ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ຫວຽດນາມ ໃຫ້ຂໍ້ສັງເກດຄືແນວນັ້ນເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຈະດຳເນີນໃນວັນທີ 15 ມີນາ.

leftcenterrightdel
ທ່ານນາງ Ramla Khalidi ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານນາງ Ramla Khalidi ແລ້ວ, ການເລືອກຕັ້ງດຳເນີນໄປໃນຈຸດເວລາທີ່ປະເທດພວມກ້າວເຂົ້າສູ່ໄລຍະໃໝ່ດ້ວຍບັນດາບຸລິມະສິດດ້ານນະໂຍບາຍ ແລະການປະຕິຮູບດ້ານລະບອບລະບຽບການຈະສ້າງໄລຍະພັດທະນາຕໍ່ໄປ. ສະນັ້ນ, ສະພາແຫ່ງຊາດຊຸດທີ XVI ຈະສວມບົດບາດສຳຄັນໃນການຊຸກຍູ້ການປະຕິຮູບດ້ານນິຕິບັນຍັດ ແລະລະບອບລະບຽບການແນໃສ່ສ້າງກໍາລັງໜູນເຕີບໂຕໃໝ່ ແລະຮັກສາບັນດາຜົນງານພັດທະນາເສດຖະກິດ-ສັງຄົມທີ່ໜ້າປະທັບໃຈຂອງຫວຽດນາມ.

ທ່ານນາງ Ramla Khalidi ຢືນຢັນວ່າ ເມື່ອຫວຽດນາມ ບາດກ້າວເຂົ້າສູ່ອາຍຸການນິຕິບັນຍັດໃໝ່, UNDP ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໃນການຊຸກຍູ້ການພັດທະນາກວມລວມ ແລະຍືນຍົງ. ຜ່ານການພົວພັນຄູ່ຮ່ວມມືໃນຂົງເຂດພັດທະນາມະນຸດ, ບໍລິຫານຢ່າງມີປະສິດທິຜົນ, ການກະທຳເພື່ອດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ແລະນະວັດຕະກໍາ, UNDP ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ບັນລຸໄດ້ເປົ້າໝາຍການພັດທະນາ, ພ້ອມທັງຮັບປະກັນວ່າຄວາມຄືບໜ້ານໍາມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນທັງໝົດ ແລະບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.

ໂດຍ: ເຈິ່ນຮວ່ຽນ