ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາປະເທດໃນອົງການຝຣັ່ງໂກໂຟນີສາກົນ
ກປ.ອອນໄລ - ຕອນບ່າຍວັນທີ 6 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການພົບປະສອງຝ່າຍກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.
ທ່ານ ເລຮ່ວາຍຈູງ ໄດ້ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງອົງການຝຣັ່ງໂກໂຟນີສາກົນ, ພ້ອມທັງເນັ້ນໜັກວ່າ, ໂດຍເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອົງການຝຣັ່ງໂກໂຟນີສາກົນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງອົງການຝຣັ່ງໂກໂຟນີສາກົນ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງຢູ່ບັນດາປະເທດສະມາຊິກ ແລະໃນໂລກ.
    |
 |
|
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ. ພາບ: ກວາງຮວ່າ |
ທ່ານ ເລຮ່ວາຍຈູງ ແລະ ທ່ານນາງ Louise Mushikiwabo ໄດ້ແລກປ່ຽນກ່ຽວກັບບຸລິມະສິດຂອງອົງການຝຣັ່ງໂກໂຟນີສາກົນໃນໄລຍະຈະມາເຖິງ ແລະມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບອົງການຝຣັ່ງໂກໂຟນີສາກົນໃຫ້ຫຼາຍກ່ວາອີກ. ທ່ານ ເລຮ່ວາຍຈູງ ສະເໜີໃຫ້ອົງການຝະຣັ່ງໂກໂຟນີສາກົນ (OIF) ເພີ່ມທະວີເສົາຄ້ຳການຮ່ວມມືດ້ານເສດຖະກິດ, ໃນນັ້ນມີການໜູນຊ່ວຍຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນອົງການຝະຣັ່ງໂກໂຟນີສາກົນ ໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ວັດທະນະທຳ, ການສຶກສາ, ການຮ່ວມມືກັບບັນດາປະເທດອາຟຼິກາ ເຊິ່ງແມ່ນສະມາຊິກໃນອົງການຝະຣັ່ງໂກໂຟນີສາກົນ, ປັບປຸງການສິດສອນພາສາຝຣັ່ງ ຢູ່ຫວຽດນາມ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ກວາງຮວ່າ |
ສ່ວນທ່ານນາງ Louise Mushikiwabo ຢືນຢັນຈະພ້ອມກັບຫວຽດນາມ ແລະບັນດາປະເທດສະມາຊິກເພີ່ມທະວີການຮ່ວມມື ແລະຄວາມສາມັກຄີ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນ. ທ່ານນາງ Louise Mushikiwabo ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບຫວຽດນາມ, ພິເສດແມ່ນໃນຂົງເຂດການສຶກສາ, ບຳລຸງສ້າງ, ພັດທະນາເສດຖະກິດແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ-ການຄ້າກັບບັນດາປະເທດອາຟຼີກາ, ພ້ອມທັງປາດຖະໜາຢາກມີພະນັກງານຫວຽດນາມ ເຮັດວຽກຢູ່ OIF ຫຼາຍຕື່ມອີກ.
ສອງຝ່າຍໄດ້ເຫັນດີເພີ່ມທະວີການສົມທົບກັນກະກຽມໃຫ້ກອງປະຊຸມສຸດຍອດຝຣັ່ງໂກໂຟນີ ທີ່ຈະຈັດຂຶ້ນຢູ່ກຳປູເຈຍ ໃນໄລຍະຈະມາເຖິງ, ຖືນີ້ແມ່ນໂອກາດສຳຄັນເພື່ອປັບປຸງຄວາມສາມັກຄີໃນປະຊາຄົມຝຣັ່ງໂກໂຟນີ, ຊຸກຍູ້ສັນຕິພາບ ແລະການພັດທະນາແບບຍືນຍົງ, ສ້າງກຳລັງໜູນໃໝ່ໃຫ້ການຮ່ວມມືດ້ານຝຣັ່ງ ໂກໂຟນີໃນພາກພື້ນ.
ໂດຍ: ທູຈາງ