leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຫ໋າຍຟ່ອງ.  ພາບ: qdnd.vn

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ປະກອບຄຳເຫັນທີ່ອຸດົມສົມບູນ, ເລິກເຊິ່ງກວ້າງຂວາງ, ກ່ຽວຂ້ອງຫຼາຍຂົງເຂດ. ທ່ານປະທານສະພາແຫ່ງຊາດ ໄດ້ເຫັນດີຕໍ່ບັນດາຄຳເຫັນ, ຂໍ້ສະເໜີຕ່າງໆຂອງຜູ້ມີສິດເລືອກຕັ້ງ, ສະເໜີໃຫ້ຫົວໜ່ວຍທີ່ກ່ຽວຂ້ອງຈົ່ງລວບລວມ ແລະສະເໜີຕໍ່ຂັ້ນຕ່າງໆເພື່ອແກ້ໄຂ.

ແບ່ງປັນຄຳເຫັນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນຫາສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ: ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດພວມສືບຕໍ່ມານະພະຍາຍາມປ່ຽນແປງໃໝ່, ຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວ, ຮັບປະກັນທຸກລັດຖະນະໂຍບາຍລ້ວນແຕ່ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ວິສາຫະກິດ.

ທ່ານປະທານສະພາແຫ່ງຊາດ ກໍ່ແບ່ງປັນກັບຜູ້ມີສິດເລືອກຕັ້ງກ່ຽວກັບການປ່ຽນແປງໃໝ່ໃນການຈັດຕັ້ງການເຄື່ອນໄຫວຂອງສະພາແຫ່ງຊາດ ເຊິ່ງໄດ້ດໍາເນີນໃນທັງ 3 ຂົງເຂດ ແມ່ນນິຕິບັນຍັດ, ຕິດຕາມກວດກາສູງສຸດ ແລະຕັດສິນບັນດາບັນຫາສໍາຄັນຂອງປະເທດຊາດ; ໃນວຽກງານການທູດລັດຖະສະພາ. ການປ່ຽນແປງໃໝ່ຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ແມ່ນໄດ້ຫຍໍ້ເວລາໃນການຈັດກອງປະຊຸມລົງແຕ່ກໍ່ຍັງຮັບປະກັນຫຼັກການຍົກສູງຄຸນນະພາບ ແລະປະສິດທິຜົນໃນການເຄື່ອນໄຫວ.

ໂດຍ: ທະນາພອນ