ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ແລະສປຊ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງສາກົນ, ແກ້ໄຂບັນດາຈຸດຮ້ອນເຮັ່ງ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມ ນັ້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຕັ້ງໜ້າສົມທົບກັບບັນດາອົງການຈັດຕັ້ງໃນລະບົບ ສປຊ ເພື່ອຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມື, ເປັນຕົ້ນແມ່ນການຮັບປະກັບຄວາມໝັ້ນຄົງສາກົນ, ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຢູ່ຫຼາຍຈຸດຮ້ອນເຮັ່ງ, ຫັນປ່ຽນເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ, ປະຕິບັດຄວາມຍຸຕິທຳສັງຄົມ, ບໍ່ປະໃຫ້ໃຜຖືກຕົກຢູ່ເບື້ອງຫຼັງ.

ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມຂອບອົກ ຂອບໃຈ ຕໍ່ການຮ່ວມມື ແລະການສະໜັບສະໜູນຂອງຫວຽດນາມ ທີ່ສະຫງວນໃຫ້ແກ່ ສປຊ ໃນທຸກຂົງເຂດເຄື່ອນໄຫວບຸລິມະສິດ, ພິເສດແມ່ນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ຮັບປະກັນສິດທິມະນຸດ... ເປັນຕົ້ນແມ່ນບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການປະຕິບັດ SDGs, ການກະທຳເພື່ອດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງຍຸຕິທຳ.

ໂດຍ: ທະນາພອນ