leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Reva Price ປະທານ USCC. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ໊ງ ຕີລາຄາສູງເລື່ອງອຳນາດການປົກຄອງ ແລະສະພາແຫ່ງຊາດອາເມລິກາ ສະໜັບສະໜູນຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ; ສະເໜີທ່ານນາງ Reva Price ແລະບັນດາສະມາຊິກຄະນະກໍາມາທິການ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນການພັດທະນາຂອງການພົວພັນສອງຝ່າຍ.

ກ່ຽວກັບບັນຫາພາສີ, ທ່ານ ຟ້າມມິງຈີ໊ງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ, ມຸ່ງໄປເຖິງການຄ້າດຸນດ່ຽງ, ຍືນຍົງ, ພ້ອມທັງຖືນີ້ແມ່ນໂອກາດ ເພື່ອສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນຕະຫຼາດ, ຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ແລະລະບົບຕ່ອງໂສ້ຕອບສະໜອງ, ສືບຕໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານນາງ Reva Price ປະທານ USCC. ພາບ: ສໍານັກຂ່າວສານຫວຽດນາມ

ແລກປ່ຽນກ່ຽວກັບສະພາບການພາກພື້ນ, ທ່ານ ຟ້າມມິງຈີ໊ງ ຢືນຢັນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982... ທ່ານ ຟ້າມມິງຈີ໊ງ ສະເໜີ ອາເມລິກາ ສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ສະໜັບສະໜູນຄວາມມານະພະຍາຍາມແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ສ່ວນທ່ານນາງ Reva Price  ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອາເມລິກາ ຢູ່ພາກພື້ນ. ພ້ອມທັງເຫັນດີກັບຂໍ້ສະເໜີຂອງທ່ານ ຟ້າມມິງຈີ໊ງ, ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຊຸກຍູ້ການພົວພັນສອງຝ່າຍ, ໃນນັ້ນມີການຮັບຮູ້ກົດລະບຽບເສດຖະກິດຂອງຫວຽດນາມ ແລະການເຈລະຈາດ້ານພາສີລະຫວ່າງສອງປະເທດ.

* ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະ USCC ຂອງສະພາແຫ່ງຊາດ ອາເມລິກາ, ນໍາໂດຍທ່ານນາງ Reva Price ປະທານ USCC.

ໂດຍ: ເຈິ່ນຮວ່ຽນ