ກ້ອນກຳລັງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການຊ້ອມໃຫຍ່ຢູ່ສະໜາມຫຼວງແດງ
ກປ.ອອນໄລ - ຕອນແລງວັນທີ 3 ພຶດສະພາ (ຕາມເວລາທ້ອງຖິ່ນ), ກົງກັບຕອນເຊົ້າວັນທີ 4 ພຶດສະພາ, ທີ່ສະໜາມຫຼວງແດງ ຢູ່ນະຄອນຫຼວງມົດສະກູ ຂອງສະຫະພັນລັດເຊຍ ໄດ້ດຳເນີນການຊ້ອມໃຫຍ່ພິທີສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9-5-1945 / 9-5-2025).