ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມສົນທະນາກັບການນຳບັນດາກອງທຶນລົງທຶນຮ່ວມມື ເພື່ອພັດທະນາແບບຍືນຍົງ
ກປ.ອອນໄລ - ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ...
ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະ ມີການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນບ່າຍວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ (ອາເມລິກາ), ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ, ຮັບປະທານອາຫານຄ່ຳ ແລະເຮັດວຽກກັບການນຳບັນດາກຸ່ມບໍລິສັດນາໆຊາດ ແລະກອງທຶນລົງທຶນດ້ານການເງິນແຖວໜ້າຂອງ ອາເມລິກາ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະອາເມລິກາ ພ້ອມກັນຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ, ເປີດກາລະໂອກາດໃໝ່ໃນການຮ່ວມມືດ້ານການຄ້າ ແລະການລົງທຶນ. ໃນໄລຍະຈະມາເຖິງ, ຫວຽດນາມ ສຸມໃສ່ຊຸກຍູ້ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພັດທະນາວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງເພື່ອເຂົ້າຮ່ວມໂຄງປະກອບການລົງທຶນ, ຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າ ແລະຕ່ອງໂສ້ການສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ.
    |
 |
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ກອງທຶນການລົງທຶນ, ບັນດາອົງການຄຸ້ມຄອງລັດຫວຽດນາມ ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການ, ທິດທາງ ເພື່ອຍູ້ແຮງການດຶງດູດແຫຼ່ງການເງິນໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ພິເສດແມ່ນໃນການກໍ່ສ້າງ ແລະພັດທະນາສູນການເງິນ.
ໂດຍ: ທະນາພອນ