ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່
ກປ.ອອນໄລ - ຕອນຄໍ່າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນລັດເຊຍ ປະຈໍາ ຫວຽດນາມ ແລະພັນລະຍາ ໄດ້ຈັດຕັ້ງງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9-5-1945 / 9-5-2025).
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນ. ຕາງໜ້າກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີ.
    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ຖ່າຍຮູບກັບບັນດາຜູ້ແທນພາຍໃນປະເທດ ແລະສາກົນທີ່ພິທີ. ພາບ: ມີ້ແຮ້ງ. |
ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນພິເສດເຖິງການພົວພັນຮ່ວມມືກັບສະຫະພັນລັດເຊຍ; ຖືນີ້ແມ່ນຊັບສິນລວມອັນລ້ຳຄ່າຂອງສອງປະເທດ, ສອງຊາດຫວຽດນາມ-ສະຫະພັນລັດເຊຍ. ບົນພື້ນຖານນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ຈະນັບມື້ນັບປັບປຸງ, ພັດທະນາຢ່າງກວ້າງຂວາງໃນຫຼາຍຂົງເຂດຕົ້ນຕໍ, ຄື: ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະລັງງານ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນລັດເຊຍ ປະຈໍາ ຫວຽດນາມ ສະແດງຄວາມເຄົາລົບຕໍ່ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍ່ຄືການເຂົ້າຮ່ວມຂອງກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ທີ່ພິທີສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຢູ່ສະຫະພັນລັດເຊຍ ໃນວັນທີ 9 ພຶດສະພາ ຈະມາເຖິງ. ການຢ້ຽມຢາມຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະແມ່ນທາດກະຕຸ້ນເປີດອອກບັນດາທິດທາງໃໝ່ປະກອບສ່ວນນຳການພົວພັນມິດຕະພາບອັນຍາວນານ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່.
ໂດຍ: ຈາງຫງວຽນ