    |
 |
ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ຢ້ຽມຢາມທາງລັດຖະກິດ ສ. ກາຊັກສະຖານ. ພາບ: ສໍານັກຂ່າວສານຫວຽດນາມ. |
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Kassym-Jomart Tokayev ປະທານາທິບໍດີ ກາຊັກສະຖານ ກວດແຖວກຽດຕິຍົດ ທີ່ພິທີຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ສູ້ຊົນນໍາວົງເງິນການຄ້າສອງຝ່າຍຂຶ້ນເປັນ 5 ຕື້ໂດລາສະຫະລັດ
ທ່ານ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດສູງໃຫ້ແກ່ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ກາຊັກສະຖານ; ຂອບໃຈກາຊັກສະຖານ ທີ່ໄດ້ຊ່ວຍເຫຼືອຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືໃນພາລະກິດສ້າງສາ ແລະພັດທະນາປະເທດ ໃນປະຈຸບັນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Kassym-Jomart Tokayev ປະທານາທິບໍດີ ກາຊັກສະຖານ ຖ່າຍຮູບລວມກ່ອນດໍາເນີນການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳສອງທ່ານ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ກາຊັກສະຖານ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ, ນັບມື້ນັບແທດຈິງ ແລະມີປະສິດທິຜົນ; ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນຂີດໝາຍປະຫວັດສາດເປີດໄລຍະໃໝ່ໃນການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ ດ້ວຍເລື່ອງສອງຝ່າຍເຫັນດີຍົກລະດັບການພົວພັນ ຫວຽດນາມ - ກາຊັກສະຖານ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ແລະທ່ານ Kassym-Jomart Tokayev ເຫັນດີສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ ຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ໃນທຸກຊ່ອງທາງ ແລະພົບປະແລກປ່ຽນປະຊາຊົນ ເພື່ອປັບປຸງພື້ນຖານການເມືອງ ແລະສັງຄົມໃຫ້ໜັກແໜ້ນ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກວ່າອີກ, ຍູ້ແຮງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ເຕັກໂນໂລຢີການທະຫານ.
    |
 |
ທ່ານ Kassym-Jomart Tokayev ປະທານາທິບໍດີ ແລະຄະນະຜູ້ແທນ ກາຊັກສະຖານ ທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງຝ່າຍເຫັນດີຍົກສູງປະສິດທິຜົນຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກາຊັກສະຖານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະວິທະຍາສາດເຕັກນິກ; ຜັນຂະຫຍາຍແຜນການກະທໍາຮ່ວມຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ໄລຍະ 2023-2025, ກໍານົດທິດຮອດປີ 2030, ສູ້ຊົນນໍາວົງເງິນການຄ້າສອງຝ່າຍຂຶ້ນເປັນ 5 ຕື້ໂດລາສະຫະລັດ ໃນປີ 2030.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ແລກປ່ຽນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເນັ້ນໜັກເຖິງການແກ້ໄຂຄວາມບໍ່ລົງລອຍກັນ, ຄວາມແຕກຕ່າງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ; ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ໃນບັນຫາທະເລຕາເວັນອອກ ທີ່ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Kassym-Jomart Tokayev ປະທານາທິບໍດີ ເປັນສັກຂີພິຍານພິທີມອບຮັບບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງພັດທະນາດີຈີຕອນ, ນະວັດຕະກໍາ ແລະອຸດສາຫະກໍາການບິນອາວະກາດ ກາຊັກສະຖານ. |
ພາຍຫຼັງການພົບປະສອງຝ່າຍ, ທ່ານປະທານາທິບໍດີ Kassym-Jomart Tokayev ໄດ້ປະດັບຫຼຽນໄຊມິດຕະພາບ Dostyk ຊັ້ນໜຶ່ງ ໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ. ການນຳສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືໃນຂົງເຂດຍຸຕິທຳ, ວິທະຍາສາດ-ເຕັກໂນໂລຊີ, ພະລັງງານ, ການບິນ, ວັດທະນະທຳ-ກິລາ ແລະສື່ມວນຊົນ. ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ກາຊັກສະຖານ.
* ໃນຕອນເຊົ້າວັນດຽວກັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາໂຕະມົນວິສາຫະກິດ ຫວຽດນາມ - ກາຊັກສະຖານ ໂດຍກະຊວງການເງິນຫວຽດນາມ, ກະຊວງການຕ່າງປະເທດ ກາຊັກສະຖານ ແລະສະຖານທູດຫວຽດນາມ ປະຈຳ ກາຊັກສະຖານ ສົມທົບກັນຈັດຕັ້ງ.
ສ້າງກຳລັງແຮງໃໝ່ເພື່ອຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ
ຕອນບ່າຍວັນທີ 6 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານ Olzhas Bektenov ນາຍົກລັດຖະມົນຕີ ກາຊັກສະຖານ.
