ສປຊ ຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ
ວັນທີ 6 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຢູ່ຊູດັງໃຕ້ ໄດ້ດຳເນີນພິທີປະດັບຫຼຽນກາເພື່ອພາລະກິດແຫ່ງການປົກປັກຮັກສາສັນຕິພາບ ສປຊ. ມີພະນັກງານການແພດ, ທ່ານໝໍ, ນັກເຕັກນິກ, ພະນັກງານພະລາທິການ ແລະຜູ້ບັນຊາການທັງໝົດ 63 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຮັບຫຼຽນກາ.
    |
 |
ທ່ານພົນຕີ Mohan Sabramanian ກ່າວຄຳເຫັນທີ່ພິທີ. ພາບ: ຄະນະຈັດຕັ້ງ |
ມີພະນັກງານການແພດ, ທ່ານໝໍ, ນັກເຕັກນິກ, ພະນັກງານພະລາທິການ ແລະຜູ້ບັນຊາການທັງໝົດ 63 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຮັບຫຼຽນກາ. ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້ (UNMISS) ເຊິ່ງແມ່ນໜຶ່ງໃນບັນດາຈຸດຮ້ອນເຮັ່ງທີ່ສຸດກ່ຽວກັບບັນຫາມະນຸດສະທຳໃນໂລກ.
ກ່າວຄຳເຫັນທີພິທີ, ທ່ານພົນຕີ Mohan Sabramanian ຜູ້ບັນຊາການຄະນະປະຕິບັດງານທາງບົກ ເນັ້ນໜັກວ່າ: ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ພວກເພື່ອນບໍ່ພຽງແຕ່ນຳມາເຊິ່ງການຊ່ວຍເຫຼືອທາງການແພດເທົ່ານັ້ນ ຫາກຍັງແຜ່ກະຈາຍຄູນຄ່າຂອງສັນຕິພາບ, ຄວາມເມດຕາປານີ, ຮັກແພງກັນ ແລະພາບພົດຂອງຫວຽດນາມ ທີ່ເຕັມໄປດ້ວຍຄວາມວັດທະນະທຳມະນຸດ, ມີລະບຽບວິໄນ, ມີຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນອີກດ້ວຍ.
ແຫຼ່ງຄັດຈາກ: vovworld.vn