃຫ້ສອງປະເທດ, ປະຊາຊົນສອງຊາດຫວຽດນາມ ແລະລາວ ຮ່ວມເດີນທາງ ແລະຮ່ວມຊາຕາກຳ, ຖືກກັບຄໍາສຸພາສິດຂອງລາວ ທີ່ວ່າ “ສາມັກຄີແມ່ນກໍາລັງແຮງ”.
ທ່ານ ໂຕເລີມ ຢືນຢັນວ່າຈະສືບຕໍ່ພ້ອມກັບການນໍາພັກ, ລັດຫວຽດນາມ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ພ້ອມກັບການນໍາພັກ, ລັດລາວ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ, ສົມກັບການເສຍສະຫຼະເລືອດເນື້ອ, ອຸທິດສ່ວນຂອງລຸ້ນກ່ອນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.
ໂດຍ: ໄຊນີດາ