ນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະກັບປະທານາທິບໍດີ ບູຣຸນດີ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ສະມັດຊາສະຫະປະຊາຊາດ ຢູ່ນິວຢອກ, ອາເມລິກາ, ຕອນບ່າຍວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Evariste Ndayishimiye ປະທານາທິບໍດີ ບູຣຸນດີ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືກັບບັນດາປະເທດອາຟະລິກາ, ໃນນັ້ນມີ ບູຣຸນດີ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະຂອບໃຈລັດຖະບານບູຣຸນດີ ທີ່ໄດ້ສະໜັບສະໜູນໂຄງການລົງທຶນຂະແໜງໂທລະຄົມມະນາຄົມຂອງວິສາຫະກິດຫວຽດນາມ ຢູ່ບູຣຸນດີ. ພ້ອມທັງສະເໜີ ບູຣຸນດີ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ໄດ້ເຄື່ອນໄຫວຢູ່ ບູຣຸນດີ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ກົນໄກຮ່ວມມືລະຫວ່າງສອງຝ່າຍ, ເພີ່ມທະວີການແລກປ່ຽນການຄ້າ ແລະການຮ່ວມມືດ້ານກະສິກຳ.
    |
 |
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Evariste Ndayishimiye ປະທານາທິບໍດີ ບູຣຸນດີ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານປະທານາທິບໍດີ ບູຣຸນດີ Evariste Ndayishimiye ຢັ້ງຢືນວ່າ ບູຣຸນດີ ຖືເປັນສຳຄັນຕໍ່ການພັດທະນາການພົວພັນກັບຫວຽດນາມ, ເປັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະເຫັນດີເປັນເອກະພາບຕໍ່ກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ກ່ຽວກັບການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຖືການຮ່ວມມືດ້ານການຄ້າ-ການລົງທຶນເປັນຈຸດສຸມ.
ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ ກໍ່ຄືຊຸກຍູ້ການເປັນຂົວເຊື່ອມຕໍ່ຮ່ວມມືຂອງສອງປະເທດກັບອາຊຽນ, ສະຫະພາບອາຟະລິກາ (AU) ແລະລະຫວ່າງອາຊຽນ-AU. ທີ່ການພົບປະ, ການນຳສອງທ່ານ ໄດ້ແລກປ່ຽນຫຼາຍບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.
ໂດຍ: ເຈິ່ນຮວ່ຽນ