ທີ່ການພົບປະເຈລະຈາດໍາເນີນພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງທ່ານ ໄດ້ແລກປ່ຽນຫຼາຍບັນຫາໃນການພົວພັນຫວຽດນາມ-ຮຸງກາຣີ ຢ່າງເລິກເຊິ່ງກວ້າງຂວາງ ເຊິ່ງເສົາຄໍ້າສຳຄັນແມ່ນການຮ່ວມມືລັດຖະສະພາ ແລະການຮ່ວມມືສອງຝ່າຍໃນບັນດາກົນໄກສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Lászlo Kövér ປະທານສະພາແຫ່ງຊາດຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ.

ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບເຄົາລົບເອກະລາດ, ອະທິປະໄຕ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີໃນການພົວພັນສາກົນ, ເຄົາລົບກົດໝາຍ, ປົກປັກຮັກສາຜົນປະໂຫຍດຂອງຊາດ-ຊົນເຜົ່າເໝາະສົມກັບກົດໝາຍສາກົນ; ຕີລາຄາວ່າສອງປະເທດແບ່ງປັນທັດສະນະ ແລະສົມທົບກັນເປັນຢ່າງດີໃນບັນດາເວທີປາໄສສາກົນ.

ໃຊ້ເວລາຫຼາຍເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ແລະທ່ານ Lászlo Kövér ເພິ່ງພໍໃຈເຫັນວ່າການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດພວມພັດທະນາຢ່າງຈົບງາມ ແລະສາມາດກາຍເປັນແບບຢ່າງການຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ກັບລັດຖະສະພາບັນດາປະເທດເອີລົບ. ສອງຝ່າຍໄດ້ຮັກສາການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ເຫັນດີເປັນເອກະພາບຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ຄະນະກໍາມາທິການວິຊາສະເພາະ ແລະກຸ່ມສະມາຊິກລັດຖະສະພາມິດຕະພາບ ແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວລັດຖະສະພາ, ການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ...

leftcenterrightdel
ທ່ານ ເວືອງດິ່ງເຫວ້ ແລະທ່ານ Lászlo Kövér ລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ລະຫວ່າງສະພາແຫ່ງຊາດສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງການພົບປະເຈລະຈາ, ທ່ານ ເວືອງດິ່ງເຫວ້ ແລະທ່ານ Lászlo Kövér ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຮຸງກາຣີ. ຈາກນັ້ນ, ທ່ານ ເວືອງດິ່ງເຫວ້ ແລະທ່ານ Lászlo Kövér ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຍຸຕິທໍາ ຫວຽດນາມ ແລະຮຸງກາຣີ.

ໂດຍ: ເຈິ່ນຮວ່ຽນ