ທີ່ການຕ້ອນຮັບທ່ານ Istvan Jakab ຮອງປະທານສະພາແຫ່ງຊາດ ຮຸງກາຣີ, ທ່ານ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນ ໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມ ຮຸງກາຣີ ຄັ້ງທໍາອິດຂອງທ່ານ ໃນຖານະຕໍາແໜ່ງເປັນປະທານສະພາແຫ່ງຊາດ, ນີ້ກໍແມ່ນການຢ້ຽມຢາມຄັ້ງທໍາອິດຂອງການນໍາຫຼັກແຫຼ່ງຂອງຫວຽດນາມ ເຖິງ ຮຸງກາຣີ ໃນອາຍຸການນີ້.

ທ່ານ ເວືອງດິ່ງເຫວ້ ແລະ ທ່ານ Istvan Jakab ເຫັນດີເປັນເອກະພາບ ໂດຍຖືວ່າ ການຮ່ວມມືດ້ານກະສິກໍາແມ່ນຂົງເຂດທີ່ສອງຝ່າຍຕ້ອງສຸມໃສ່ຊຸກຍູ້, ແບ່ງປັນບົດຮຽນ. ພິເສດ, ຮຸງກາຣີ ມີທ່າແຮງໃນການບໍລິຫານລະບົບການສະໜອງຈາກການປູກຝັງ, ປຸງແຕ່ງ, ດໍາເນີນທຸລະກິດ, ແຈກຢາຍທີ່ສອດຄ່ອງກັບຮູບແບບຮ່ວມສໍາພັນ “4 ນັກ” ໃນການຜະລິດກະສິກໍາຂອງຫວຽດນາມ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Istvan Jakab ຮອງປະທານສະພາແຫ່ງຊາດ ຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງທ່ານ ຢັ້ງຢືນວ່າ ການພົວພັນສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາ ແລະເຊື່ອໝັ້ນວ່າ ຜົນການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ- ຮຸງກາຣີ ກວ່າອີກ, ໃນນັ້ນການພົວພັນລະຫວ່າງສອງສະພາແຫ່ງຊາດ ແມ່ນເສົາຄໍ້າໜຶ່ງທີ່ສໍາຄັນ.

ສ່ວນທ່ານຮອງປະທານສະພາແຫ່ງຊາດ ຮຸງກາຣີ ຢັ້ງຢືນວ່າ ເຖິງວ່າ ສະພາບການໂລກ ແລະພາກພື້ນມີການຜັນແປຫຼາຍກໍຕາມ, ແຕ່ດ້ວຍມູນເຊື້ອມິດຕະພາບ, ການຮ່ວມມືມາແຕ່ດົນນານ, ຮຸງກາຣີ ພ້ອມແລ້ວທີ່ຈະສືບຕໍ່ແບ່ງປັນຄຸນຄ່າ, ບົດຮຽນພັດທະນາຂອງຕົນກັບຫວຽດນາມ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍເຫັນດີຖືວ່າ ໃນສະພາບການໂລກຜັນແປຢ່າງສັບສົນ ຄືໃນປັດຈຸບັນ, ດ້ວຍພື້ນຖານສໍາຄັນທີ່ສຸດແມ່ນອາລົມຈິດມິດຕະພາບ, ຄວາມຮັກແພງ ເຊິ່ງປະຊາຊົນສອງປະເທດສະຫງວນໃຫ້ກັນ - ເປັນຊັບສົມບັດອັນລໍ້າຄ່າ ເຊິ່ງບໍ່ແມ່ນວ່າປະເທດໃດກໍມີ. ນີ້ກໍແມ່ນພື້ນຖານເພື່ອໃຫ້ການນໍາ ແລະປະຊາຊົນສອງປະເທດ ສືບຕໍ່ຮັກສາ ແລະເສີມຂະຫຍາຍ.

ວັນທີ 26 ມິຖຸນາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຢູ່ນະຄອນ Albertirsa, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມບໍລິສັດ Mirelite Mirsa ເຊິ່ງເປັນວິສາຫະກິດຕົວແບບຂອງນະຄອນ ກ່ຽວກັບການຜະລິດກະສິກໍາສີຂຽວ, ສະອາດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມໂຮງງານປຸງແຕ່ງຂອງບໍລິສັດ Mirelite Mirsa. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານ ເຊິ່ງບໍລິສັດ Mirelite Mirsa ບັນລຸໄດ້, ນັບທັງດ້ານເຕັກໂນໂລຢີການບໍລິຫານ, ການກໍ່ສ້າງເຄື່ອງໝາຍການຄ້າ ແລະຄຸນນະພາບຜະລິດຕະພັນ. ນີ້ແມ່ນບົດຮຽນອັນລໍ້າຄ່າສຳລັບວິສາຫະກິດຫວຽດນາມ. ປະທານສະພາແຫ່ງຊາດຫວຽດນາມ ຊີ້ແຈ້ງວ່າ ກະສິກໍາ, ຊາວນາ ແລະຊົນນະບົດ ຍາມໃດກໍເປັນບັນຫາຍຸດທະສາດຂອງຫວຽດນາມ. 

ທ່ານ ເວືອງດິ່ງເຫວ້ ຊົມເຊີຍແຜນການເປີດກວ້າງການລົງທຶນດໍາເນີນທຸລະກິດຂອງບໍລິສັດ Mirelite Mirsa ສູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ; ພ້ອມທັງຖືວ່າ ດ້ວຍເຕັກໂນໂລຢີ ແລະເຄື່ອງໝາຍການຄ້າຂອງບໍລິສັດເມື່ອຮ່ວມມືກັບວິສາຫະກິດຫວຽດນາມ ຈະມີແງ່ຫວັງພັດທະນາດີທີ່ສຸດ, ບໍ່ພຽງແຕ່ຢູ່ຕະຫຼາດຫວຽດນາມ ດ້ວຍພົນລະເມືອງປະມານ 100 ລ້ານຄົນ ເທົ່ານັ້ນ ຫາກຍັງຢູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ດ້ວຍພົນລະເມືອງປະມານ 650 ລ້ານຄົນ ອີກດ້ວຍ.

ໂດຍ: ກວຽດເຕິມ