ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ຕ້ອງຍຶດໝັ້ນເປົ້າໝາຍຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະຊຸກຍູ້ການເຕີບໂຕ ແຕ່ 10% ຂຶ້ນໄປ, ຮັບປະກັນຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການເຮັດວຽກກັບສະພາໃຫ້ຄໍາປຶກສານະໂຍບາຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ໄຈ້ແຍກສະພາບການໂລກໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສະພາບການຂາດຄວາມສະຫງົບ ຢູ່ຕາເວັນອອກກາງ ກໍຄື ນະໂຍບາຍຂອງບັນດາປະເທດ, ພື້ນຖານເສດຖະກິດໃຫຍ່ໄດ້ສົ່ງຜົນກະທົບໂດຍກົງເຖິງການບໍລິຫານເສດຖະກິດມະຫາພາກ; ການຂົນສົ່ງທາງທະເລ, ການບິນ, ໂລຈິດສະຕິກ ຖືກຢຸດສະງັກ; ສ້າງຄວາມປົນເປ, ສົ່ງຜົນກະທົບເຖິງຄວາມໝັ້ນຄົງດ້ານພະລັງງານ; ກະທົບເຖິງການຜະລິດ-ດໍາເນີນທຸລະກິດ, ການຫາເງິນລ້ຽງຊີບຂອງປະຊາຊົນ...
ສະນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງກໍາແໜ້ນການຜັນແປຂອງສະພາບການ, ມີນະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ; ຍິ່ງຫຍຸ້ງຍາກ, ທ້າທາຍ ຍິ່ງຕ້ອງຮັກສາຄຸນທາດ, ທຸ່ນທ່ຽງ, ໃກ້ຊິດ, ທັນການ ແລະມີຈິນຕະນາການ, ວິທີເຂົ້າເຖິງ, ວິທີວິພາກຖືກຕ້ອງ, ສອດຄ່ອງ ເພື່ອຫັນປ່ຽນສະຖານະການ, ປ່ຽນແປງສະພາວະ; ທັງມີມາດຕະການໃນສະເພາະໜ້າ, ທັງມີມາດຕະການອັນຍາວນານ; ທັງມີມາດຕະການມະຫາພາກ, ທັງມີມາດຕະການຈຸນລະພາກ; ທັງລະດົມແຫຼ່ງກໍາລັງພາຍໃນ ແມ່ນພື້ນຖານ, ຍຸດທະສາດ, ຍາວນານ, ຕັດສິນ, ສົມທົບກັບແຫຼ່ງກໍາລັງຈາກພາຍນອກ ແມ່ນສໍາຄັນ, ບຸກທະລຸ, ເປັນປະຈໍາ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຮັດວຽກກັບສະພາໃຫ້ຄໍາປຶກສາ ເພື່ອຮັບຟັງຄໍາເຫັນປະກອບກ່ຽວກັບການຮັບມືກັບສິ່ງທ້າທາຍໃນປັດຈຸບັນຢູ່ພາກພື້ນ ແລະໃນໂລກ. ພາບ: ສໍານັກຂ່າວສານຫວຽດນາມ. |
ບົນຈິດໃຈນັ້ນ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ມີມາດຕະການບໍ່ໃຫ້ຂາດນໍ້າມັນແອັດຊັງ, ຂາດໄຟຟ້າ, ຂາດພະລັງງານ; ພ້ອມທັງຖືວ່າ ນີ້ກໍແມ່ນໂອກາດເພື່ອຫັນປ່ຽນພະລັງງານເປັນສີຂຽວ, ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ແຕກຕ່າງ, ໂອກາດອັນພົ້ນເດັ່ນ, ທ່າແຮງແກ່ງແຍ້ງຂອງປະເທດ.
ເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງສືບຕໍ່ບໍລິຫານຢ່າງຄົບຊຸດ, ມີໄຫວພິບ ແລະມີປະສິດທິຜົນບັນດານະໂຍບາຍມະຫາພາກ; ພິເສດແມ່ນເອົາໃຈໃສ່ໃນການສົມທົບຢ່າງແໜ້ນແຟ້ນລະຫວ່າງນະໂຍບາຍການເງິນ ແລະນະໂຍບາຍເງິນຕາ; ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ, ສອດຄ່ອງກັບສະພາບຕົວຈິງ, ຮັກສາອັດຕາແລກປ່ຽນ ແລະອັດຕາດອກເບ້ຍໃຫ້ໝັ້ນຄົງ, ເພີ່ມທຶນສຳຮອງແຫ່ງຊາດ; ປະກອບສ່ວນຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ...
ໂດຍ: ໄຊຊະນະ