ທ່ານ ຫງວຽນແມ້ງເກື່ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຟີລິບປິນ ຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ ແລະຮອບດ້ານກວ່າ.

leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສົນທະນາທາງໂທລະສັບກັບທ່ານ Leo Herrera-Lim ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍ, ກະຊວງການຕ່າງປະເທດ ຟີລິບປິນ. ພາບ: ໜັງສືພິມໂລກ ແລະຫວຽດນາມ.

ທ່ານ Leo Herrera-Lim ສະແດງຄວາມເຊື່ອໝັ້ນວ່າ ດ້ວຍວິໄສທັດ ແລະ ການຕັດສິນໃຈຂອງພັກ ແລະລັດ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍ ພັດທະນາເສດຖະກິດ-ສັງຄົມ ຢ່າງມີໄຊ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.  ສອງຝ່າຍຕີລາຄາວ່າ ການຮ່ວມມືລະຫວ່າງຫວຽດນາມ ແລະຟີລິບປິນ ໃນໄລຍະຜ່ານມານັບມື້ນັບຮອບດ້ານ, ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິພາບ; ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນລະດັບສູງ ແລະໃນທຸກລະດັບ, ເສີມຂະຫຍາຍຢ່າງແຮງບັນດາກົນໄກຮ່ວມມືສອງຝ່າຍ, ສ້າງບຸກທະລຸໃໝ່ໃນການ ຮ່ວມມືໃນບາງຂົງເຂດບຸລິມະສິດ. 

ເນື່ອງໃນໂອກາດນີ້, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນຈໍານວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນທີ່ເວທີປາໄສພາກພື້ນ ແລະສາກົນ, ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ, ພ້ອມກັນມານະພະຍາຍາມຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຮັບໃຊ້ການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ.

ໂດຍ: ໄຊຊະນະ