ຫວຽດນາມ - ສິງກະໂປ ມຸ່ງໄປເຖິງຂອບເຂດການພົວພັນທີ່ແທດຈິງ ແລະເລິກເຊິ່ງກ່ວາອີກ
ກປ.ອອນໄລ - ຕອນບ່າຍວັນທີ 6 ມີນາ, ທ່ານ ຟ້າມຢາຕຸກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Rajpal Singh ເອກອັກຄະລັດຖະທູດສິງກະໂປ ມາເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດທີ່ທ່ານເລີ່ມຕົ້ນອາຍຸການການທູດຂອງຕົນ ຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ຟ້າມຢາຕຸກ ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີຄວາມເຂົ້າໃຈ ເຊິ່ງກັນ ແລະກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສີມຂະຫຍາຍຂອບເຂດການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ມຸ່ງໄປເຖິງຂອບເຂດການພົວພັນທີ່ແທດຈິງ ແລະເລິກເຊິ່ງກວ່າອີກ. ໃນນັ້ນມີການຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025-2030 ພ້ອມດ້ວຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງການຮ່ວມມືທີ່ບັນລຸໄດ້ໃນການຢ້ຽມຢາມຂັ້ນສູງໃນໄລຍະຜ່ານມາຢ່າງມີປະສິດທິຜົນ.
ເມື່ອແລກປ່ຽນກ່ຽວກັບການຮ່ວມມືຜ່ານຊ່ອງທາງພັກ, ທ່ານ ຟ້າມຢາຕຸກ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືກັບພັກກະທໍາປະຊາຊົນສິງກະໂປ ໃຫ້ຫຼາຍກວ່າອີກ, ເປັນພື້ນຖານດ້ານການເມືອງໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ; ສະເໜີໃຫ້ສອງພັກຜັນຂະຫຍາຍກົນໄກເຈລະຈາຍຸດທະສາດໂດຍໄວ; ເພີ່ມທະວີການພົປບປະແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງພັກ, ການນຳໜຸ່ມ, ບັນດາອົງການຈັດຕັ້ງມະຫາຊົນ; ຊຸກຍູ້ການແລກປ່ຽນ ແລະແບ່ງປັນວິໄສທັດກ່ຽວກັບການພັດທະນາປະເທດຊາດ, ແກ້ໄຂບັນດາບັນຫາເສດຖະກິດ - ສັງຄົມ ກໍຄືການຮັບມືກັບການປ່ຽນແປງຢ່າງວ່ອງໄວຂອງສະຖານະການໃນພາກພື້ນ.
    |
 |
|
ທ່ານ ຟ້າມຢາຕຸກ ຫົວໜ້າຫ້ອງວ່າການສູນກາງພັກ ຕ້ອນຮັບທ່ານ Rajpal Singh ມາເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດທີ່ທ່ານເລີ່ມຕົ້ນອາຍຸການການທູດຂອງຕົນ ຢູ່ ຫວຽດນາມ. ພາບ: ສໍານັກຂ່າວສານ ຫວຽດນາມ |
ສ່ວນທ່ານເອກອັກຄະລັດຖະທູດ Rajpal Singh ສະແດງຄວາມເຫັນດີຕໍ່ກັບຄຳເຫັນຊີ້ນຳຂອງທ່ານ ຟ້າມຢາຕຸກ ກ່ຽວກັບການພົວພັນສອງຝ່າຍ; ເນັ້ນໜັກວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການຮ່ວມມືສອງຝ່າຍ, ບໍ່ພຽງແຕ່ໃນຂົງເຂດມູນເຊື້ອເທົ່ານັ້ນ, ຫາກຍັງໃນຂົງເຂດເຕີບໂຕໃໝ່ອີກດ້ວຍ, ໃນນັ້ນມີການພັດທະນາ VSIP ຮຸ່ນທີ 2 ດ້ວຍເນື້ອໃນວິທະຍາສາດເຕັກໂນໂລຊີສູງ, ເຊື່ອມຕໍ່ພະລັງງານສະອາດຜ່ານບັນດາໂຄງການໄຟຟ້າໃຊ້ພະລັງແຮງລົມ, ພັດທະນາຕົວເມືອງແບບຍືນຍົງ, ແລກປ່ຽນໃບຢັ້ງຢືນກາກບອນ, ພັດທະນາສູນການເງິນສາກົນ, ທ່າກໍາປັ່ນທາງທະເລ ແລະ ອື່ນໆ; ປະຕິບັດກົນໄກເຈລະຈາຍຸດທະສາດປີ 2026 ໂດຍໄວ ກໍຄືເປີດກວ້າງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຢືນຢັນ ຈະສືບຕໍ່ຊຸກຍູ້ສອງປະເທດສົມທົບກັນ ແລະ ສະໜັບສະໜູນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີເວທີປາໄສອະນາຄົດອາຊຽນ 2026 ກໍຄືເສີມຂະຫຍາຍປະສິດທິຜົນໃນປີ 2027 ເມື່ອຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC ແລະ ສິງກະໂປ ເປັນປະທານອາຊຽນ.
ໂດຍ: ທູຈາງ