ທ່ານ Olzhas Bektenov ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະໄວ້ເນື້ອເຊື່ອໃຈແຖວໜ້າຂອງ ກາຊັກສະຖານ ຢູ່ອາຊີຕາເວັນອອກສ່ຽງໃຕ້; ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມດ້ວຍການປະກາດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ ຈະສ້າງກຳລັງແຮງໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Olzhas Bektenov ນາຍົກລັດຖະມົນຕີ ກາຊັກສະຖານ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບ ກາຊັກສະຖານ; ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການພົບປະສອງຝ່າຍກ່ອນນັ້ນ ກັບທ່ານປະທານາທິບໍດີ Kassym-Jomart Tokaev.
ສອງຝ່າຍເຫັນດີສືບຕໍ່ຍູ້ແຮງການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ; ເພີ່ມທະວີບົດບາດປະສານງານຂອງກະຊວງການຕ່າງປະເທດສອງປະເທດ ໃນການຊຸກຍູ້ການຮ່ວມມືສອງຝ່າຍ, ເສີມຂະຫຍາຍບົດບາດເປັນຂົວຕໍ່ປະສານງານ ແລະສະໜັບສະໜູນບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການສ້າງຕັ້ງການພົວພັນຮ່ວມມື; ພ້ອມກັນນັ້ນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍເຊິ່ງສອງປະເທດເປັນສະມາຊິກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Olzhas Bektenov ນາຍົກລັດຖະມົນຕີ ກາຊັກສະຖານ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ກໍ່ສະເໜີໃຫ້ອົງການທີ່ກ່ຽວຂ້ອງຂອງສອງປະເທດ ຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີແງ່ຫວັງອື່ນ, ຄື: ການເງິນ, ການຫັນເປັນດີຈີຕອນ, ປັນຍາປະດິດ, ເຕັກໂນໂລຊີໃໝ່, ພະລັງງານສະອາດ, ເສດຖະກິດດີຈີຕອນ...
ທ່ານ Olzhas Bektenov ຕີລາຄາສູງເລື່ອງ ຫວຽດນາມ ມີ ວິສາຫະກິດລົງທຶນ ແລະດຳເນີນທຸລະກິດສຳເລັດຜົນຢູ່ ກາຊັກສະຖານ; ປາດຖະໜາຢາກດຶງດູດ ແລະໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຫວຽດນາມ ທໍາມາຫາກິນ, ດຳເນີນທຸລະກິດ ຢູ່ ກາຊັກສະຖານ ຕື່ມອີກ.
* ຕອນບ່າຍວັນທີ 6 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານ Yerlan Koshanov ປະທານສະພາຕໍ່າ ກາຊັກສະຖານ ທັງເປັນປະທານພັກ Amanat ກຳອຳນາດ.
ທ່ານ Yerlan Koshanov ເນັ້ນໜັກວ່າ ສອງປະເທດ, ສອງພັກ ລ້ວນແຕ່ມີເປົ້າໝາຍອັນດຽວກັນ ແລະມີຄວາມມຸ່ງມາດປາດຖະໜາຄືກັນ ນັ້ນແມ່ນປະຊາຊົນມີຄວາມອີ່ມໜໍາສໍາລານ, ມີຄວາມຜາສຸກ, ປະເທດຈະເລີນຮຸ່ງເຮືອງ ແລະບັນດາຄຸນຄ່າທີ່ຄ້າຍຄືກັນນັ້ນຍິ່ງເຮັດໃຫ້ການພົວພັນລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Yerlan Koshanov ປະທານສະພາຕໍ່າ ກາຊັກສະຖານ ທັງເປັນປະທານພັກ Amanat ກຳອຳນາດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ໂຕເລິມ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງ ກາຊັກສະຖານ ບັນລຸໄດ້ ພາຍໃຕ້ການນຳພາຂອງທ່ານ Kassym-Jomart Tokayev ປະທານາທິບໍດີ ແລະພັກ Amanat ກຳອຳນາດ ໃນການສ້າງສາ ແລະ ພັດທະນາປະເທດ; ຊົມເຊີຍວັນໄຊຊະນະຟາດຊິດ ຂອງປະຊາຊົນ ກາຊັກສະຖານ.
ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບພັກ Amanat ແລະລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າກາຊັກສະຖານ ເວົ້າສະເພາະ, ລະຫວ່າງສອງປະເທດ ເວົ້າລວມ, ຜ່ານການເພີ່ມທະວີການປຶກສາຫາລືດ້ານການເມືອງ, ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງທີ່ສອດຄ່ອງກັບຂອບເຂດການພົວພັນໃໝ່ກວ່າອີກ...
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Yerlan Koshanov ປະທານສະພາຕໍ່າ ກາຊັກສະຖານ ທັງເປັນປະທານພັກ Amanat ກຳອຳນາດ. |
ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍເຫັນດີແລກປ່ຽນຄະນະຜູ້ແທນລະຫວ່າງບັນດາກຳມາທິການວິຊາສະເພາະ, ລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ, ແລກປ່ຽນບົດຮຽນໃນການຕິດຕາມກວດກາກົດໝາຍ, ອົງການນິຕິບັນຍັດສະໜັບສະໜູນ ແລະກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງລັດຖະບານ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສະພາຕໍ່າ ກາຊັກສະຖານ ສືບຕໍ່ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ UNCLOS 1982, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ.
ໂດຍ: ໄຊຊະນະ