ເຂດພິເສດເຈື່ອງຊາ ປະຕິບັດສໍາເລັດວຽກງານກະກຽມໃຫ້ແກ່ການເລືອກຕັ້ງລ່ວງໜ້າ
ກປ.ອອນໄລ - ມາຮອດວັນທີ 6 ມີນາ, ບັນດາຄະນະປະຕິບັດງານ ຂອງກອງບັນຊາການທະຫານເຮືອເຂດ 4 ໄດ້ປະຕິບັດສຳເລັດໜ້າທີ່ນໍາເອົາປ່ອງປ່ອນບັດ, ບັດເລືອກຕັ້ງ, ບັດປ່ອນບັດ, ວັດຖຸທີ່ກ່ຽວຂ້ອງເຖິງເຂດປ່ອນບັດ 21 ແຫ່ງ ຢູ່ເຂດພິເສດເຈື່ອງຊາ ເພື່ອຮັບໃຊ້ການເລືອກຕັ້ງລ່ວງໜ້າສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016-2020.
ປະຈຸບັນ, ເຂດພິເສດເຈື່ອງຊາ ພວມຄຸ້ມຄອງດ້ານການບໍລິຫານບັນດາເກາະທີ່ແຕກຕ່າງກັນ, ມີຂະໜາດກະແຈກກະຈາຍ. ສະນັ້ນ, ເພື່ອຮັບປະກັນໃຫ້ທຸກເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານເລືອກຕັ້ງຖືກດຳເນີນໄປຕາມຂໍ້ກໍານົດ, ບັນດາຂັ້ນຕອນກະກຽມຕ້ອງໄດ້ຮັບການຜັນຂະຫຍາຍແຕ່ກ່ອນ. ຕອນເຊົ້າວັນທີ 24 ກຸມພານີ້, ກຳປັ່ນໝາຍເລກ 464 ແລະກຳປັ່ນໝາຍເລກ 471, ບັນດາກຳລັງທີ່ຮັບຜິດຊອບການຈັດຕັ້ງການເລືອກຕັ້ງລ່ວງໜ້າໄດ້ອອກຈາກທ່າກຳປັ່ນທະຫານກາມແຣັງ ອອກສູ່ເກາະຕ່າງໆຂອງປະເທດຊາດ.
ພາຍຫຼັງການເດີນທາງມາເປັນເວລາ 10 ກວ່າມື້, ທຸກໆເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານເລືອກຕັ້ງໄດ້ມອບໃຫ້ເຂດປ່ອນບັດ 21 ແຫ່ງຢ່າງຄົບຖ້ວນ, ຮັບປະກັນຄວາມປອດໄພ ແລະຖືກຕາມແຜນການ. ຕາມຂໍ້ມູນຫຼ້າສຸດທີ່ພວກເຮົາໄດ້ຮັບ, ຮອດວັນທີ 8 ມີນາ, ເຂດປ່ອນບັດ 20/21 ແຫ່ງຂອງເຂດພິເສດເຈື່ອງຊາ ຈະດຳເນີນການເລືອກຕັ້ງພ້ອມກັນ. ສະເພາະເກາະເຈື່ອງຊາ ຈະດຳເນີນການເລືອກຕັ້ງໃນວັນດຽວກັນກັບທົ່ວປະເທດ (ວັນທີ 15 ມີນາ) ແລະ ຈະໄດ້ຮັບການຖ່າຍທອດສົດທາງໂທລະພາບ VTV1, ສະຖານີໂທລະພາບຫວຽດນາມ.
    |
 |
|
ນໍາເອົາປ່ອງປ່ອນບັດຂຶ້ນສູ່ເກາະຕ່າງໆ. ພາບ: qdnd.vn |
    |
 |
|
ມອບວັດຖຸອຸປະກອນ ແລະແນະນຳການປະດັບປະດາເຂດທີ່ຈະປ່ອນບັດ. ພາບ: qdnd.vn |
    |
 |
|
ພະນັກງານ, ນັກຮົບ, ປະຊາຊົນເຂດພິເສດເຈື່ອງຊາ ຊອກຮູ້ຂໍ້ມູນກ່ຽວກັບຜູ້ສະໝັກເລືອກຕັ້ງ. ພາບ: qdnd.vn |
    |
 |
|
ຝຶກແອບລະບຽບງົດງາມເພື່ອກະກຽມໃຫ້ແກ່ພິທີຊັກທຸງໃນວັນເລືອກຕັ້ງທີ່ຈະມາເຖິງ. ພາບ: qdnd.vn |
ໂດຍ: ທູຈາງ