ກອງປະຊຸມດໍາເນີນຕາມຮູບແບບອອນລາຍ, ລັດຖະມົນຕີການຕ່າງປະເທດອາຊຽນຫຼາຍທ່ານ ສືບຕໍ່ສະແດງຄວາມວິຕົກກັງວົນຕໍ່ການປິນຂັ້ນໄດຂອງການປະທະກັນ, ສົ່ງຜົນສະທ້ອນຮ້າຍແຮງຫຼາຍຢ່າງເຖິງສະພາບແວດລ້ອມດ້ານການເມືອງ-ປ້ອງກັນຄວາມສະຫງົບ, ເສດຖະກິດພາກພື້ນ ແລະໃນໂລກ. ລັດຖະມົນຕີຫຼາຍທ່ານຢືນຢັນຫຼັກໝັ້ນລວມຂອງອາຊຽນ ຄືໄດ້ຍົກອອກມາໃນຖະແຫຼ່ງການຮ່ວມວັນທີ 4 ມີນາ, ໃນນັ້ນຮຽກຮ້ອງຕ້ອງເຄົາລົບກົດໝາຍສາກົນ, ກົດບັດ ສປຊ, ຢຸດຕິການເຄື່ອນໄຫວດ້ວຍກຳລັງຮຸນແຮງ, ລະງັບໃຈ, ແກ້ໄຂຄວາມແຕກຕ່າງກັນໂດຍສັນຕິວິທີ, ການພົວພັນຕ່າງປະເທດ, ເຄົາລົບປະຊາທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນບັນດາປະເທດ, ປົກປັກຮັກສາສາມັນຊົນ ແລະພື້ນຖານໂຄງລ່າງພົນລະເຮືອນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມພິເສດຂອງລັດຖະມົນຕີການຕ່າງປະເທດອາຊຽນ ກ່ຽວກັບສະພາບການຕາເວັນອອກກາງ. ພາບ: ກວາງຮວ່າ

ລັດຖະມົນຕີຫຼາຍທ່ານໄດ້ແບ່ງປັນການຕີລາຄາການປະທະກັນຢູ່ຕາເວັນອອກກາງ ໄດ້ ແລະພວມສົ່ງຜົນກະທົບເຖິງເສດຖະກິດໂລກ, ພິເສດກໍ່ຄວາມບໍ່ໝັ້ນຄົງເຖິງຕະຫຼາດພະລັງງານ ແລະເສ້ັນທາງຢູ່ທະເລທີ່ຊັກຊ້າ, ຕ່ອງໂສ້ການສະໜອງທີ່ຫຼັກແຫຼ່ງ, ສົ່ງຜົນສະທ້ອນອັນຫຍໍ້ທໍ້ເຖິງແງ່ຫວັງເສດຖະກິດພາກພື້ນ ແລະຄວາມມານະພະຍາຍາມກໍ່ສ້າງປະຊາຄົມ.

leftcenterrightdel
ທ່ານ ເລຮວ່າຍຈູງ ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກວາງຮວ່າ

ລັດຖະມົນຕີຫຼາຍທ່ານເຫັນດີເປັນເອກະພາບວ່າ ອາຊຽນ ຕ້ອງເສີມຂະຫຍາຍລະບຽບການ, ກອບຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຫັນແຫຼ່ງສະໜອງ, ປັບປຸງຕ່ອງໂສ້ logistics ເປັນຫຼາຍຮູບຫຼາຍແບບ... ລັດຖະມົນຕີຫຼາຍທ່ານ ກໍ່ເນັ້ນໜັກວ່າ ອາຊຽນຕ້ອງສືບຕໍ່ເສີມສ້າງຄວາມສາມັກຄີ, ເພີ່ມທະວີການຮ່ວມມື, ໃນນັ້ນບຸລິມະສິດເພີ່ມທະວີການຄ້າ-ການລົງທຶນພາຍໃນກຸ່ມ, ໜູນຊ່ວຍການຮັກສາຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງສະບຽງອາຫານ ແລະສົມທົບກັນເຮັດໃຫ້ເສດຖະກິດມະຫາພາກໃຫ້ໝັ້ນຄົງ. ກ່ຽວຂ້ອງເຖິງວຽກງານປົກປ້ອງພົນລະເມືອງ, ລັດຖະມົນຕີຫຼາຍທ່ານເຫັນດີເປັນເອກະພາບວ່າອາຊຽນ ຈະສືບຕໍ່ປະສານສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນ ແລະກຽມພ້ອມໜູນຊ່ວຍພົນລະເມືອງຂອງກັນໃນກໍລະນີຮີບດ່ວນ, ວິກິດການຢູ່ຕາເວັນອອກກາງ, ສອດຄ່ອງກັບຫຼັກການ ແລະລະບຽບການທີ່ໄດ້ຕົກລົງກັນ.

ໂດຍ: ໄຊນີດາ