ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໄທແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ໃນອາຊຽນ; ສະເໜີສອງຝ່າຍສືບຕໍ່ມານະພະຍາຍາມນໍາວົງເງິນການຄ້າສອງຝ່າຍບັນລຸ 25 ຕື້ໂດລາສະຫະລັດໂດຍໄວ ຕາມທິດດູນດ່ຽງ, ຍືນຍົງຜ່ານການສ້າງເງື່ອນໄຂສະດວກ ແລະເປີດປະຕູຕະຫຼາດກວ່າອີກ, ຈຳກັດການນໍາໃຊ້ຮົ້ວກີດຂວາງການຄ້າສໍາລັບສິນຄ້າຂອງກັນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງ ແລະມີທ່າໄດ້ປຽບຫຼາຍຢ່າງສາມາດຊ່ວຍເຫຼືອໃຫ້ກັນ. ສອງຝ່າຍຕ້ອງພ້ອມກັນຄົ້ນຄວ້າເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ວິທະຍາສາດອຸດສາຫະກໍາ, ຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ນະວັດຕະກໍາ; ຊຸກຍູ້ການຮ່ວມມືເສດຖະກິດສີຂຽວ ແລະຍືນຍົງ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ພົບປະແລກປ່ຽນວັດທະນະທໍາ, ກິລາ, ການທ່ອງທ່ຽວ, ການສຶກສາ-ບໍາລຸງສ້າງ, ພົບປະແລກປ່ຽນປະຊາຊົນ.

ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານພະລັງງານ, ທ່ານນາຍົກລັດຖະມົນຕີ ແບ່ງປັນຄວາມເອົາໃຈໃສ່ກ່ຽວກັບການຮັບປະກັນການສະໜອງເຊື້ອໄຟການບິນທີ່ມີຄວາມໝາຍສໍາຄັນສໍາລັບການເຄື່ອນໄຫວການບິນພົນລະເຮືອນ, ຂົນສົ່ງ, ການທ່ອງທ່ຽວ ແລະພົວພັນການຄ້າຂອງພາກພື້ນ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໄທ ພິຈາລະນາສ້າງຄວາມສະດວກ ເພື່ອຮັບປະກັນການສະໜອງເຊື້ອໄຟໃຫ້ການບິນພົນລະເຮືອນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືແລກປ່ຽນການຄ້າ, ການທ່ອງທ່ຽວ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດສະແດງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ຂໍ້ສະເໜີຕ່າງໆຂອງທ່ານ ຟ້າມມິງຈິງ; ຢືນຢັນວ່າສອງປະເທດຕ້ອງໜູນຊ່ວຍເຊິ່ງກັນ ແລະກັນໃນໄລຍະໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຄືໃນປະຈຸບັນ. ທ່ານນາງ Urawadee Sriphiromya ເນັ້ນໜັກວ່າ ເຖິງວ່າພວມປະເຊີນໜ້າກັບຄວາມຫຍຸ້ງຍາກໃນການຮັບປະກັນແຫຼ່ງສະໜອງພະລັງງານພາຍໃນປະເທດກໍ່ຕາມ ແຕ່ໄທ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ໂດຍສະເພາະແມ່ນຂອງ ອາຊຽນ ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນພາກພື້ນ.

ໂດຍ: ໄຊນີດາ