ຫວຽດນາມ ພ້ອມແລ້ວເປັນຂົວຕໍ່ລະຫວ່າງ ຮຸງກາຣີ ກັບອາຊຽນ
ທີ່ການພົບປະ, ທ່ານ ໂຕເລີມ ຊົມເຊີຍການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ Sulyok Tamas ໄດ້ດໍາເນີນໃນສະພາບການສອງປະເທດຫວຽດນາມ ແລະຮຸງກາຣີ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025), ປະກອບສ່ວນສ້າງພະລັງແຮງໃໝ່ໃຫ້ການພັດທະນາການພົວພັນສອງປະເທດ. ທ່ານເລຂາທິການໃຫຍ່ ສະແດງຄວາມຂອບອົກຂອບໃຈການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງ ຮຸງກາຣີ ສະຫງວນໃຫ້ແກ່ຫວຽດນາມ ໃນກິດຈະການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ແລະກິດຈະການພັດທະນາຂອງຫວຽດນາມ ໃນປະຈຸບັນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ສອງຊາດມີການພົວພັນພິເສດທີ່ສຸດ; ພັກ, ລັດຫວຽດນາມ ຍາມໃດກໍ່ຖືສຳຄັນ ຮຸງກາຣີ, ຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການທູດຂອງຫວຽດນາມ ທີ່ພາກພື້ນເອີລົບກາງ-ເອີລົບຕາເວັນອອກ, ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ້າງຂວາງກວ່າເກົ່າ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວເປັນຂົວຕໍ່ລະຫວ່າງ ຮຸງກາຣີ ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະຖື ຮຸງກາຣີ ແມ່ນປະຕູສຳຄັນເພື່ອເພີ່ມທະວີການຮ່ວມມືກັບພາກພື້ນເອີລົບກາງ-ເອີລົບຕາເວັນອອກ ແລະອີຢູ.
    |
 |
ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບ ທ່ານ Sulyok Tamas ປະທານາທິບໍດີ ຮຸງກາຣີ. ພາບ: qdnd.vn |
ຕີລາຄາສູງໝາກຜົນທີ່ດີງາມຂອງການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີຮຸງກາຣີ ແລະທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກໍ່ຄືບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນຫວຽດນາມ ແລະຮຸງກາຣີ, ທ່ານ ໂຕເລີມ ໄດ້ແລກປ່ຽນທິດທາງ, ມາດຕະການຕ່າງໆກັບທ່ານປະທານາທິບໍດີ Sulyok Tamas ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ໃນນັ້ນມີການເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄື: ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ຍາດແຍ່ງທ່າໄດ້ປຽບຈາກສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ແລະຈະມາເຖິງແມ່ນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA); ສະເໜີ ຮຸງກາຣີ ບໍາລຸງສ້າງຊ່ຽວຊານຂອງຫວຽດນາມ ໃນຂົງເຂດໄຟຟ້ານິວເຄຼຍ... ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ກະສິກຳ, ການຢາ, ແຮງງານ, ວັດທະນະທຳ, ການຮ່ວມມືທ້ອງຖິ່ນ ແລະປະສານສົມທົບກັນຈັດຕັ້ງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຮຸງກາຣີ ໃນປີນີ້.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ການນຳສອງທ່ານ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງພັກກຳອຳນາດ, ຊຸກຍູ້ການແລກປ່ຽນຄະນະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການຮ່ວມມືໃນເສົາຄ້ຳການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ການສຶກສາ-ກໍ່ສ້າງ...; ເນັ້ນໜັກວ່າ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຄວນກາຍເປັນເສົາຄ້ຳໃໝ່ໃນການຮ່ວມມືສອງປະເທດ ແລະສອງຝ່າຍຄວນຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນລະຫວ່າງສອງຊາດ.
ທ່ານປະທານາທິບໍດີຮຸງກາຣີ ຕີລາຄາສູງບົດບາດສຳຄັນຂອງປະຊາຄົມຊາວຫວຽດນາມ ແລະນັກສຶກສາຫວຽດນາມ ຢູ່ ຮຸງກາຣີ ແມ່ນກຳລັງປະກອບສ່ວນສຳຄັນສຳລັບເສດຖະກິດ-ສັງຄົມປະເທດປະຈຳຖິ່ນ.
ການນຳສອງທ່ານ ເຫັນດີ ຫວຽດນາມ ແລະຮຸງກາຣີ ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ໃນຂອບເຂດອາຊຽນ-ອີຢູ; ສະໜັບສະໜູນຫຼັກໝັ້ນແກ້ໄຂຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ.
ເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ທໍານຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີຮຸງກາຣີ Sulyok Tamas ພ້ອມດ້ວຍພັນລະຍາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ດຳເນີນການພົບປະເຈລະຈາ.
ທີ່ການພົບປະເຈລະຈາ, ທ່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຮຸງກາຣີ, ຄູ່ຮ່ວມມືບຸລິມະສິດແຖວໜ້າ, ພ້ອມທັງແມ່ນຄູ່ຮ່ວມມືຮອບດ້ານທຳອິດຂອງຫວຽດນາມ ຢູ່ພາກພື້ນເອີລົບກາງ-ເອີລົບຕາເວັນອອກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານປະທານາທິບໍດີຮຸງກາຣີ Sulyok Tamas ທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານປະທານາທິບໍດີ Sulyok Tamas ຢືນຢັນວ່າ ຮຸງກາຣີ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.
