ການພົວພັນຫວຽດນາມ - ອິນເດຍ ພັດທະນາຢ່າງແຂງແຮງໃນທຸກຂົງເຂດ
ກປ.ອອນໄລ - ວັນທີ 6 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kiren Rijiju ລັດຖະມົນຕີບັນດາບັນຫາລັດຖະສະພາ ແລະຊົນເຜົ່າສ່ວນໜ້ອຍອິນເດຍ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຂົ້າຮ່ວມວັນບຸນວິສາຂະບູຊາ ສະຫະປະຊາຊາດ (Vesak) ປີ 2025.
ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະອິນເດຍ ເຊິ່ງໄດ້ປະທານ ໂຮ່ຈີມິນ, ນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru ແລະບັນດາການນຳລຸ້ນຕ່າງໆ ແລະປະຊາຊົນ 2 ປະເທດ ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Kiren Rijiju ລັດຖະມົນຕີບັນດາບັນຫາລັດຖະສະພາ ແລະຊົນເຜົ່າສ່ວນໜ້ອຍອິນເດຍ. ພາບ: qdnd.vn |
ທ່ານລັດຖະມົນຕີ Kiren Rijiju ໄດ້ສະແດງຄວາມນິຍົມຊົມເຊີຍຕໍ່ວຽກງານຈັດຕັ້ງດ້ວຍຂະໜາດໃຫຍ່, ມີແບບມີແຜນ ແລະຮອບຄອບຖີ່ຄ້ວນຂອງປະເທດເຈົ້າພາບຫວຽດນາມ ທີ່ວັນບຸນ Vesak ຄັ້ງນີ້; ສະແດງຄວາມຍິນດີທີ່ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງແຂງແຮງໃນເກືອບທຸກຂົງເຂດ.
ທ່ານປະທານປະເທດ ເລືອງເກື່ອງ ຊົມເຊີຍ ຫວຽດນາມ ແລະອິນເດຍ ສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງຝ່າຍຜ່ານການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍກົນໄກຮ່ວມມື, ຂໍ້ຕົກລົງ, ເອກະສານຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ສະເໜີໃຫ້ສອງປະເທດເພີ່ມທະວີການແລກປ່ຽນ ແລະແບ່ງປັນບົດຮຽນປະສົບການໃນຂົງເຂດນິຕິບັນຍັດ, ໂດຍສະເພາະແມ່ນປະສົບການໃນການແກ້ໄຂບັນດາຂໍ້ຕິດຂັດດ້ານກົດໝາຍ ເພື່ອຊຸກຍູ້ການເຕີບໂຕຢູ່ທັງສອງປະເທດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານລັດຖະມົນຕີ Kiren Rijiju ເຫັນດີເປັນເອກະພາບວ່າ 2 ປະເທດຕ້ອງຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນກວ່າອີກ ໃຫ້ສົມກັບທ່າແຮງບົ່ມຊ້ອນຂອງສອງປະເທດ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ພ້ອມກັນນັ້ນ, ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ. 2 ຝ່າຍກໍ່ເຫັນດີເປັນເອກະພາບຈະເພີ່ມທະວີການສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍກວ່າອີກ.
ທ່ານລັດຖະມົນຕີ Kiren Rijiju ຢືນຢັນຄືນໃໝ່ນະໂຍບາຍສະເໝີຕົ້ນສະເໝີປາຍຂອງອິນເດຍ ກ່ຽວກັບການສືບຕໍ່ຍູ້ແຮງນະໂຍບາຍ “ການກະທໍາທິດຕາເວັນອອກ”, ຖືອາຊຽນ, ໃນນັ້ນມີຫວຽດນາມ ເປັນເສົາຄ້ຳໃນນະໂຍບາຍການຕ່າງປະເທດຂອງອິນເດຍ; ເນັ້ນໜັກວ່າ ຫຼັກໝັ້ນຂອງອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກແມ່ນສະເໝີຕົ້ນສະເໝີປາຍ ແລະອິນເດຍ ໄດ້ອອກສຽງສະໜັບສະໜູນຫຼັກການເຄົາລົບກົດໝາຍສາກົນ, ໃນນັ້ນມີກົດບັດສະຫະປະຊາຊາດ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຫັນດີເປັນເອກະສັນວ່າ, ໃນສະພາບການໂລກມີການຜັນແປຢ່າງສັບສົນ, ສອງປະເທດຕ້ອງສືບຕໍ່ສົມທົບກັນເປັນຢ່າງດີ ແລະໃຫ້ຄໍາປຶກສາຫາລືເຊິ່ງກັນ ແລະກັນໃນບັນດາບັນຫາຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງ 2 ປະເທດ ກໍ່ຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທະນາພອນ