ການເຈລະຈາດ້ານການຄ້າກັບອາເມລິກາ ບົນຈິດໃຈກົມກຽວຜົນປະໂຫຍດຂອງທັງສອງຝ່າຍ
ກປ.ອອນໄລ - ວັນທີ 6 ພຶດສະພາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມປະຈໍາການລັດຖະບານກັບບັນດາກະຊວງ, ຂະແໜງການ ເພື່ອຕີລາຄາສະພາບການຄ້າໃນສະຖານະການໃໝ່ ແລະການເຈລະຈາດ້ານການຄ້າດຸ່ນດ່ຽງ, ຍືນຍົງກັບອາເມລິກາ.
ຄຽງຄູ່ກັບການຊີ້ນໍາ ແລະບໍລິຫານເປັນປະຈໍາກ່ຽວຂ້ອງເຖິງການປັບຕົວກັບນະໂຍບາຍອັດຕາພາສີຂອງອາເມລິກາ, ນີ້ແມ່ນຄັ້ງທີ 7 ທີ່ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມສະເພາະກ່ຽວກັບການຜັນຂະຫຍາຍບົດສະຫຼຸບ ແລະຊີ້ນໍາຂອງສູນກາງ, ກົມການເມືອງ, ທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການປັບຕົວກັບນະໂຍບາຍອັດຕາພາສີໃໝ່ຂອງ ອາເມລິກາ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ດ້ວຍທິດນຳ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ຫວຽດນາມ ຕ້ອງການເຈລະຈາບົນຈິດໃຈປົກປັກຮັກສາສິດ, ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ, ແຕ່ພ້ອມກັນນັ້ນກໍ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍ ອາເມລິກາ, ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ, ມຸ່ງໄປເຖິງການຄ້າສອງຝ່າຍສົມດຸນ ແລະຍືນຍົງ: "ທີໜຶ່ງແມ່ນຈົ່ງອົດທົນ ແລະຄວບຄຸມຄວາມຄາດຫວັງ. ທີສອງຕ້ອງຕອບແທນຄວາມຮຽກຮ້ອງຕ້ອງການຈາກຝ່າຍເພື່ອນຢ່າງວ່ອງໄວ, ຕັ້ງໜ້າ, ແລະທັນການ. ທີສາມ, ໃນການກະກຽມການເຈລະຈາ ເພື່ອຍາມໃດກໍ່ຢູ່ທ່າເປັນເຈົ້າການ, ບັນດາເນື້ອໃນບໍ່ພຽງແຕ່ໃຊ້ຊິດຕິດແທດຕາມຄວາມຮຽກຮ້ອງຂອງເພື່ອນເທົ່ານັ້ນ ຫາກຍັງອີງຕາມຄວາມຮຽກຮ້ອງຕ້ອງການຂອງເຮົາອີກດ້ວຍ. ໃນເວລາເຈລະຈາ, ທັງສອງຝ່າຍຈະຕ້ອງມີການຜ່ອນຜັນ, ຕໍ່ສູ້, ການປະນີປະນອມ ແລະມີບາງອັນຕ້ອງປົກປ້ອງ."
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ...ແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຈລະຈາກັບຝ່າຍ ອາເມລິກາ ຢ່າງທັນການເພື່ອຊື້ພາຫະນະອຸປະກອນ, ສິນຄ້າທີ່ສອງຝ່າຍມີທ່າແຮງ ແລະຕ້ອງການ, ປະກອບສ່ວນເຂົ້າໃນການດຸ່ນດ່ຽງການຄ້າແບບຍືນຍົງເທື່ອລະກ້າວ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳ ແລະການຄ້າ ຍື່ນສະເໜີດຳລັດວ່າດ້ວຍການຄວບຄຸມການຄ້າຍຸດທະສາດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າສິນຄ້າເຕັກໂນໂລຊີສູງຈາກ ອາເມລິກາ. ສຳລັບກະຊວງການເງິນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ພິຈາລະນາການສົ່ງເງິນອາກອນມູນຄ່າເພີ່ມຄືນໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດອາເມລິກາ.
ໂດຍ: ທະນາພອນ