ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບກູເວດ ແລະກາຕາ ໃນທຸກຂົງເຂດ
ກປ.ອອນໄລ - ຕອນບ່າຍວັນທີ 9 ມີນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Sheikh Ahmed Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີກູເວດ ເພື່ອແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະການພົວພັນສອງຝ່າຍລະຫວ່າງ ຫວຽດນາມ-ກູເວດ.
ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການປະທະກັນຢູ່ຕາເວັນອອກກາງ ໃນປະຈຸບັນ ແລະແບ່ງປັນຕໍ່ກັບຄວາມຫຍຸ້ງຍາກທີ່ປະຊາຊົນໃນພາກພື້ນຕ້ອງປະເຊີນໜ້າ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງ ແລະປາດຖະໜາວ່າ ກູເວດ ພ້ອມກັບບັນດາປະເທດທີ່ກ່ຽວຂ້ອງສືບຕໍ່ລະງັບໃຈ, ຊຸກຍູ້ຄວາມມານະພະຍາຍາມ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ຊອກຫາມາຕະການແກ້ໄຂໂດຍສັນຕິວິທີ ໃຫ້ແກ່ພາກພື້ນບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສະຫະປະຊາຊາດ ແລະຮັບປະກັນສິດອັນຊອບທໍາຂອງທຸກຝ່າຍ; ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການດັ່ງກ່າວ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໂອ້ລົມທາງໂທລະສັບກັບທ່ານ Sheikh Ahmed Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີກູເວດ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນສະພາບການປະທະກັນຜັນແປທີ່ສັບສົນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈ ແລະສະເໜີໃຫ້ລັດຖະບານກູເວດ ສືບຕໍ່ໜູນຊ່ວຍຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ກູເວດ, ສ້າງເງື່ອນໄຂສະດວກໃຫ້ການອົບພະຍົບພົນລະເມືອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີກູເວດ ໃຫ້ຄຳໝັ້ນສັນຍາຈະສົມທົບກັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ກູເວດ ແລະ ອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງຫວຽດນາມ ອົບພະຍົບຖ້າຈຳເປັນ. ຕໍ່ໜ້າຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານນາຍົກລັດຖະມົນຕີກູເວດ ໄດ້ເຫັນດີຈະສົມທົບກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງພິຈາລະນາສືບຕໍ່ສະໜອງນ້ຳມັນດິບໃຫ້ແກ່ຫວຽດນາມ, ພ້ອມທັງເຫັນດີຍູ້ແຮງການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
* ຕອນຄໍ່າວັນທີ 9 ມີນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Sheikh Mohammed bin Abdulrahman bin Jasim Al-Thani ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຕາ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໂອ້ລົມທາງໂທລະສັບກັບທ່ານ Sheikh Mohammed bin Abdulrahman bin Jasim Al-Thani ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຕາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ຄັດຄ້ານການກະທໍານຳໃຊ້ກຳລັງຮຸນແຮງບຸກໂຈມຕີໃສ່ບັນດາປະເທດທີ່ມີອະທິປະໄຕ, ພິເສດແມ່ນໃສ່ພື້ນຖານໂຄງລ່າງພົນລະເຮືອນ, ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ. ທ່ານ ຟ້າມມິງຈິ໊ງ ຮຽກຮ້ອງຊອກຫາມາດຕະການແກ້ໄຂໂດຍສັນຕິໃຫ້ແກ່ພາກພື້ນບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສະຫະປະຊາຊາດ, ແລະຮັບປະກັນສິດອັນຊອບທຳຂອງທຸກຝ່າຍ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ໃນນັ້ນມີອາຊຽນ ແນໃສ່ຊອກຫາມາດຕະການແກ້ໄຂການປະທະກັນໃນປະຈຸບັນໂດຍສັນຕິວິທີ.
ກ່ຽວກັບການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ ໃນສະພາບການປະຈຸບັນ, ທ່ານນາຍົກລັດຖະມົນຕີກາຕາ ຢືນຢັນວ່າ ກາຕາ ພວມມານະພະຍາຍາມປະຕິບັດຄຳໝັ້ນສັນຍາ, ສັນຍາກັບນດາຄູ່ຮ່ວມມືຕ່າງໆຢ່າງຄົບຖ້ວນ, ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນເພື່ອຮັບປະກັນການຜະລິດພະລັງງານເປັນປົກກະຕິ ຢູ່ ຫວຽດນາມ.
ໂດຍ: ທູຈາງ