ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ
ກປ.ອອນໄລ - ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ການຢ້ຽມຢາມລາວ ຄັ້ງນີ້ຂອງທ່ານ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະຄະນະປະຕິບັດງານຂັ້ນສູງຫວຽດນາມ ມີຄວາມໝາຍ ແລະຄວາມສຳຄັນທາງປະຫວັດສາດ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ, ທ່ານເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະຄະນະປະຕິບັດງານຂັ້ນສູງຫວຽດນາມ ຈະຢ້ຽມຢາມທາງລັດຖະກິດລາວ, ເຂົ້າຮ່ວມສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ, ເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ໃນລະຫວ່າງວັນທີ 1 ຫາວັນທີ 2 ທັນວາ 2025.
    |
 |
|
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດ. ພາບ: vov.vn |
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ການຢ້ຽມຢາມລາວ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ມີຄວາມໝາຍທາງປະຫວັດສາດ ແລະມີຄວາມສຳຄັນເປັນພິເສດຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ: ການຢ້ຽມຢາມຄັ້ງນີ້ແມ່ນການເຄື່ອນໄຫວການຕ່າງປະເທດທີ່ມີລັກສະນະປະຫວັດສາດ, ສະແດງຄວາມເຄົາລົບ, ສົນໃຈອັນເລິກເຊິ່ງ, ອາລົມຈິດສະໜິດຕິດພັນ ແລະການສະໜັບສະໜູນຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດທີ່ສະຫງວນໃຫ້ກັນ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືໃໝ່ລະຫວ່າງສອງປະເທດໃນສັງເກດໃໝ່. ຜ່ານການຢ້ຽມຢາມ, ຢັ້ງຢືນອີກເທື່ອໜຶ່ງວ່າການສືບທອດ, ເສີມຂະຫຍາຍມູນເຊື້ອ ແລະເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.
ໃນລະຫວ່າງການຢ້ຽມຢາມ, ສອງຝ່າຍຄາດວ່າຈະແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດ; ແບ່ງປັນ, ຕີລາຄາກ່ຽວກັບສະພາບການໂລກ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ວາງອອກບັນດາການກໍານົດທິດໃຫ້ການພົວພັນຮ່ວມມືໃນໄລຍະໃໝ່.
ໂດຍ: ໄຊນີດາ