ຫວຽດນາມ ຍາມໃດກໍ່ຕີລາຄາສູງການພົວພັນກັບ ອີຢູ ແລະ ບັນດາປະເທດສະມາຊິກ
ກປ.ອອນໄລ - ວັນທີ 6 ມີນາ, ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Kaja Kallas ຮອງປະທານຄະນະກຳມາທິການເອີລົບ (EC), ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດ ແລະຄວາມໝັ້ນຄົງ ເພື່ອແລກປ່ຽນກ່ຽວກັບການພົວພັນຫວຽດນາມ-ອີຢູ ແລະ ບັນດາບັນຫາທີ່ພາກພື້ນ ແລະສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານ Kaja Kallas ຖືວ່າ ສອງຝ່າຍມີກາລະໂອກາດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດຄວາມໝັ້ນຄົງໃນການເດີນທະເລ, ປົກປັກຮັກສາພື້ນຖານໂຄງລ່າງທາງທະເລທີ່ສຳຄັນ.
    |
 |
|
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອີຢູ ແລະບັນດາປະເທດສະມາຊິກ. ທ່ານ ເລຮ່ວາຍຈູງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັວ່າ ການພົວພັນສອງຝ່າຍໃນໄລຍະຜ່ານມາພັດທະນາຢ່າງຕັ້ງໜ້າ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ເສດຖະກິດ, ການຄ້າ, ການລົງທຶນແມ່ນກຳລັງໜູນຫຼັກຂອງການພົວພັນ; ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ເສີມຂະຫຍາຍປະສິດທິຜົນທີ່ຕັ້ງໜ້າ, ນໍາປະເທດຫວຽດນາມ ໃຫ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອີຢູ ໃນອາຊຽນ ແລະ ອີຢູ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງ ຫວຽດນາມ.
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທູຈາງ