ແຂວງດ້ຽນບຽນ ຕ້ອງມານະພະຍາຍາມເພື່ອໃຫ້ກາຍເປັນແຂວງຮັ່ງມີ, ປະຊາຊົນມີຄວາມຜາສຸກ
ກປ.ອອນໄລ - ຕອນບ່າຍວັນທີ 8 ມີນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບຄະນະພັກແຂວງດ້ຽນບຽນ, ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031; ສະພາບການບໍລິຫານອໍານາດການປົກຄອງທ້ອງຖິ່ນສອງຂັ້ນ.
ເນັ້ນໜັກເຖິງເປົ້າໝາຍລຸໂລ່ງ ເຊິ່ງແຂວງດ້ຽນບຽນ ຕ້ອງປະຕິບັດໃນໄລຍະຈະມາເຖິງແມ່ນພັດທະນາຢ່າງໄວ ແລະຍືນຍົງ, ໃນຕໍ່ໜ້າແມ່ນປະຕິບັດເປົ້າໝາຍການເຕີບໂຕແຕ່ 10% ຂຶ້ນໄປຢ່າງມີໄຊ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງຕ້ອງຊາບຊຶມ, ຫັນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ອາຍຸການ 2026-2031, ຂໍ້ສະຫຼຸບຂອງທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີ ເມື່ອເຮັດວຽກກັບແຂວງດ້ຽນບຽນ ເປັນລະອຽດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ແຂວງດ້ຽນບຽນ ສຸມໃສ່ພັດທະນາບັນດາຂະແໜງ, ຂົງເຂດເສດຖະກິດຫຼັກແຫຼ່ງ. ໃນນັ້ນທາງແຂວງພັດທະນາອຸດສາຫະກຳດ້ວຍການຂຸດຄົ້ນໂຮງງານໄຟຟ້ານ້ຳຕົກຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາອຸດສາຫະກຳປຸງແຕ່ງ ແລະພະລັງງານທົດແທນ; ພັດທະນາ ແລະຫັນປ່ຽນໂຄງປະກອບກະສິກຳຕາມທິດການຜະລິດສິນຄ້າ, ຍົກສູງມູນຄ່າເພີ່ມ ແລະພັດທະນາແບບຍືນຍົງ, ດ້ວຍຕົ້ນໄມ້ຫຼັັກ, ຄື: ກາເຟ, ມັກກາ… ຍົກສູງຄຸນນະພາບການບໍລິການ, ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ເພີ່ມທະວີການສົ່ງເສີມການຄ້າ, ດຶງດູດນັກທ່ອງທ່ຽວ, ແຂວງຕ້ອງຍູ້ແຮງການປ່ອຍເງິນທຶນພາກລັດນັບແຕ່ຕົ້ນປີ 2026, ເປັນຕົ້ນແມ່ນບັນດາໂຄງການສຳຄັນແຫ່ງຊາດ; ຂະຫຍາຍຂົງເຂດພັດທະນາໃໝ່; ຍູ້ແຮງການເຊື່ອມຕໍ່ ແລະດຶງດູດວິສາຫະກິດ ແລະນັກລົງທຶນ, ສ້າງກຳລັງໜູນໃຫ້ການພັດທະນາ.
    |
 |
|
ບັນຍາກາດ ທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ແຂວງດ້ຽນບຽນ ສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງຮອບດ້ານ; ຍົກສູງກຳລັງຄວາມສາມາດໃນການນຳພາ ແລະກຳລັງແຮງຕໍ່ສູ້ຂອງອົງການຈັດຕັ້ງຂອງພັກ ແລະສະມາຊິກພັກ; ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຢ່າງເປີດເຜີຍ ແລະກະຈ່າງແຈ້ງ, ຖືກຕ້ອງຕາມກົດໝາຍ ແລະສຳເລັດຜົນ.
ກໍານົດທິດທາງ, ສົ່ງເສີມ, ມອບໝາຍໜ້າທີ່ໃຫ້ແຂວງດ້ຽນບຽນ, ທ່ານນາຍົກລັດຖະມົນຕີ ໄດ້ສະຫຼຸບເປັນ 50 ຄໍາວ່າ: “ດ້ຽນບຽນຝູ ອະມະຕະ - ປະຫວັດສາດອັນອົງອາດກ້າຫານຕະຫຼອດການ - ວັດທະນະທໍາເຕັມໄປດ້ວຍສີສັນສະເພາະ - ກະສິກຳພັດທະນາຢ່າງເລິກເຊິ່ງ - ອຸດສາຫະກຳຂຶ້ນສູ່ລະດັບສູງ - ການທ່ອງທ່ຽວປຽບເໝືອນດອກສ້ຽວປ່າເບັ່ງບານ - ພື້ນຖານໂຄງລ່າງຕ້ອງເປີດເສັ້ນທາງ - ວິທະຍາສາດຕ້ອງນໍາໜ້າ - ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄວ - ແຂວງຮັ່ງມີ, ປະຊາຊົນມີຄວາມຜາສຸກ”.
ໂດຍ: ທູຈາງ