ການນຳສອງທ່ານ ເຫັນດີຄວນຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດທີ່ເປັນມູນເຊື້ອ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ກະສິກຳ, ການແພດ-ການຢາ, ວັດທະນະທຳ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ພ້ອມທັງຊຸກຍູ້ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ການຫັນປ່ຽນດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສິ່ງແວດລ້ອມ, ຄຸ້ມຄອງຊັບພະຍາກອນນ້ຳ...
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ |
ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ປະກອບສ່ວນຮ່ວມແຮງຮ່ວມໃຈແກ້ໄຂສິ່ງທ້າທາຍທົ່ວໂລກ.
ແລກປ່ຽນກ່ຽວກັບບັນຫາພາກພືຶ້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານປະທານາທິບໍດີຮຸງກາຣີ ຕີລາຄາວ່າ ສອງປະເທດມີຫຼາຍຈຸດຄ້າຍຄືກັນກ່ຽວກັບນະໂຍບາຍການທູດ ແລະປະຫວັດສາດຊົນຊາດ, ພ້ອມກັນຮັກຫອມສັນຕິພາບ. ສອງຝ່າຍເຫັນດີຖືວ່າ ບັນດາຂໍ້ຂັດແຍ່ງ ແລະການປະທະກັນໃນໂລກຄວນໄດ້ແກ້ໄຂໂດຍສັນຕິວິທີ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ພາກພື້ນ ແລະໃນໂລກ, ເພື່ອການຮ່ວມມື ແລະວັດທະນາຖາວອນລວມທົ່ວໂລກ.
ເພີ່ມທະວີການແລກປ່ຽນສະມາຊິກລັດຖະສະພາໜຸ່ມ, ຈັດຕັ້ງບັນດາເວທີປາໄສລັດຖະສະພາ
ຕອນບ່າຍວັນທີ 28 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະທ່ານປະທ່ານ Sulyok Tamas ປະທານາທິບໍດີ ຮຸງກາຣີ.
ທ່ານປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອມິດຕະພາບທີ່ດີງາມ ແລະຄວາມຕັດສິນໃຈຂອງທັງສອງຝ່າຍ, ການຢ້ຽມຢາມຂອງທ່ານປະທານາທິບໍດີ Sulyok Tamas ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນຫວຽດນາມ-ຮຸງກາຣີ, ນຳການຮ່ວມມືສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ; ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບລັດຖະບານ ແລະບັນດາອົງການກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ປະກອບສ່ວນນຳຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ໃນສະພາບການໂລກມີການຜັນແປສັບສົນ, ຫວຽດນາມ ຢຶດໝັ້ນຕໍ່ນະໂຍບາຍພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ທ່ານປະທານສະພາແຫ່ງຊາດ ສະເໜີສະພາແຫ່ງຊາດສອງປະເທດ ເພີ່ມທະວີບັນດາໂຄງການແລກປ່ຽນສະມາຊິກລັດຖະສະພາໜຸ່ມ, ຈັດຕັ້ງບັນດາເວທີປາໄສລັດຖະສະພາສອງຝ່າຍ ແລະຮ່ວມມືໃນການສ້າງກອບນິຕິກຳເພື່ອໜູນຊ່ວຍການຫັນປ່ຽນດີຈີຕອນ ແລະປົກປັກຮັກສາສິ່ງແວດລ້ອມ; ແບ່ງປັນບົດຮຽນກ່ຽວກັບການຕິດຕາມກວດກາການປະຕິບັດນະໂຍບາຍຕ່າງໆ, ພິເສດໃນຂົງເຂດ, ຄື: ຄຸ້ມຄອງຊັບພະຍາກອນນ້ຳ ແລະຮັບມືກັບການປ່ຽນແປງດິນຟ້າອາກາດເຊິ່ງ ຮຸງກາຣີ ທີ່ມີທ່າແຮງ.
ເຫັນດີຕໍ່ການສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ທ່ານປະທານາທິບໍດີ Sulyok Tamas ເນັ້ນໜັກວ່າ ຮຸງກາຣີ ຍາມໃດກໍ່ແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນ ຫວຽດນາມ ທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນອີຢູ; ຢືນຢັນວ່າ ຮຸງກາຣີ ສະໜັບສະໜູນເພີ່ມທະວີການພົວພັນຫວຽດນາມ-ອີຢູ; ເຫັນດີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະແລກປ່ຽນຄະນະລະຫວ່າງການນຳສອງສະພາແຫ່ງຊາດ, ເສີມຂະຫຍາຍບົດບາດຂົວຕໍ່ຂອງກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການສ້າງກົດໝາຍ, ນະໂຍບາຍ...
ການນຳສອງທ່ານ ສະແດງຄວາມເພິ່ງພໍໃຈຕໍ່ກັບການພັດທະນາຢ່າງຕັ້ງໜ້າໃນການພົວພັນສອງປະເທດ, ໂດຍສະເພາະແມ່ນການເມືອງ-ການພົວພັນຕ່າງປະເທດ, ໃນນັ້ນມີຊ່ອງທາງສະພາແຫ່ງຊາດ; ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນໃນການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນໄລຍະຜ່ານມາກັບເລື່ອງສອງຝ່າຍຈັດຕັ້ງການແລກປ່ຽນຄະນະການນຳສະພາແຫ່ງຊາດ ແລະລະຫວ່າງບັນດາກຳມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ; ປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາລະຫວ່າງພາກພື້ນ ແລະສາກົນ.
ໂດຍ: ແສງເດືອນ